ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາຍທະຫານ ຊັ້ນສູງສຸດ ຂອງ ສຫລ ຢ້ຽມຢາມ ຫວຽດນາມ (ວີດີໂອ)


ປະທານເສນາທິການປະສົມ ຂອງກອງທັບ ສຫລ ນາຍພົນ
Martin Dempsey (ກາງ) ພວມກວດກາ ກອງກຽດຕິຍົດ ກັບຄູ່ຕຳແໜ່ງຝ່າຍຫວຽດນາມ ນາຍພົນ Do Ba Ty ໃນລະ ຫວ່າງພິທີຕ້ອນຮັບ ທີ່ກະຊວງປ້ອງກັນປະເທດຫວຽດນາມ ຢູ່ຮາໂນ່ຍ (14 ສິງຫາ 2014)
ປະທານເສນາທິການປະສົມ ຂອງກອງທັບ ສຫລ ນາຍພົນ Martin Dempsey (ກາງ) ພວມກວດກາ ກອງກຽດຕິຍົດ ກັບຄູ່ຕຳແໜ່ງຝ່າຍຫວຽດນາມ ນາຍພົນ Do Ba Ty ໃນລະ ຫວ່າງພິທີຕ້ອນຮັບ ທີ່ກະຊວງປ້ອງກັນປະເທດຫວຽດນາມ ຢູ່ຮາໂນ່ຍ (14 ສິງຫາ 2014)

ນາຍທະຫານຊັ້ນສູງສຸດຂອງສະຫະລັດ ກຳລັງຢູ່ທີ່ປະເທດຫວຽດ
ນາມ ເພື່ອເຈລະຈາຫາລືກັບເຈົ້າໜ້າທີ່ພັກຄອມມູນິດ ອັນເປັນ
ພາກສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມ ເທື່ອຫຼ້າສຸດ
ເພື່ອຂະຫຍາຍຄວາມສຳພັນໃນດ້ານປ້ອງກັນປະເທດ ລະຫວ່າງ
ອະດີດຄູ່ປໍລະປັກທັງສອງ.

ນາຍພົນ Martin Dempsey ປະທານເສນາທິການປະສົມ
ຂອງກອງທັບສະຫະລັດ ໄດ້ພົບປະທີ່ນະຄອນຫຼວງຮາໂນ່ຍ ໃນ
ວັນພະຫັດວານນີ້ ກັບນາຍົກລັດຖະມົນຕີ Nguyen Tan Dung
ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ Phung Quang
Thanh ຂອງຫວຽດນາມ

ກ່ອນເຂົ້າຮ່ວມ ການປະຊຸມແບບປິດລັບນັ້ນ ນາຍພົນ Dempsey ກ່າວຕໍ່ພວກນັກຂ່າວ
ວ່າ ການຢ້ຽມຢາມຄັ້ງນີ້ແມ່ນການຢ້ຽມຢາມທີ່ສຳຄັນທີ່ສຸດອັນນຶ່ງໃນອາຊີບວຽກງານຂອງ
ທ່ານ. ນີ້ແມ່ນເທື່ອທຳອິດ ນັບແຕ່ປີ 1971 ເປັນຕົ້ນມາ ທີ່ປະທານເສນາທິການກອງທັບ
ສະຫະລັດ ໄດ້ເດີນທາງໄປຢ້ຽມຢາມຫວຽດນາມ.

ກະຊວງປ້ອງກັນປະເທດຫວຽດນາມກ່າວວ່າ ການເຈລະຈາຈະເພັ່ງເລັງໃສ່ການເພີ້ມການ
ຮ່ວມມືທາງທະຫານ ໂດຍແນໃສ່ຄວາມໝັ້ນຄົງທາງທະເລ ການປະຕິບັດງານຄົ້ນຫາແລະ ກູ້ໄທ ແລະການເອົາຊະນະຕໍ່ສິ່ງເສດເຫຼືອທີ່ຕົກຄ້າງມາແຕ່ປາງສົງຄາມ.

ເຖິງແມ່ນການຄ້າລະຫວ່າງປະເທດທັງສອງໄດ້ຈະເລີນງອກງາມຂຶ້ນ ນັບຕັ້ງແຕ່ໄດ້ມີການ ສ້າງຕັ້ງຄວາມສຳພັນແບບປົກກະຕິໃນປີ 1995 ກໍຈິງ ແຕ່ຄວາມສຳພັນທາງດ້ານທະຫານ ແມ່ນໄດ້ມີອຸບປະສັກຂັດຂວາງຍ້ອນການຫ້າມບໍ່ໃຫ້ມີການຂາຍອາວຸດທີ່ຮ້າຍແຮງໃຫ້ແກ່ ຫວຽດນາມ. ມີການຄາດຄະເນກັນວ່າ ສະຫະລັດອາດຈະຍົກເລີກຂໍ້ຫ້າມນີ້ ຊຶ່ງໄດ້ມີການ ນຳໃຊ້ໃນລະຫວ່າງທີ່ປາງສົງຄາມທີ່ສິ້ນ ສຸດລົງໃນປີ 1975.

ການເພີ້ມທະວີ ໃນການຮ່ວມມືດ້ານປ້ອງກັນປະເທດ ມີຂຶ້ນຂະນະທີ່ຮາໂນ່ຍພວມພົວພັນ ໃນບັນຫາຂັດແຍ້ງຢ່າງຮຸນແຮງກັບປັກກິ່ງ ກ່ຽວກັບເລື່ອງເຂດນ້ຳແດນດິນ ໃນທະເລຈີນ ໃຕ້. ໃນຕົ້ນປີນີ້ ຈີນໄດ້ຕິດຕັ້ງຖານຂຸດນ້ຳມັນຂອງບໍລິສັດລັດວິສາຫະກິດຢູ່ໃນເຂດນ່ານ ນ້ຳທີ່ມີການຂັດແຍ້ງກັນ. ຕໍ່ມາຈີນໄດ້ຍ້າຍຖານນ້ຳມັນດັ່ງກ່າວ ແຕ່ການເຄື່ອນໄຫວຂອງ ຈີນ ໄດ້ກໍ່ໃຫ້ເກີດມີຄວາມຮູ້ສຶກບໍ່ພໍໃຈ ສຳຫຼັບຊາວຫວຽດນາມຈຳນວນຫຼວງຫຼາຍ.

US VIETNAM MILITARY VO
please wait

No media source currently available

0:00 0:00:57 0:00

ການຢ້ຽມຢາມ ຂອງນາຍພົນ Dempsey ແມ່ນຮວມທັງ ການຢຸດແວ່ທີ່ຖານທັບອາກາດ ເກົ່າ ແຫ່ງນຶ່ງຂອງສະຫະລັດ ທີ່ເມືອງດານັງ. ເວລານີ້ ກຳລັງມີການດຳເນີນຄວາມພະຍາ ຍາມຢູ່ທີ່ນັ້ນ ເພື່ອທຳຄວາມສະອາດມ້ຽນມັດສານເຄມີ ທີ່ເປັນອັນຕະລາຍເຮັດໃຫ້ໃບໄມ້ ຫຼົ່ນຫຼື Agent Orange ທີ່ເຮືອບິນຂອງສະຫະລັດ ໄດ້ສີດລົງເພື່ອກຳຈັດໃບໄມ້ຢູ່ຕາມປ່າ ດົງ ໃນລະຫວ່າງທີ່ເກີດສົງຄາມ.

ຫວຽດນາມກ່າວວ່າ ມີປະຊາຊົນຂອງຕົນຢ່າງໜ້ອຍ 3 ລ້ານຄົນ ໄດ້ຮັບຜົນກະທົບ ຈາກ ສານເຄມີນີ້ ແລະ 1 ລ້ານຄົນ ຍັງສືບຕໍ່ມີບັນຫາທາງດ້ານສຸຂະພາບ ຍ້ອນຖືກສານເຄມີ ດັ່ງກ່າວ.

XS
SM
MD
LG