ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍ Mayweather ຊະນະ ນາຍ Pacquiao ໃນການຊີງແຊັມມວຍ ຮຸ້ນ 60 - 61 ກິໂລ


ການຕໍ່ສູ້ກັນລະຫວ່າງ ນາຍ Mayweather (ຊ້າຍ) ແລະນາຍ Pacqiao ທີ່ນະຄອນ Las Vegas, ລັດ ເນວາດາ, ວັນທີ 2 ພຶດສະພາ 2015.
ການຕໍ່ສູ້ກັນລະຫວ່າງ ນາຍ Mayweather (ຊ້າຍ) ແລະນາຍ Pacqiao ທີ່ນະຄອນ Las Vegas, ລັດ ເນວາດາ, ວັນທີ 2 ພຶດສະພາ 2015.

ນາຍ Floyd Mayweather Jr. ນັກ​ມວຍອະ​ເມຣິກັນ ນ້ຳໜັກ​
ຂະໜາດ​ເບົາຍັງ​ບໍ່​ທັນ​ເສຍ​ໄຊ​ຈັກ​ເທື່ອ ໃນການ​ຊົກມວຍ​ອາຊີບ
​ມາ48 ຄັ້ງ ຫຼັງ​ຈາກ​ຊະນະ​ນາຍ Manny Pacqiao ຈາກ​ຟີ​ລິບ​
ປິນດ້ວຍ​ການຕັດສິນ​ຢ່າງ​ເປັນເອກກະສັນໂດຍ​ຄະນະ​ກຳມະ
ການ ​ໃນການຊີງ​ແຊັມ​ຊົກມວຍ​ຮຸ້ນ Welterweight ໃນອັນ​ທີ່​
ໄດ້​ມີ​ການ​ໂຄສະນາວ່າ​ເປັນ​ “ການ​ຊົກມວຍ ຄັ້ງ​ຍິ່ງ​ໃຫຍ່​ຄັ້ງ​
ຫຼ້າ​ສຸດ​ຂອງ​ສັດຕະວັດ.”

ນາຍ Mayweather ​ໄວ 38 ປີ ຊຶ່ງ​ມີ​ຊ່ວງ​ແຂນ​ຍາວ​ກວ່າ​ນາຍ
Pacqiao ​ໄດ້​ເລີ້ມ​ຕົ້ນ​ຢ່າງ​ແຂງ​ແຮງ​ ໃນ​ການ​ຕໍ່ສູ້​ກັນ ​ໃນ​ວັນ​
ເສົາ​ວານ​ນີ້ ທີ່​ເວທີ MGM Grand Garden Arena ຢູ່ທີ່​ນະ
ຄອນ Las Vegas ແຕ່​ນາຍ Pacqiao ທີ່​ແຮງ​ຊ້າຍ​ ໄດ້​ຕອບ​ໂຕ້​ຢ່າງ​ຂະຫຍັນ​ຂັນ​ແຂງ​
ໃນ​ຍົກຕໍ່ໆມາ ແຕ່​ບໍ່​ເປັນ​ການ​ພຽງພໍ​ທີ່​ຈະ​ເອົາ​ຊະນະ​ນາຍ Mayweather ທີ່ມີ​ຊື່​ສຽງ​ໃນ​
ວິທີ​ປ້ອງ​ກັນ​ໂຕ​ນັ້ນ. ນາຍ Mayweather ສາມາດ​ສ້າງ​ຄວາມ​ເຫຼືອ​ອົກ​ເຫຼືອ​ໃຈ ໃຫ້​ແກ່​
ນາຍ Pacqiao ​ໄວ 36 ປີໄດ້ ​ໂດຍການ​ຕ່ອ​ຍ​ແລະ​ໃຊ້​ກຳ​ປັ້ນ​ຫຼາຍບັ້ນ​ທີ່​ມີ​ປະສິດທິ​ຜົນ
ຂອງ​ຕົນ​ເອງ.

ການ​ແຂ່ງຂັນ​ຄັ້ງ​ນີ້ ບໍ່​ໄດ້​ລະດັບ​ທີ່​ເປັນ​ການ​ຊົກມວຍ​ຄັ້ງ​ຍິ່ງ​ໃຫຍ່ເປັນ​ໄລຍະ​ດົນ​ນານ​ທີ່​
ນັກ​ມວຍ​ທັງ​ສອງ​ປາກົດ​ວ່າໃຊ້​ຄວາມ​ລະມັດລະວັງທີ່​ສຸດ. ບໍ່​ມີ​ການ knockdown ​ແລະ​
ປາກົດ​ວ່າ​ບໍ່​ມີ​ນັກ​ມວຍ​ຄົນ​ໃດໄດ້​ຮັບ​ບາດ​ເຈັບ​ສາຫັດ​ແຕ່​ຢ່າງ​ໃດ​ເລີຍ. ກຳມະການ​ຕັດ
ສິນ​ຂ້າງ​ເວທີ 2 ທ່ານ ​ໃຫ້​ຄະ​ແນນ​ໃນ​ການ​ຊົກ 12 ຍົກ ດ້ວຍ​ຄະ​ແນນ 116 ຕໍ່ 112 ​ໃນ​
ຂະນະ​ດຽວ​ກັນ ​ຜູ້​ຕັດສິນ​ຄົນທີ​ສາມ ​ໃຫ້​ຄະ​ແນນ 118 ຕໍ່ 110 ທັງ​ໝົດ​ເຫັນ​ດີ​ ໃຫ້​ນາຍ Mayweather ​ເປັນ​ຜູ້​ຊະນະ.

ຫຼັງ​ຈາກ​ການ​ຊົກມວຍ​ແລ້ວນາຍ Pacqiao ກ່າວ​ວ່າ ລາວ​ຄຶດ​ວ່າລາວຊະນະ. ​ນັກ​ມວຍ​
ເອກ​ຟີ​ລິບ​ປິນຄົນ​ນີ້ ​ໄດ້​ຊະນະ 57 ຄັ້ງ ເສຍໄຊ 6 ຄັ້ງ ​ແລະ​ສະ​ເໝີ​ກັນ 2 ຄັ້ງ.

ນາຍ Mayweather ກ່າວ​ຫຼັງ​ຈາກ​ຊົກມວຍ​ແລ້ວວ່າ ລາວ​ຈະ​ຊົກ​ອີກຄັ້ງ​ໜຶ່ງ​ໃນ​ທ້າຍ​ປີ​ນີ້
​ແລ້ວ​ຈະ​ອອກ​ກິນ​ເບ້ຍ​ບຳບນານ ຫຼື​ເຊົາ​ຊົກມວຍ.

Mayweather Pacquiao
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG