ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ຢ້ຽມຢາມອີຈິບ ເພື່ອສົນທະນາ​ຫາລື ກັບຜູ້ນຳຄົນໃໝ່ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດສະຫະ​ລັດ ທ່ານ John Kerry ພົບປະກັບ​ລັດຖະມົນຕີ​ຕ່າງປະ​ເທດ​ອີ​ຈິບ ທ່ານ Sameh Hassan Shoukri ຢູ່ທີ່ໂຮງແຮມໃນນະຄອນຫລວງ Cairo ເມື່ອວັນທີ 22, ມິຖຸນາ 2014.
ລັດຖະມົນຕີ​ຕ່າງປະ​ເທດສະຫະ​ລັດ ທ່ານ John Kerry ພົບປະກັບ​ລັດຖະມົນຕີ​ຕ່າງປະ​ເທດ​ອີ​ຈິບ ທ່ານ Sameh Hassan Shoukri ຢູ່ທີ່ໂຮງແຮມໃນນະຄອນຫລວງ Cairo ເມື່ອວັນທີ 22, ມິຖຸນາ 2014.
ລັດຖະມົນຕີ​ຕ່າງປະ​ເທດສະຫະ​ລັດ ທ່ານ John Kerry ​ໄດ້​ໄປ​
ຢ້ຽມ ຢາມປະ​ເທດອີ​ຈິບ ​ໂດຍ​ບໍ່​ໄດ້​ເປີດ​ເຜີ​ຍ​ໃຫ້​ຮູ້ລ່ວງ​ໜ້າ ​ເພື່ອ
ສົນທະນາ​ຫາລື ກັບປະທານາທິບໍດີ Abdel Fattah el-Sissi.

ທ່ານ Kerry ເດີນທາງ​ໄປ​ຮອດນະຄອນ​ຫລວງ Cairo ໃນ​ວັນ​
ອາທິດມື້​ນີ້ ​ສຳ​ຫລັບ​ການ​ປະຊຸມ​ລະດັບ​ສູງສຸດ ກັບ​ຜູ້ນຳ​ຄົນ​ໃໝ່
ຂອງ​ອີ​ຈິບ ຕັ້ງ​ແຕ່​ໄດ້​ມີ​ການ​ເລືອກຕັ້ງປະທານາທິບໍດີ​.

ທ່ານ Kerry ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ອີ​ຈິບ
ທ່ານ Sameh Shoukri ກ່ອນ ​ແລະ​ໄດ້​ກ່າວ​ວ່າ “​ເວລາ​ນີ້​
ແມ່ນ​ເປັນ​ຈຸດ​ຫົວລ້ຽວຫົວ​ຕໍ່ ສຳ​ຫລັບ​ການ​ຫັນປ່ຽນ​ຢູ່​ໃນ​
ອີ​ຈິບ”
ແລະວ່າ “ສະຫະລັດ​ແມ່ນ​ມີ​ຄວາມ​ສົນ​ໃຈ​ຫລາຍ ທີ່​ຈະ​ທຳ​ງານ​ຮ່ວມ​ກັນ
​ຢ່າງ​ໃກ້ຊິດກັບລັດຖະບານ​ຊຸດ​ໃໝ່​ຂອງ​ອີ​ຈິບ ​ເພື່ອ​ເຮັດ​ໃຫ້ການ​ຫັນປ່ຽນ​ເປັນ​
ໄປ​ຢ່າງຮຽບຮ້ອຍ​ທີ່​ສຸດ​ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.”


ສະຫະລັດໄດ້​ສະ​ແດງ​ຄວາມ​ກັງວົນ​ ກ່ຽວ​ກັບການ​ປາບ​ປາມ​ຝ່າຍຄ້ານ ຢ່າງ​ໜັກ​ໜ່ວງ
ນັບຕັ້ງ​ແຕ່​ທ່ານ Sissi ​ໄດ້ເຂົ້າກຳອຳນາດ​ ​ໃນ​ຖານະ ຜູ້ບັນຊາ​ການ​ທະຫານ​ສູງ​ສຸດ
ເມື່ອ​ເດືອນ​ກໍລະກົດ​ປີ​ກາຍ​ນີ້ ຫລັງຈາກ​ ​ໄດ້​ໂຄ່ນ​ລົ້ມພັກ​ພະລາດອນພາບ​ມຸສລິ​ມ ຫຼື
Muslim Brotherhood.

ການ​ປາບ​ປາມ​ໄດ້​ເຮັດ​ໃຫ້ ຫຼາຍຮ້ອຍ​ຄົນ​ເສຍ​ຊີວິດ ​ແລະ​ອີກຫຼາຍພັນ​ຄົນ ​ຖືກ​ກັກຂັງ
ຫລັງ​ຈາກ​ທີ່ທະຫານຍຶດອຳນາດ​ຈາກ​ຜູ້ນຳ​ພັກ​ພະລາ ດອນພາບ​ມຸສລິ​ມ ທ່ານ
Mohamed Morsi.

ຕັ້ງ​ແຕ່​ນັ້ນມາ ລັດຖະບານ​ໄດ້ປະກາດ​ໃຫ້ ພັກ​ພະລາດອນພາບ​ມຸສລິ​ມ ​ເປັນ​ພັກ​ນອກ​
ກົດໝາຍ ​ແລະ ຕັດສິນລົງ​ໂທດປະຫານ​ຊີ​ວິດ ສະມາຊິກ​ຂອງ​ພັກ ​ແລະ​ພວກອື່ນໆ​
ອີກທີ່​ອອກ​ມາ​ປະທ້ວງ​ ຈຳນວນຫຼາຍຮ້ອຍ​ຄົນ ໃນ​ການ​ພິຈາລະນາ​ຂອງ​ສານ ​ທີ່​ໃຊ້​
ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ.
Egypt Kerry
please wait
Embed

No media source currently available

0:00 0:02:21 0:00
XS
SM
MD
LG