ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

20 ກວ່າຄົນ ເສຍຊີວິດ ຍ້ອນລົມພາຍຸ Tornado ໃນສະຫະລັດ (ເບິ່ງສະໄລດ໌ກັບວີດີໂອ)


ລົດຫລາຍໆຄັນ ຮວມທັງລົດຕໍາຫລວດ ຖືກລົມພາຍຸຫົວກຸດ ທີ່ຮ້າຍ ແຮງຫຼື Tonatoes ພັດຢອງກອງກັນຂື້ນ ທີ່ລັດ Kentucky, ໃນວັນສຸກ ທີ 2 2012.
ລົດຫລາຍໆຄັນ ຮວມທັງລົດຕໍາຫລວດ ຖືກລົມພາຍຸຫົວກຸດ ທີ່ຮ້າຍ ແຮງຫຼື Tonatoes ພັດຢອງກອງກັນຂື້ນ ທີ່ລັດ Kentucky, ໃນວັນສຸກ ທີ 2 2012.

ການ​ພັດ​ຖະຫຼົ່ມຂອງລົມ​ພາ​ຍຸ​ຫົວກຸດ ຫຼື Tornado ທີ່​ຮ້າຍ​ແຮງ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
ໄປ​ 20 ກວ່າຄົນ​ຢູ່​ໃນ​ຫລາຍ​ໆລັດ ທາງ​ພາກ​ຕາ​ເວັນ​ອອກ​ຂອງສ​ະຫະລັດ ແລະເຮັດ​ໃຫ້
ເກີດ​ຄວາ​ມ​ເສຍ​ຫາຍ​ຢ່າງ​ໃຫ່ຍຫລວງ​ໃນ​ບາ​ງ​ເຂດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າຢ່າງ​ໜ້ອຍ 27 ຄົນ​ໄດ້​ເສຍ​ຊີວິດ ຄືຢູ່​ໃນ​ລັດ Kentucky 12 ຄົນ​ໃນ
ລັດ Indiana 13 ຄົນ ​ແລະລັດ Ohio 2 ຄົນ​ ໃນວັນສຸກ​ວານ​ນີ້.

ລົ​ມ​ພາຍຸ​ໂທ​ເນ​ໂດຫລືວ່າລົມ​ຫົວກຸດນັ້ນໄດ້​ພັດ​ຖະຫຼົ່ມ​ເມື​ອງ Hen-ryville ຢູ່​ລັດ India-
na ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຮ້າຍ​ແຮງ​ໃຫ້​ແກ່ ສ່ວນ​ໃຫຍ່​ຂອງ​ເມືອງ​ດັ່ງກ່າວ. ນອກ​ນີ້
ລົ​ມຫົວກຸດຍັງ​ໄດ້​ຜັນ​ເອົາ​ລົດຈຳນວນ​ນຶ່ງຈົນ​ບິດ​ບ້ຽວ​ໄປ​ແລະ​ຜັນ​ຍົກ​ເອົາ​ລົດ​ເມໂຮງຮຽນໄປ
ຕໍາໃສ່ເຮືອນ​ແລະ​ຮ້ານ​ອາຫານ.

ເຈົ້າ​ໜ້າ​ທີ່​ຂອງ​ເມືອງ Henryville ທີ່​ລັດ Indiana ກ່າວ​ວ່າ ​ເມື​ອງຂອງ​ເຂົາ​ເຈົ້າ​ໄດ້​ “ຫາຍ​
ສາບ​ສູນ​ໄປ”​ ​ໂດຍ​ບໍ່​ເຫັນຮ່ອງຮອຍ​ເລີຍ.

ມີ​ລາຍ​ງານ​ອີກວ່າ ​ໄດ້ມີ​ຄວາມ​ເສຍ​ຫາຍ​ໜັກຄື​ກັນ ຢູ່ໃກ້​ໆກັບ​ເມືອງ Louisville ໃນລັດ
Kentucky ບ່ອນ​ທີ່​ລົມ​ໂທ​ເນ​ໂດ ​ໄດ້​ພັດ​ຖະຫຼົ່ມໃນ​ຕອນ​ແລງ​ຂອງ​ວັນ​ສຸກວານ​ນີ້.

ໃນ​ຕອນ​ເຊົ້າຂອງ​ມື້ວານ​ນີ້ ​ລົມ​ພະຍຸ​ໂທ​ເນໂດ ​ກໍ​ໄດ້​ພັດ​ຖະຫຼົ່ມລັດ Alabama ​ໃນ​ພາກ
ໃຕ້​ຂອງ​ສະຫະລັດ ​ເຮັດ​ໃຫ້​ປະຊາຊົນໃນ​ເຂດ​ດັ່ງ​ກ່າວ ​ໄດ້​ຮັບ​ບາດ​ເຈັບ​ໄປຫລາຍ​ຄົນ. ນຶ່ງ​
ໃນ​ຈໍານວນ​ຂອງ​ລົມ​ຫົວກຸດ​ນີ້ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ ໃຫ້​ແກ່​ຫລັງ​ຄາຂອງ​ຄຸກທີ່
ມີ​ການ​ຮັກສາການຢ່າງ​ໜາ​ແໜ້ນ ​ແຕ່​ວ່າບໍມີ​ນັກ​ໂທດສາມາດ​ຫລົບໜີ​ໄປ​ໄດ້.

ນອກ​ນັ້ນ​ແລ້ວ​ໃນ​ມື້ວານ​ນີ້ ຍັງ​ມີ​ລາຍ​ງານ​ວ່າ ​ໄດ້​ເກີີດລົມຫົວກຸດຂຶ້ນ​ອີກ​ ຢູ່​ທີ່​ລັດ Ten-
nessee ໃນພາກ​ກາງຂອງ​ສະຫະລັດ.

ສະພາບ​ດິນ​ຟ້າ​ອາກາດ​ປັ່ນ​ປ່ວນ​ຮ້າຍ​ແຮງ​ໄດ້​ປະກົດ​ຂື້ນພຽງສອງ​ມື້​ ຫລັງ​ຈາກເກີດ​ລົ​ມໂທ
ເນ​ໂດຂະ​ໜາດ​ແຮງເທື່ອ​ທໍາ​ອິດ ໃນ​ອາທິດນີ້ ພັດ​ຜ່ານເປັນ​ແລວທາງໄປ ໃນ​ເຂດ​ພາກກາງ
ແລະພາກ​ໃຕ້​ຂອງສະຫະລັດ​ ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດໄປ​ອີກ 13 ຄົນ.

ລະ​ບົບລົມພາຍຸ​ອັນ​ຮ້າຍ​ດັ່ງກ່າວ​ນີ້ ​ໄດ້​ພັດທຳລາຍ​ຄຸ້ມ​ຕ່າງໆ ຢູ່​ໃນ​ລັດ Illinoise, Mis-
souri ​ແລະ Tennessee ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ແລະ​ລົມ​ໂທ​ເນ​ໂດ ຍັງໄດ້​ສ້າງ​ຄວາມ
ເສຍ​ຫາຍ​ຢູ່​ທີ່ Kensas ແລະ Kentucky ນຳ​ດ້ວຍ.

XS
SM
MD
LG