ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານ ແຈ້ງວ່າ ພວກຜູ້ນຳຈີນ ເຊື່ອງຊັບສິນ ໄວ້ຢູ່ ຕ່າງປະເທດ


ນາງ Li Xiaolin ລູກສາວຂອງອະດິດນາຍົກລັດຖະມົນຕີຫລີເຜິ້ງ
ນາງ Li Xiaolin ລູກສາວຂອງອະດິດນາຍົກລັດຖະມົນຕີຫລີເຜິ້ງ
ການ​ສືບສວນ​ຂອງກຸ່ມ​ນັກ​ຂ່າວ ​ທີ່​ມີ​ສໍານັກງານ​ຢູ່​ໃນ​ສະຫະລັດ
ແນະໃຫ້ເຫັນວ່າ ຍາດພີ່ນ້ອງ ທີ່​ໃກ້ຊິດ​ກັບ​ພວກ​ຜູ້​ນໍາ​ຈີນ ຊຶ່ງ​ຮວມ
ທັງ​ປະທານ Xi Jinping ​ໄດ້ສ້າງຕັ້ງບໍລິສັດຈຳນວນນຶ່ງ ຢູ່ຕ່າງ
ປະເທດ ​ເພື່ອ​ປົກ​ປິ​ດຄວາມ​ມັ່ງ​ມີຢ່າງມະຫາສານ ຂອງ​ພວກ
​ເຂົາ​ເຈົ້າ.

ລາຍ​ງານ​ທີ່​ພິມ​ເຜີຍ​ແຜ່ ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກຸ່ມ​ພວກ​ນັກ​ຂ່າວ
ສືບສວນນາໆ​ຊາດ ຫຼື ICIJ (International Consortium
of Investigative Journalists) ແມ່ນອິງ​ຕາມ​ຂໍ້ມູນ​ເອກ​ກະ
ສາ​ນທີ່ມີການຮົ່ວໄຫລ 2 ລ້ານ 5 ແສນໜ້າ ​ທີ່​ໄດ້​ສະ​ແດງ​ໃຫ້
ເຫັນລາຍຊື່​ເຈົ້າ​ຂອງທຸລະ​ກິດ​ແລະຊັບສິນຕ່າງໆ ທີ່ລົງ​ທະບຽນ
​ຢູ່ໃນ​ປະ​ເທດ.

ນ້ອງ​ເຂີຍ​ຂອງປະທານ Xi ​ແລະລູກ​ຊາຍ​ຂອງ​ອະດີດນາຍົກລັດຖະມົນຕີ ທ່ານ Wen
Jiabao ​ແມ່ນ​ຮວມຢູ່​ໃນ​ບັນດາ​ລາຍ​ຊື່​ດັ່ງກ່າວ​ນີ້. ພີ່ນ້ອງ​ໃກ້ຊິດ​ຂອງ​ອະດີດ​ປະທານ​
ປະ​ເທດທ່ານ Hu Jintao, ນາຍົກລັດຖະມົນຕີຄົນກ່ອນ ທ່ານ Li Peng ​ແລະ​ມື້​ລາງ​ຜູ້​ນໍາ
ປະເທດ ທ່ານ Deng Xiaoping ກໍ​ຖືກ​ລະບຸວ່າ​ມີ​ຊື່​ເປັນ​ເຈົ້າ​ຂອງ​ທຸລະກິດແລະກອງທຶນ
ເຫຼົ່ານີ້.

ໜັງສືພິມ New York Times ​ແລະ​ວາລະສານ Bloomberg ໄດ້​ພິມ​ເຜີຍແຜ່​ໃນ​ປີ 2012
ວ່າ ຄອບຄົວ​ຂອງທ່ານ Xi ​ແລະ​ທ່ານ Wen ມີ​ຊັບ​ສົມບັດ​ມະຫາສານ. ຫລັງຈາກນັ້ນກຸງ​
ປັກ​ກິ່ງ​ກໍໄດ້​ກີດ​ກັນ​ ບໍ່ໃຫ້ຜູ້ຄົນ​ເຂົ້າໄປເບິ່ງເວັບໄຊຂອງໜັງສືພິມແລະວາຣະສານດັ່ງກ່າວ
​ໃນຈີນ​ເພື່ອເປັນການ​ຕອບໂຕ້​ກ່ຽວ ​ກັບເລື່ອງ​ດັ່ງກ່າວ.

​ໃນ​ວັນ​ພຸດມື້ນີ້ ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ກີດ​ກັນ ບໍ່ໃຫ້ຜູ້ຄົນເຂົ້າໄປເບິ່ງເວັບໄຊຂອງກຸ່ມ ICIJ. ແຕ່ຍັງ ບໍ່ທັນມີປະຕິກິລິຍາຕອບໂຕ້ຂອງທາງການແຕ່ຢ່າງໃດເທື່ອ ຕໍ່ລາຍງານທີ່ວ່ານີ້.
XS
SM
MD
LG