ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ແຜນການ​ ທາງ​​ເລືອກ​ຕ່າງໆ ຂອງ ສຫລ ຕໍ່ຊີເຣຍ (ສະໄລດ໌)


 ປະທານ​ເສນາ​ທິການ​ຮ່ວມກອງ
ທັບ​ສະຫະລັດ Martin Dempsey
ປະທານ​ເສນາ​ທິການ​ຮ່ວມກອງ ທັບ​ສະຫະລັດ Martin Dempsey
ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ສະຫະລັດ ​ໄດ້​ວາງ​ອອກ​ໂດຍ​ສັງ​ເຂບ ແຜນການ
​ທາງເລືອກ​ຕ່າງໆສໍາຫຼັບນໍາ​ໃຊ້ກອງ​ກໍາລັງ​ສະຫະ​ລັດຢູ່​ໃນ​ຊີ​ເຣຍ ​
ໃນ​ຂະນະດຽວ​ກັນ​ກໍ​ເຕືອນເຖິງ​ຄ່າ​ໃຊ້​ຈ່າຍອັນໃຫຍ່​ຫຼວງ​ແລະ​ຜົນ
ກະທົບ​ທີ່​ຈະຕິດ​ຕາມ​ມາ ຈາກ​ການ​ເຂົ້າ​ໄປ​ຫຍຸ້ງກ່ຽວ​ໂດຍ​ກົງຢູ່​
ໃນວິ​ກິດການ​ຂອງປະ​ເທດ​ດັ່ງກ່າວ.

ນາຍພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມກອງ
ທັບ​ສະຫະລັດ ​ໄດ້​ວາງ​ລາຍ​ລະອຽດ​ຂອງ​ແຜນການ​ທາງ​ເລືອກ
5 ​ແຜນ ​ໃນ​ຈົດໝາຍ​ເຖິງ​ລັດ​ຖະສະພາ ທີ່ເປີດ​ເຜີຍ​ໃຫ້​ຮູ້ ​ໃນ​ວັນ
​ຈັນ​ວານ​ນີ້, ຊຶ່ງ​ມີນັບ​ຕັ້ງ​ແຕ່​ການ​ຝຶກ​ອົບ​ຮົມກອງ​ກໍາລັງ​ຂອງຝ່າຍ
​ຕໍ່ຕ້ານ ​ໄປ​ເຖິງ​ການ​ທໍາລາຍຄັງ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ.

ທ່ານກ່າວ​ວ່າ ການ​ເຂົ້າ​ໄປ​ແຊກ​ແຊງ​ແບບ​ນັ້ນ ຈະເປັນ​ການຊ່ອຍຝ່າຍຕໍ່ຕ້ານ ​ແລະ​ຈະສ້າງ​
ຄວາມກົດ​ດັນ​ຕໍ່​ລັດຖະບານ​ຂອງປະທານາທິບໍດີ Bashar al-Assad. ​ແຕ່​ ທ່ານຍັງ​ໄດ້​ກ່າວ
​ອີກ​ວ່າຜົນຕິດຕາມ​ມາ​ທີ່​ບໍ່​ໄດ້​ຕັ້ງ​ໃຈ​ໃຫ້​ມັນ​ເກີດ​ຂຶ້ນນັ້ນ ກໍ​ອາດ​ຈະ​ຮວ​ມ​ໄປ​ເຖິງ ການມອບ​
ອໍານາດ​ໃຫ້​ພວກ​ຫົວ​ຮຸນ​ແຮງຈັດ​ ແລະການປ່ອຍອາວຸດ​ເຄມີທີ່​ພວກ​ເຮົາ​ຕ້ອງການ​ທີ່​ຈະ​
ຄວບ​ຄຸມນັ້ນ ​ໃຫ້​ໄປ​ຢູ່​ໃນ​ກໍາມື​ຂອງ​ພວກ​ເຂົາ.

ສະຫະລັດ​ຍັງ​ບໍ່​ໄດ້ປະກາດ​ແຜນການ​ທີ່​ຈະ​ໃຊ້​ກໍາລັງ​ໂດຍ​ກົງ​ໃນ​ຊີ​ເຣຍ ​ແລະ​ມາ​ຮອດ​ປະຈຸ​ບັນ​ນີ້
ກໍ​ແມ່ນ​ໄດ້ຈໍາ​ກັດການ​ພົວພັນຂອງ​ຕົນ ​ໃສ່​ແຕ່​ການ​ຊ່ອຍ​ເຫຼືອດ້ານ​ມະນຸດສະ​ທໍາ​ການ​ຊ່ອຍ​ເຫຼືອ
​ທີ່​ບໍ່​ແມ່ນ​ອາ​ວຸດຮ້າຍ​ແຮງ ​ແລະ​ແຜນການ​ທີ່​ຈະ​ສະໜອງອາວຸດ​ໃຫ້​ແກ່​ຝ່າຍ​ຕໍ່ຕ້ານ ​ເທົ່າ​ນັ້ນ.

XS
SM
MD
LG