ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ່ຍິງແກ້ເສື້ອ ປະທ້ວງ ປະທານາທິບໍດີ ຣັດເຊຍ (ວີດິໂອກ່ຽວຂ້ອງ)


ຜູ້ປະທ້ວງທີ່ແກ້ເສື້ອຄົນນຶ່ງ ຍ່າງເຂົ້າໄປຫາ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຜູ້ຈ້ອງເບິ່ງ) ແລະນາຍົກລັດຖະມົນຕີເຢຍລະມັນ ທ່ານນາງ Angela Merkel (ເສື້ອຂຽວ) ໃນພິທີເປີດງານວາງສະແດງ ສິນຄ້າອຸດສາຫະກໍາ ທີ່ເມືອງ Hannover, ເຢຍລະມັນ, ວັນທີ 8 ເມສາ 2013.
ຜູ້ປະທ້ວງທີ່ແກ້ເສື້ອຄົນນຶ່ງ ຍ່າງເຂົ້າໄປຫາ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຜູ້ຈ້ອງເບິ່ງ) ແລະນາຍົກລັດຖະມົນຕີເຢຍລະມັນ ທ່ານນາງ Angela Merkel (ເສື້ອຂຽວ) ໃນພິທີເປີດງານວາງສະແດງ ສິນຄ້າອຸດສາຫະກໍາ ທີ່ເມືອງ Hannover, ເຢຍລະມັນ, ວັນທີ 8 ເມສາ 2013.
ແມ່ຍິງ​ຈຸ​ນຶ່ງ​ໄດ້​ແກ້​ເສື້ອ ປະ​ທ້ວງ​ປະທານາທິບໍດີ
ຣັດ​ເຊຍ ທ່ານ Vladimir Putin ຢູ່​ທີ່​ເມືອງ​ຮັນ​ໂນ​ເວີ້ ປະ​ເທດ
​ເຢຍລະ​ມັນ ​ໃນ​ລະຫວ່າງ​ທີ່​ທ່ານ​ໄປ​ຊົມການວາງສະ​ແດງ​ສິນຄ້າ
​ອຸດສາຫະກໍາ ຮ່ວມ​ກັບ​ນາຍົກລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ
Angela Merkel. ທ່ານ​ພູ​ຕິນກ່າວ​ວ່າ ທ່ານ​ມັກ​ການປະ​ທ້ວງ​
ຂອງພວກ​ແມ່ຍິງ​ເຫລົ່າ​ນັ້ນ ​ແຕ່ໂຄສົກ​ວັງ​ແຄຣມລິນຮຽກຮ້ອງ​ໃຫ້
​ລົງ​ໂທດ​ພວກ​ເຂົາ​ເຈົ້າ.

​ແມ່ຍິງ​ສາມ​ຄົນ ຈາກ​ກຸ່ມ​ຕໍ່ສູ້ເພື່ອ​ສິດທິ​ແມ່ຍິງ ທີ່​ຊື່ Femen ພາກັນ
ແກ້​ເສື້ອ​ອອກ ​ແລະ​ຮ້ອງ​ໂຮ​ຄໍາ​ຂວັນ​ຕໍ່​ຕ້ານ​ປະທານາທິບໍດີຣັດ​ເຊຍ.​
ເຂົາ​ເຈົ້າ​ເອີ້ນ​ທ່ານ​ພູ​ຕິ​ນວ່າ ​ເປັນ​ນັກ​ຜະ​ເດັດ​ການ. ພວກ​ເຂົາ​ເຈົ້າ
ຍັງຂຽນ​ຂໍ້​ຄວາມ​ຕໍ່ຕ້ານ​ທ່ານ​ພູ​ຕິນໃສ່​ຫລັງ ຊຶ່ງ​ມີ​ທັງ​ຄໍາປ້ອຍ​ດ່າ​ ແລະຮຽກຮ້ອງ​ໃຫ້ທ່ານພູ​ຕິນ
ໜີ​ອອກ​ໄປ​ຈາກຣັດ​ເຊຍ.

​ເຖິງ​ແມ່ນ​ພວກ​ແມ່ຍິງ​ດັ່ງກ່າວ​ຈະ​ແກ້​ເສື້ອ ​ແລະ​ຕໍ່ຕ້ານ​ການ​ນໍາພາຂອງ​ທ່ານ​ ​ແຕ່​ທ່ານພູ​ຕິນ
ກ່າວ​ວ່າ ທ່ານ​ຮູ້ສຶກ​ມ່ວນ​ກັບ​ການປະ​ທ້ວງຂອງ​ເຂົາ​ເຈົ້າ. ທ່ານ​ກ່າວ​ອີກ​ວ່າ ທ່ານ​ຮູ້ລ່ວງໜ້າ
ແລ້ວ​ວ່າ ຈະ​ມີ​ການ​ປະ​ທ້ວງແລະ​ວ່າ ພວກ​ປະຊາຊົນ​ຄວນ​ຂອບ​ໃຈ​ພວກ​ແມ່ຍິງເຫລົ່ານັ້ນ
ທີ່​ມາ​ຊ່ວຍ​ໂຄສະນາ​ງານ​ວາງສະ​ແດງ​ສິນຄ້າ ທີ່​ທ່ານ​ໄປ​ຮ່ວມ​ຊົມ ​ກັບ​ນາຍົກລັດຖະມົນຕີ
Merkel ນັ້ນ.

ພວກ​ເຄື່ອນ​ໄຫວ​ຈາກ​ກຸ່ມ Femen ​ເຫລົ່າ​ນັ້ນ ​ແມ່ນ​ມາຈາກ​ປະ​ເທດຢູ​ເຄຣນ ​ແລະ​ເຄີຍໄດ້
ທໍາ​ການ​ແກ້​ເສື້ອ​ປະ​ທ້ວງ ຢູ່​ໃນ​ທົ່ວ​ຢູ​ໂຣບມາ​ແລ້ວ ຕ້ານ​ການ​ທີ່​ວັງ​ແຄຣມລິນ​ທໍາ​ການ​ຈັບ​ກຸມ
​ແລະ​ກັກ​ຂັງ​ສະມາຊິກ​ຂອງ​ວົງ​ດົນຕີ punk ຍິງ ທີ່​ຊື່ວ່າ Pussy Riot ຂອງຣັດ​ເຊຍ.

ເບິ່ງວີດິໂອ ກ່ຽວກັບກຸ່ມ Femen ຈາກຢູເຄຣນ:
XS
SM
MD
LG