ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າສືບລັບ ສະຫະລັດ ກ່າວວ່າ ຈີນເປັນຜູ້ຕ້ອງສົງໄສ ທີ່ສຳຄັນ


ຫົວໜ້າອົງການສືບລັບ ສຫລ ທ່ານ James Clapper ໃຫ້ການຕໍ່ສະພາ ທີ່ນະຄອນຫຼວງວໍຊິງຕັນ (26 ກຸມພາ 2015)
ຫົວໜ້າອົງການສືບລັບ ສຫລ ທ່ານ James Clapper ໃຫ້ການຕໍ່ສະພາ ທີ່ນະຄອນຫຼວງວໍຊິງຕັນ (26 ກຸມພາ 2015)

ເຈົ້າ​ໜ້າ​ທີ່​ສູງ​ສຸດ​ດ້ານ​ສືບ​ລັບ ສະຫະລັດ ກ່າວໃນ​ວັນ​ພະຫັດ
​ວານ​ນີ້​ວ່າ ຈີນ “​ເປັນ​ຜູ້​ຕ້ອງ​ສົງໄສ​ທີ່ສຳຄັນ” ​ໃນ​ການ​ສືບສວນ
ກ່ຽວກັບການໂຈມຕີເຈາະ​ຂໍ້​ມູນ​ທາງ​ອິນເຕີແນັດ ຂອງ ບັນດາ​
ພະນັກງານລັດຖະບານ​ກາງສະຫະລັດ.

ການໃຫ້ຄວາມເຫັນ​ ໂດຍຫົວໜ້າອົງການ​ສື​ບລັບ​ແຫ່ງ​ຊາດ
ທ່ານ James Clapper ແມ່ນເປັນຄວາມເຫັນເທື່ອທຳ​ອິດ
ຂອງເຈົ້າ​ໜ້າ​ທີ່ສະຫະລັດ ໄດ້​ຊີ້ໂດຍ​ກົງວ່າ ຈີນ​ເປັນຜູ້ລັກຂະ
ໂມຍເອົາ​ຂໍ້​ມູນ.

“ທ່ານ​ຄວນ​ທີ່​ຈະ​ຄຳນັບ​ຈີນ ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກະທຳໄປ”
ທ່ານ Clapper ​ກ່າວ​ຢູ່​ກອງ​ປະຊຸມ​ສືບ​ລັບທີ່ນະຄອນຫຼວງວໍຊິງຕັນ ຊຶ່ງອ້າງ​ອີງ​ເຖິງຄວາມ​ ຍາກ​ລຳບາກ​ຂອງການປະຕິບັດ​ງານ​.

ຖະ​ແຫລ​ງການໃນເວລາ​ຕໍ່​ມາຈາກ​ຫ້ອງການ​ຂອງ​ທ່ານ Clapper ​ໄດ້​ໃຫ້ການຢືນຢັນກ່ຽວ
ກັບ ການໃຫ້ຄວາມເຫັນດັ່ງກ່າວ ໃນ​ຂະນະ​ທີ່ກ່າວຢ້ຳວ່າ “ລັດຖະບານສະຫະລັດ ຍັງ​ສືບ ສວນຕໍ່ໄປ” ໃນການລັກຂະໂມຍດັ່ງກ່າວ​.

ສະຫະລັດ ຍັງ​ບໍ່​ທັນ​ໄດ້​ກ່າວ​ຫາ​ລັດຖະບານຈີນ ຢ່າ​ງ​ເປີ​ດ​ເຜີຍເທື່ອ ວ່າ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ
ການ​ໂຈມ​ຕີ​ທາງ​ອິນເຕີແນັດຕໍ່ຫ້ອງການຄຸ້ມຄອງພະນັກງານຂອງລັດຖະບານກາງຫຼື OPM ​ແຕ່​ວ່າ​ບັນດາ​ເຈົ້າ​ໜ້າ​ທີ່ຝ່າຍ​ຕ່າງໆ ​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ມີຄວາມເຊື່ອໝັ້ນຫຼາຍຂຶ້ນ
​ວ່າ​ນີ້​ແມ່ນ​ການໂຈມຕີຂອງຈີນ.

ສະຫະລັດ ​ໄດ້​ຖິ້ມໂທດໃສ່ຈີນເປັນລຳດັບມາ ​ໃນ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດທີ່​ສຳຄັນໆ
​ຕໍ່ພະແນກການຕ່າງໆຂອງ​ລັດຖະບານສະຫະລັດແລະ​ບັນດາ​ທຸລະ​ກິດ​ທີ່​ມີ​ຊື່​ສຽງ​ຫວ່າງບໍ່
​ເທົ່າ​ໃດປີ​ຜ່ານ​ມານີ້. ຈີນ​ໄດ້​ປະຕິ​ເສດຢ່າງແຂງຂັນຕໍ່​ການ​ກ່າວ​ຫາ​ເຫຼົ່ານີ້.

ທ່ານ Clapper ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ໂຈມ​ຕີຕ່າງໆ ຕໍ່​ເປົ້າ​ໝາຍ​ຂອງສະຫະ
ລັດ ​ມີທ່າທາງວ່າ​ຈະ​ດຳ​ເນີນ​ຕໍ່​ໄປ​ອີກ ຕາບ​ໃດ​ທີ່ວໍ​ຊິງ​ຕັນ ຍັງບໍ່ສາມາດເອົາມາດຕະ​ການ
​ປ້ອງ​ກັນ​ຢ່າງ​ພຽງພໍ​.

​ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ການ​ສືບສວນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປແລະ​
ຍັງ​ເປັນການໄວເກີນໄປຢູ່​ທີ່​ຈະຄາດການ​ກ່ຽວ​ກັບການຕອບ ໂຕ້ທີ່ອາດມີຂຶ້ນ.​

US China Cyber
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG