ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົບຮອບ 100 ປີ ທີ່ກໍ່າປັ່ນໃຫຍ່ Titanic ຈົມນໍ້າ (ເບິ່ງວີດີໂອ)


ພວງມາລາໄວ້ອາໄລ ໄດ້ລ່ອງລາຍໄປພາຍຫລັງທີ່ຖືກໂຍນລົງນໍ້າທະເລໃນມະຫາສະມຸດແອັດລັງຕິກ ຂະນະທີ່ ມີການທໍາພິທີລະນຶກເຖິງການຈົມນໍ້າຂອງເຮືອໄທເທນິກ ຢູ່ບ່ອນເກີດເຫດ 100 ປີຜ່ານມາ ທີ່ຈັດຂຶ້ນ ໃນວັນອາທິດທີ 15 ເມສາ, 2012.
ພວງມາລາໄວ້ອາໄລ ໄດ້ລ່ອງລາຍໄປພາຍຫລັງທີ່ຖືກໂຍນລົງນໍ້າທະເລໃນມະຫາສະມຸດແອັດລັງຕິກ ຂະນະທີ່ ມີການທໍາພິທີລະນຶກເຖິງການຈົມນໍ້າຂອງເຮືອໄທເທນິກ ຢູ່ບ່ອນເກີດເຫດ 100 ປີຜ່ານມາ ທີ່ຈັດຂຶ້ນ ໃນວັນອາທິດທີ 15 ເມສາ, 2012.

ວັນ​ອາທິດ​ມື້​ນີ້ ​ແມ່ນ​ຂີດ​ໝາຍຄົບຮອບ 100 ປີຂອງ​ກໍ່າ​ປັ່ນ​ໂດຍສານໃຫຍ່ Titanic ຈົມ​ນໍ້າ.

ກໍ່າ​ປັ່ນ​ໂດຍສານ​ໄທ​ແທນິກ ທີ່​ໃຫຍ່​ທີ່​ສຸດ ຫລູ​ຫລາທີ່​ສຸດຂອງໂລກ​ໃນ​ສະ​ໄໝ​ນັ້ນ ທີ່​ກ່າວ
ກັນ​ວ່າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ ​ແບບ​ທີ່ບໍ່​ຈົມ​ນໍ້ານັ້ນ ໄດ້ອອກເດີນທາງ​ ເປັນ​ເທື່ອ​ທໍາ​ອິດຂອງ​
ກໍາ​ປັ່ນ​ລໍາ​ນີ້ ຈາກ​ເມືອງ Southampton ​ປະ​ເທດ​ອັງກິດ ​ມຸ່ງໜ້າໄປ​ຍັງນີວຢ໊ອກ ເວລາ​ກໍ່າ​ປັ່ນ​ໄດ້​ແລ່ນ​ໄປ​ຕໍາ​ພູ​ນໍ້າ​ກອນ ຫລື ​ໄອສະເບີກ ​ໃນ​ເຂດມະຫາ​ສະມຸດ​ແອັດ​ແລນ​ຕິກ​ເໜືອ. ກໍາ​ປັ່ນ​ໄດ້​ຈົມນໍ້າລົງ ​ໃນ​ເວລາບໍ່​ຮອດສາມ​ຊົ່ວ​ໂມງ ​ແລະ​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 1,500 ຄົນ.

ຄວາມ​ສົນ​ໃຈແລະ​ຫລົງ​ໄຫລກ່ຽວ​ກັບເລຶ່ອງລາວ​ຂອງກໍ່າ​ປັນ​ ​ທີ່​ໂຊກ​ຮ້າຍ​ລໍາດັ່ງກ່າວ ເບິ່ງຄື​ວ່າ​ບໍ່​ມີ​ວັນ​ສິ້ນ​ສຸດ​. ​ໄດ້​ມີ​ງານ​ເທດສະການວາງສະ​ແດງ​ຕ່າງໆ ມີການ​ສົນທະນາ​ກັນ​ກ່ຽວ​ກັບ​ກໍ່າ​ປັ່ນ ​ແລະການສະ​ແດງ​ລະຄອນ ​ແລະສາລະ​ຄະດີ​ຕ່າງໆ ​ແລະມີ​ການ​ຂຽນປື້​ມ​ເລ້​ມ​ໃໝ່ ທີ່​ນໍາ​ອອກເຜີຍ​ແຜ່ ໃນ​ວັນ​ຄົບຮອບນີ້ ພ້ອມ​ກັບ​ການນໍາ​ອອກ​ເຜີ​ຍແຜ່​ໃນລະບົບ 3 D ຫລື 3 ມິ​ຕິ ຮູບ​ເງົາ​ເລື້ອງ Titanic ທີ່​ໄດ້​ລາງວັນອອ໊ສກ້າ ຫລື​ຕຸກກະຕາ​ຄໍາ ທີ່​ນໍາ​ສະ​ແດງ​ໂດຍ Leonardo di Caprio ​ແລະ​ Kate Winslet ນັ້ນ.

ກໍ່າ​ປັນ​ທ່ອງ​ທ່ຽວ​ນຶ່ງ ​ໄດ້​ອອກ​ເດີ​ນທາງ​ຈາກ​ອັງກິດ​ເມື່ອ​ອາທິດ​ຜ່ານ​ມາ ເພື່ອ​ລະນຶກ​ເຖິງ​ເຫດການ​ນີ້ ​ໂດຍ​ແລ່ນ​ຄືນ​ໄປ​ຕາມ​ເ​ສັ້ນ​ທາງ​ຂອງ​ກໍ່າ​ປັ່ນ Titanic ຊຶ່ງ​ຜູ້​ໂດຍສານ​ຫລາຍໆ​ຄົນ ທີ່​ໂດຍສານ​ໄປ​ກັບກໍ່າ​ປັ່ນລໍາ​ດັ່ງກ່່າວ ທີ່​ຊື່ Balmoral ນັ້ນ ​ແມ່ນ​ຍາດຕິ​ພີ່ນ້ອງຂອງ​ຜູ​ເສຍ​ຊີວິດ​ໃນເຫດ​ໄພພິບັດ​ຄັ້ງ​ນັ້ນ. ມີ​ການຈັດພິທີ​ໄວ້ອາ​ໄລ​ໄດ້​ ​ຂື້ນໃນ​ວັນອາທິດ​ມື້​ນີ້ ຢູ່​ເທິງ​ກໍ່າ​ປັ່ນ Balmoral ຢູ່​ຈຸດ​ດຽວ​ກັບ​ທີ່​ກໍ່າ​ປັ່ນ​ໄທ​ແທນິກຈົມນໍ້າ​ນັ້ນ.

ເບິ່ງວີດີໂອກ່ຽວກັບກໍາປັ່ນໄທແທນິກ:

XS
SM
MD
LG