ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາບອາກາດປັ່ນປ່ວນ ເຮັດໃຫ້ປະຊາຊົນ ເສຍຊີວິດ 6 ຄົນ ໃນສະຫະລັດ


ປະຊາຊົນຄົນໜຶ່ງ ຖືເຄື່ອງຊັກແຫ້ງຂອງລາວ ໃນຂະນະທີ່ ກຳລັງຍ່າງຕາກຝົນຜ່ານ ທີ່ນະຄອນ Atlanta. 23 ທັນວາ, 2015.
ປະຊາຊົນຄົນໜຶ່ງ ຖືເຄື່ອງຊັກແຫ້ງຂອງລາວ ໃນຂະນະທີ່ ກຳລັງຍ່າງຕາກຝົນຜ່ານ ທີ່ນະຄອນ Atlanta. 23 ທັນວາ, 2015.

ມີປະຊາຊົນຢ່າງໜ້ອຍ 6 ຄົນໄດ້ເສຍຊີວິດ ໃນສະພາບອາກາດປັ່ນ​ປ່ວນ ຢູ່ໃນຂົງເຂດສ່ວນໃຫຍ່ຂອງ ສະຫະລັດ ໃນວັນພຸດວານນີ້.

ອົງການພະຍາກອນອາກາດແຫ່ງຊາດຂອງ​ສະຫະລັດ ໄດ້ອະທິ ບາຍກ່ຽວ​ກັບ ສະພາບດິນ​ຟ້າອາກາດ ຢູ່ໃນບາງ​ເຂດຂອງລັດ Arkansas, Mississippi, Louisiana ແລະ Tennessee ວ່າ
“​ເປັນອັນຕະລາຍຮ້າຍ​ແຮງພິເສດ” ໃນຂະນະທີ່ພາຍຸ ທໍເນໂດ ຫຼາຍກວ່າ 10 ຫົວ ແລະ ພາຍຸຟ້າຮ້ອງເປັນສາເຫດຂອງການເສຍ ຊີວິດຫຼາຍທີ່ສຸດ.

ສ່ວນຢູ່​ໃນ​ເຂດອື່ນໆຂອງປະເທດນັ້ນ ແມ່ນມີອາກາດອຸ່ນຜິດປົກ ກະຕິ, ​ໂດຍ​ມີ​ອຸນຫະພູມ​ສູງ​ເປັນ​ປະຫວັດ​ການສຳລັບປະດາທຳອິດຂອງລະດູໜາວເຊິ່ງມີ ຄວາມຮູ້ສຶກຄືກັບລະດູໃບໄມ້ປົ່ງໃນພາກຕາເວັນຕົກຕອນກາງ ແລະ ພາກຕາ ເວັນອອກຂອງ ປະເທດ.

ສາຍຝົນທີ່ປຽກຊຸ່ມໄດ້ເຮັດໃຫ້ການຂັບຂີ່ຍານພາຫະ​ນ​ະຕົກ​ຢູ່​ໃນອັນຕະ ລາຍ ແລະ ເປັນສາ ເຫດ ເຮັດໃຫ້ຫຼາຍສາຍການບິນ ຕ້ອງ​ໄດ້ຍົກເລີກຖ້ຽວບິນຂອງ ຕົນໃນຫຼາຍພາກສ່ວນທາງ​ເຂດແຄມຝັ່ງພາກຕາເວັນອອກຂອງ​ປະ​ເທດໃນວັນ ຂອງການເດີນທາງທີ່ຫຍຸ້ງຍາກທີ່ສຸດຂອງ ປີ.

ເມື່ອພາຍຸເຄື່ອນຍ້າຍອອກໄປ​ແລ້ວ, ອຸນຫະພູມທີ່ສູງ​ເປັນ​ປະຫວັດ​ການກໍຈະ ເຄື່ອນຍ້າຍເຂົ້າ ມາ​ແທນ. ຄ່ຳຄືນກ່ອນວັນ Christmas ​ເຊິ່ງຈະມີອຸນຫະພູມສູງ ເຖິງ 22 ອົງສາແຊວຊຽສ ​ໄດ້​ມີ​ການພະຍາກອນໄວ້ສຳລັບຕົວເມືອງຕ່າງໆເຊັ່ນ, ນະຄອນນິວຢອກ, ຟິລາແດລເຟຍ ແລະ ນະ ຄອນຫຼວງ ວໍຊິງຕັນ ເຮັດໃຫ້ຄວາມ ຝັນຂອງການ​ມີວັນ Christmas ທີ່ເຕັມໄປດ້ວຍຫິມະສີ ຂາວ ຍັງຢູ່ຫ່າງອອກໄກ ເທົ່າກັບຫ້ອງການຂອງ Santa Claus ຢູ່ທີ່ຂົ້ວໂລກເໜືອ.

ຜູ້ຊ່ຽວຊານດ້ານດິນຟ້າອາກາດຂອງລັດຖະບານກ່າວວ່າ ຮູບແບບຂອງ ດິນຟ້າ ອາກາດ ທີ່ຮູ້ກັນ​ວ່າ El Nino ນັ້ນ ແມ່ນມີສ່ວນຮັບຜິດຊອບສຳ ລັບອຸນສະພູມ ທີ່ອຸ່ນຜິດປົກກະຕິນີ້.

US Weather
please wait
Embed

No media source currently available

0:00 0:00:36 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG