ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີ 21 ຄົນ ເສຍຊີວິດ ຍ້ອນລົມຫົວກຸດ ໃນເຂດພາກໃຕ້ ສຫລ (ສະໄລດ໌/ວີດີໂອ)


US SEVERE WEATHER VOSOT
please wait

No media source currently available

0:00 0:02:04 0:00

Alabama Arkansas ​ແລະ Mississipi ໄດ້ຮັບຄວາມເສຍຫາຍ ເປັນມື້ທີສອງ ຈາກ​ລົມ​ຫົວກຸດ tornado.

ປະຊາຊົນໃນ​ລັດ Alabama Arkansas ​ແລະ Mississipi
ພາ​ກັນ​ຕື່ນ​ຂື້ນ​ມາ ​ຫລັງ​ຈາກ​ໄດ້ຮັບຄວາມເສຍຫາຍເປັນມື້ທີ
ສອງ ຈາກ​ລົມ​ຫົວກຸດ tornado ​ທີ່ໄດ້ເຮັດ​ໃຫ້ ​ເຮືອນ​ຊານ ​
ແລະ​ຮ້ານ​ຄ້າທຸ​ລະ​ກິດເພພັງ ​ແລະຜູ້ຄົນອີກ ຢ່າງໜ້ອຍ 21
ຄົນ​ເສຍ​ຊີວິດ.

ຫລາຍ​ສິບ​ພັນ​ຄົນ ບໍ່​ມີ​ໄຟຟ້າໃຊ້ ​ຢູ່​ທົ່ວ​ພາກ​ກາງ ​ແລະ​ພາກ​ໃຕ້​
ຂອງສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ຮັບມືກັບ
ໄພສຸກ​ເສີນ​ ໄດ້​ພາກັນ​ຊອກ​ຫາ​ຜູ້​ລອດ​ຊີວິດມາໄດ້ ເຖິງ​ແມ່ນ
ສະພາບດິນຟ້າອາກາດ ໄດ້ຂົ່ມຂູ່ວ່າ ຈະເກີດລົມຫົວກຸດອີກ
ຕື່ມ ຕະຫລອດ​ຄືນ ທີ່ຜ່ານມາ ​ໃນ​ລັດ Alabama.

ລົມ​ຫົວກຸດຫົວນຶ່ງ ​ໄດ້​ພັດ​ຖະຫລົ່ມ​ເມືອງ Tupelo ລັດ Mississipi ​ໃນ​ວັນ​ຈັນ​ວານ​ນີ້ ແລະ
​ໄດ້​ທຳ​ລາຍ​ເຮືອນ​ຊານ​ຫລາຍ​ຮ້ອຍ​ຫລັງ ​ເຮັດ​ໃຫ້​ສາຍ​ໄຟຟ້າ​ຂາດ​ ​ແລະ​ມີ​ຕົ້ນ​ໄມ້​ລົ້ມ. ລົມ
ພາຍຸຫົວນີ້ ​ຕໍ່​ມາ​ໄດ້​ພັດເຂົ້າ​ສູ່​ເມືອງ Athens ​ໃນ​ລັດ Alabama ​ທີ່ເຮັດໃຫ້​ສອງ​ຄົນ​ເສຍ​ຊີວິດ.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຊານ​ເມືອງ​ Little Rock ລັດ Arkansas ​ກໍໄດ້​ຖືກຖະຫລົ່ມຢ່າງ​
ຮ້າຍ​ແຮງ​ໂດຍລົມຫົວກຸດ. ບັນດາ​ເຈົ້າ​ໜ້າ​ທີ່ ໃນ​ລັດດັ່ງກ່າວເວົ້າ ​ວ່າ ລົມຫົວກຸດດັ່ງກ່າວ​
ເຮັດ​ໃຫ້​ຢ່າງໜ້ອຍ 15 ຄົນ​ເສຍ​ຊີວິດ.

ປະທານ​າທິບໍດີ Barack Obama ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສ​ະລົດ​ໃຈ ຕໍ່​ບັນດາ​ຜູ້​ເຄາະຮ້າຍ
​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ທ່ານ​ຢ້ຽມຢາມ​ຟິລິບ​ປີນ ​ແລະ​ກ່າວ​ວ່າ ລັດຖະບານຈະໃຫ້ການ​
ຊ່ວຍ​ເຫລືອ​ແກ່​ຜູ້​ເຄາະ​ຮ້າຍ​ ​ແລະ​ສ້າງ​ບ້ານ​ເຮືອນ​ຄືນໃໝ່.
XS
SM
MD
LG