ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຂັ້ນສູງ ຝ່າຍ​ຕໍ່​ຕ້ານ ທ່ານນຶ່ງ ໃນຊີເຣຍ ລາອອກ


ຜູ້ນຳ​ຂັ້ນ​ສູງ​ສຸດ​ຂອງ​ຝ່າຍ​ກະບົດ​ທ່ານ​ນຶ່ງ​ຈາກ​ກອງທັບເສລີ​ຊີ​ເຣຍ ທີ່​ໄດ້
ຮັບ​ການ​ໜຸນ​ຫຼັງ​ຈາກ​ສະຫະລັດ​ອາ​ເມຣິກາ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ທຳ​ການ
ປະ​ທ້ວງ​ຕໍ່​ການ​ຕໍ່ສູ້​ກັນ​ພາຍ​ໃນ​ໝູ່​ພວກ​ກະບົດ​ນຳ​ກັນ​ທີ່​ກຳລັງ​ພະຍາຍາມ
​ໂຄ່​ນລົ້ມ​ລັດຖະບານ​ປະທາ​ນາ​ທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍນັ້ນ.

ທ່ານ Abdul Jabbar Akaidi ນາຍ​ພັນ​ເອກ​ຝ່າຍ​ກະບົດ ທີ່​ນຳພາ​ການ​ບຸກ​ໂຈມ​ຕີ
ຄັ້ງ​ໃຫຍ່​ໃນ​ເດືອນ​ກໍລະກົດ​ປີ 2012 ທີ່​ເມືອງ Aleppo ຂອງ​ຊີ​ເຣຍນັ້ນ ກ່າວ​ວ່າ ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ຜິດ​ຖຽງ​ກັນ​ພາຍ​ໃນ​ຝ່າຍ​ກະບົດ ທີ່​ທ່ານ​ກ່າວ​ວ່າ
ພາ​ໃຫ້​ຝ່າຍ​ລັດຖະບານ​ຍຶດ​ເອົາ​ເມືອງ​ຍຸດ​ທະ​ສາດ Safira ​ທາງ​ພາກ​ເໜືອຂອງ​ປະ​ເທດ​ຄືນ
​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.
ທ່ານ Akaidi ຍັງ​ໄດ້​ເອົາ​ເລື້ອງ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ໄປ​ເຊື່ອມ​ໂຍງ​ໃສ່​ກັນ
ກັບ​ຄວາມ​ລົ້ມ​ແຫຼວ​ຂອງ​ປະຊາ​ຄົມນາໆ​ຊາດ​ໃນ​ການ​ໃຫ້ການ​ສະໜັບ​ສະ​ໜຸນ​ທາງ​ດ້ານ​ວັດຖຸ
​ສຳລັບ​ການ​ຊຸກຍູ້​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ກຸງ​ດາ​ມັສກັສນັ້ນ. ​ໃນ​ຮູບ​ພາບ​ວີ​ດີ​ໂອ ທີ່ອົງ
ການ​ຂ່າວ​ຝຣັ່ງ ທ່ານ Akaidi ກ່າວ​ວ່າ ​ເຈົ້າ​ຫັນ​ຫຼັງ​ໜີ ​ແລະ​ເອົາ​ໂຕ​ຖອນ​ອອກ​ຈາກ​ຊີ​ເຣຍ
ຢ່າງ​ສິ້ນ​ເຊີງ.
ຍັງ​ບໍ່​ມີ​ຖ້ອຍ​ຖະ​ແຫຼ​ງ​ໃດໆ​ອອກ​ມາ​ຈາກ​ສະຫະລັດ​ເທື່ອ​ໃນ​ເວລາ​ນີ້​ກ່ຽວ​ກັບ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Akaidi ນີ້.
ການ​ຍຶດ​ເອົາ​ເມືອງ Safira ຄືນ​ໄດ້ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ເຮັດ​ໃຫ້​ຝ່າຍ​ລັດຖະບານ​ຟື້ນ​
​ເສັ້ນທາງ​ລຳລຽງ​ທີ່​ສຳຄັນ​ຂອງ​ຕົນ​ຄືນ​ໄດ້​ ລະຫວ່າງ​ກຸງ​ດາ​ມັສກັສ ​ແລະ​ກຳລັງ​ຝ່າຍ​ລັດຖະ
ບານ​ທີ່ພວມຄອບ​ຄອງ​ເມືອງAleppo ຢູ່​ນັ້ນ.

XS
SM
MD
LG