ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປະທານ ເສນາທິການຮ່ວມ ກອງທັບ ສຫລ ຢ້ຽມຢາມ ອີຣັກ


ປະທານເສນາທິການຮ່ວມ ກອງທັບ ສຫລ ນາຍພົນ Martin Dempsey ຢ້ຽມຢາມອີຣັກ
ປະທານເສນາທິການຮ່ວມ ກອງທັບ ສຫລ ນາຍພົນ Martin Dempsey ຢ້ຽມຢາມອີຣັກ

ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ໄດ້ໄປຢ້ຽມ
ຢາມປະເທດອີຣັກ ໂດຍບໍ່ມີການປະກາດໃຫ້ຊາບລ່ວງໜ້າ.

ນາຍພົນ Martin Dempsey ນາຍທະຫານຊັ້ນສູງສຸດຂອງສະ
ຫະລັດ ເດີນ ທາງໄປເຖິງນະຄອນຫຼວງແບັກແດດໃນວັນເສົາມື້
ນີ້ເພື່ອເຈລະຈາຫາລືກັບພວກຜູ້ບັນຊາການທະຫານອາເມຣິກັນ
ແລະເຈົ້າໜ້າທີ່ອີຣັກ ກ່ຽວກັບແຜນການ ຂັ້ນຕໍ່ໄປ ໃນການຂະ
ຫຍາຍສົງຄາມຕ້ານກຸ່ມລັດອິສລາມ.

ກຳລັງຂອງແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ແມ່ນ
ທຳການໂຈມຕີທາງອາກາດເກືອບທຸກໆມື້ຕໍ່ເປົ້າໝາຍຕ່າງໆຂອງກຸ່ມລັດອິສລາມໃນອີຣັກ.

ການຢ້ຽມຢາມ ຂອງນາຍພົນ Dempsey ມີຂຶ້ນນຶ່ງມື້ ຫລັງຈາກກຳລັງອີຣັກ ຂັບໄລ່ພວກ
ຫົວຮຸນແຮງລັດອິສລາມອອກຈາກເມືອງ Beiji ຊຶ່ງເປັນທີ່ຕັ້ງຂອງໂຮງກັ່ນນ້ຳມັນໃນພາກ
ເໜືອຂອງປະເທດ. ພວກຫົວຮຸນແຮງລັດອິສລາມໄດ້ເຂົ້າຍຶດເອົາເມືອງ Beiji ໃນລະຫວ່າງ
ການບຸກໂຈມຕີແບບສາຍຟ້າແມບ ຢູ່ໃນພາກເໜືອແລະພາກຕາເວັນຕົກຂອງອີຣັກ ເມື່ອ
ຕົ້ນປີນີ້.

ເມື່ອໄວໆມານີ້ ປະທານາທິບໍດີບາຣັກ ໂອບາມາ ໄດ້ອະນຸມັດໃຫ້ສົ່ງທະຫານອາເມຣິກັນ
ຕື່ມອີກຫຼາຍເຖິງ 1500 ຄົນໄປຍັງອີຣັກ ອັນເປັນພາກສ່ວນນຶ່ງໃນການປະຕິບັດງານຕໍ່
ຕ້ານພວກຫົວຮຸນແຮງລັດອິສລາມ. ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ທະຫານເຫຼົ່ານີ້ຈະ
ບໍ່ມີບົດບາດໃນການສູ້ລົບ ແຕ່ຈະຊ່ອຍຝຶກແອບ ແລະໃຫ້ຄຳແນະນຳ ແກ່ກຳລັງອີຣັກ
ແລະຊາວເຄີດ ເພື່ອສູ້ລົບກັບກຸ່ມດັ່ງກ່າວ.

ນອກນັ້ນ ປະທານາທິບໍດີໂອບາມາ ຍັງຮ້ອງຂໍໃຫ້ສະພາ ອະນຸມັດເງິນຊ່ອຍເຫຼືອ 5 ພັນ
600 ລ້ານໂດລາໃນການປະຕິບັດງານດັ່ງກ່າວ. ພວກເຈົ້າໜ້າທີ່ອະວຸໂສ ກ່າວວ່າ ການ
ຮ້ອງຂໍນີ້ແມ່ນຮວມທັງເງິນ 1 ພັນ 600 ລ້ານໂດລາສຳລັບສ້າງຕັ້ງກອງທຶນຝຶກແອບແລະ ຕິດອາວຸດເພື່ອສະໜັບສະໜຸນການຝຶກແອບນີ້.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກທະຫານທີ່ສົງໄປຕື່ມຢູ່ໃນອີຣັກນັ້ນຈະປະຕິບັດໜ້າທີ່ຢູ່ ຕາມສູນກາງຕ່າງໆ ນອກນະຄອນແບັກແດດ ແລະ Irbil ເພື່ອໃຫ້ຄຳແນະນຳ ແລະການ
ຊ່ອຍເຫຼືອແກ່ກຳລັງອີຣັກ. ສ່ວນອີກຈຳນວນນຶ່ງ ຈະຢາຍກັນຢູ່ທົ່ວປະເທດ ເພື່ອຝຶກແອບ
ກຳລັງອີຣັກ.

IRAQ DEMPSEY VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG