ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມວິ່ງເຕັ້ນ ດ້ານອາວຸດປືນ ສະໜັບສະໜູນ ທ່ານ Trump ເປັນປະທານາທິບໍດີ


ຜູ້ສະໝັກປະທານາທິບໍດີ ທ່ານ Donald Trump ກ່າວຕໍ່ບັນດາ ສະມາຊິກ ສະມາຄົມປືນແຫ່ງຊາດ ຫລື NRA.
ຜູ້ສະໝັກປະທານາທິບໍດີ ທ່ານ Donald Trump ກ່າວຕໍ່ບັນດາ ສະມາຊິກ ສະມາຄົມປືນແຫ່ງຊາດ ຫລື NRA.

ກຸ່ມສະໜັບສະ​ໜູນ​ປືນ​ທີ່​ສຳຄັນຂອງສະຫະລັດ ຄືສະມາຄົມ​ປືນ​ແຫ່ງ​ຊາດ ຫລື NRA ​ໄດ້ ປະກາດໃຫ້ການ​ສະໜັບສະໜູນ​ທ່ານ Donald Trump ຜູ້​ສະໝັກ​ຂອງພັກ​ຣີພັບ​ບລິ​ກັນ ເພື່ອເປັນ​ປະທານາທິບໍດີ ​ແລະ​ທ່ານ​ໄດ້​ຕອບ​ໂດຍກ່າວ​ວ່າ ທ່ານ​ຈະ​ບໍ່ປ່ອຍ​ໃຫ້ສະມາຊິກ ສະມາຄົມປືນ​ແຫ່ງ​ຊາດ​ ຜິດ​ຫວັງ.

ທ່ານ Trump ​ໄດ້​ກ່າວ​ຕໍ່ກອງ​ປະຊຸມຂອງ​ອົງການ NRA ​ທີ່​ເມືອງ Louisville ລັດ Ken- tucky ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການປະກາດ​ສະໜັບສະ​ໜູນ​ນີ້​ແມ່ນເປັນ “ກຽດ​ອັນ​ສູງ​ສົ່ງ.”

ອົງການ NRA ​ແມ່ນ​ຄັດຄ້່ານຕໍ່ມາ​ດຕະການຕ່າງໆ​ທີ່ແນ່​ໃສ່​ເພື່ອ​ຈຳກັດຮັດ​ແຄ​ບ​ຕໍ່ການ ເປັນ​ເຈົ້າ​ຂອງ​ປືນ​ແລະຖື​ວ່າເປັນ​ນຶ່ງໃນ​ບັນດາ​ກຸ່ມວິ່ງ​ເຕັ້ນທີ່​ມີ​ອິດ​ທິ​ພົນທີ່ສຸດຢູ່​ໃນ​ສະຫະ ລັດ. ທ່ານ Trump ​ໄດ້​ເນັ້ນ​ໜັກ​ຄຳ​ຖະ​ແຫຼ​ງຂອງທ່ານ ສ່ວນ​ໃຫຍ່ໃສ່ຜູ້ນຳ​ໜ້າ​ພັກ​ເດ​ໂມ ແຄຣັດທ່າ​ນນາງ Hillary Clinton ​ໂດຍ​ກ່າວອ້າງວ່າ ທ່ານ​ນາງ​ຕ້ອງ​ການຢາກ​ລົບ​ລ້າງ ບົດ​ເພີ້ມ​ເຕີມ​ຂໍ້​ທີ​ສອງ​ຂອງ​ລັດຖະທຳ​ມະນູນ ​ສະຫະລັດທີ່ໃຫ້​ສິດທິ​ປະຊາຊົນ​ມີ​ສິດ​ຖືອາ ວຸດ​ໄດ້. ທ່ານ Trump ກ່າວ​ວ່າ ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ Clinton ທີ່​ຢາກ​ໃຫ້​ເພີ້​ມ ການ​ຈຳກັດ​ຮັດ​ແຄບ​ຕໍ່​ອາວຸດ​ປືນ​ຈະ​ປ່ອຍໃຫ້ປະຊາຊົນທີ່​ນັບຖືກົດໝາຍຕົກຢູ່​ໃນ​ອັນ​ຕະລາຍ​ ຂອງ​ພວກ​ຄົນ​ຮ້າຍ.

ບັນດາຜູ້ສະໜັບສະໜູນ ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ແລະຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.
ບັນດາຜູ້ສະໜັບສະໜູນ ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ແລະຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.

ທ່ານ​ນາງ Clinton ​ໄດ້​ກ່າວ​ວ່າ ທ່າ​ນນາງສະໜັບສະໜູນ​ບົດ​ເພີ້ມ​ເຕີມ​ຂໍ້​ທີສອງແຕ່​ກ່າວ ວ່າ ຕ້ອງ​ໄດ້​ມີ​ການເອົາມາດ​ຕະການ ​ທາງ​ດ້ານຄວາມ​ປອດ​ໄພ​ເພີ້​ມຕື່ມ​ ເພື່ອ​ປ້ອງ​ກັນ​ບໍ່​ ໃຫ້ປືນ ​ຕົກ​ຢູ່​ໃນ​ກຳມື​ຜູ້​ກະທຳ​ຜິດ ຮວມ​ທັງ​ຂະຫຍາຍ​ການ​ສື​ບສວນ ເບິ່ງ​ປະຫວັດເບື້ອງ ຫລັງແລະ​ຫ້າມ​ການ​ຂາຍ​ອາວຸດ​ທີ່​ໃຊ້​ສຳລັບ​ສົງຄາມ.

ທ່ານ Trump ມັກ​ກ່າວ​ຢູ່່​ໃນ​ຄຳ​ປາ​ໄສຂອງ​ທ່ານວ່າ ທ່ານ​ມີໃບອະນຸຍາດ​ໃຫ້​ຖືອາວຸດໄດ້ ແລະ​ຮຽກ​ຮ້ອງ​ໃຫ້ມີ​ນະ​ໂຍບາຍທີ່​ຈະ​ເຮັດ​ໃຫ້​ງ່າຍຂຶ້ນສຳລັບ​ປະຊາຊົນ​ຜູ້ທີ່​ນັບຖືກົດໝາຍ ໃຫ້​ຖື​ປືນ​ໄດ້.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:00:43 0:00

XS
SM
MD
LG