ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມ້າ ຂັບໄລ່ ເຈົ້າໜ້າທີ່ ຂັ້ນສູງ ຂອງພັກ ອອກຈາກ ຕຳແໜ່ງ


ໂຄສົກສະພາຂອງ ມຽນມາ ທ່ານ Shwe Mann ຍ່າງອອກຈາກຫ້ອງການໃຫຍ່ ສະຫະພັນ​ສາມັກຄີ ​ແລະ ພັກ​​ເພື່ອ​ການ​ພັດທະນາ ໃນນະຄອນຫຼວງ ເນປີດໍ, ມຽນມ້າ, 12 ສິງຫາ, 2015.
ໂຄສົກສະພາຂອງ ມຽນມາ ທ່ານ Shwe Mann ຍ່າງອອກຈາກຫ້ອງການໃຫຍ່ ສະຫະພັນ​ສາມັກຄີ ​ແລະ ພັກ​​ເພື່ອ​ການ​ພັດທະນາ ໃນນະຄອນຫຼວງ ເນປີດໍ, ມຽນມ້າ, 12 ສິງຫາ, 2015.

ປະທາ​ນາ​ທິບໍດີ​ຂອງ ມຽນມາ ​ແມ່ນ​ກຳລັງ​ສ້າງ​ຄວາມ​ສັບ​ສົນ​ໃຫ້ ແກ່​ບັນດາ​ລັດຖະມົນຕີ​ຂອງ​ລັດຖະບານ ຖ່າມກາງ​ການກວດ​ລ້າງ​ການ​ນຳພາ​ຂອງ​ພັກ​ທີ່​ກຳລັງ​ປົກ​ປະ​ເທດຢູ່.

ການ​ປ່ຽນ​ແປງຄັ້ງ​ໃຫຍ່​ໃນ​ຕອນ​ທ່ຽງ​ຄືນ, ​ເຊິ່ງ​ລາຍ​ງານ​ບາງ​ສະບັບ​ໄດ້​ອະທິບາຍວ່າ​ເປັນ​ດັ່ງ​ກັບ “ການ​ກໍ່ລັດຖະປະຫານ​ພາຍ​ໃນ,” ​ເກີດ​ຂຶ້ນໃນ​ຂະ​ນະ​ທີ່​ກຳລັງ​ຮັກສາ​ຄວາມ​ປອດ​ໄ​ພ ​ໄດ້ປິດລ້ອມ​ສຳນັກງານໃຫຍ່​ຂອງ​ລັດຖະບານ​ປົກ​ຄອງ​ປະ​ເທດ​ໃນນະຄອນ ຫຼວງ ​ເນ​ປີ​ດໍ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະ​ຫັດ​ມື້​ນີ້ ​ແລະ ​ຫ້າມ​ເຈົ້າ​ໜ້າ​ທີ່​ບໍ່​ໃຫ້​ອອກ​ໄປ​.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະພັນ​ສາມັກຄີ ​ແລະ ພັກເພື່ອ​ການ​ພັດທະນາ ຫຼື (USDP) ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ ທ່ານ Shwe Mann ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງສູງ​ສຸດ​ຂອງ​ພັກ ​ແລະ ​ເລຂາທິການໃຫຍ່​ຂອງ USDP ທ່ານ Maung Maung Thein ກໍ​ໄດ້​ຖືກ​ຍົກຍ້າຍ​ອອກ​ເຊັ່ນ​ກັນ.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແມ່ນ​ໄດ້​ຖືກ​ກຳນົດໄວ້ສຳ​ລັບ​ເດືອນ ພະ​ຈິກ ​ປີ​ນີ້, ​ເຊິ່ງ​ຈະເປັນ​ຄັ້ງ​ທຳ​ອິດໃນ ມຽນມາ​ ຊ່ຶງຮູ້ຈັກ​ກັນອີກ​ຊື່ນຶ່ງ​ວ່າ ພະມ້າ​ ​ ຕັ້ງ​ແຕ່​ການ​ສິ້ນ​ສຸດຂອງ​ການ​ກຳ​ອຳນາດ​ໂດຍ​ທະຫານເວລາຫຼາຍ​ທົດ​ສະ​ວັດ ​ໃນ​ປີ 2011.

Myanmar Politics
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG