ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ເປັນຫ່ວງ ກ່ຽວກັບ ການຍົກຍ້າຍ ສະຖານທູດ ໄປຕັ້ງຢູ່ໃນ ເຈຣູຊາແລັມ


ທຸງຊາດສະຫະລັດ ປິວສະບັດ ຢູ່ນອກສະຖານທູດ ສະຫະລັດ ໃນນະຄອນ Tel Aviv, ວັນທີ 4 ສິງຫາ 2013.
ທຸງຊາດສະຫະລັດ ປິວສະບັດ ຢູ່ນອກສະຖານທູດ ສະຫະລັດ ໃນນະຄອນ Tel Aviv, ວັນທີ 4 ສິງຫາ 2013.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ ປະທານາ
ທິບໍດີ ດໍໂນລ ທຣຳ ເປັນຫ່ວງກ່ຽວກັບ ການຍົກຍ້າຍ ສະຖານທູດ ສະຫະລັດ ຈາກ
ນະຄອນ Tel Aviv ໄປຍັງ ນະຄອນຫຼວງ Jeruselam ຍ້ອນຢ້ານວ່າ ຈະສົ່ງຜົນກະ
ທົບຕໍ່ຂະບວນການສັນຕິພາບ ໃນຕາເວັນອອກກາງ.

ທ່ານ Tillerson ໄດ້ກ່າວໃນລາຍການ Meet the Press ໃນວັນອາທິດ ຂອງ
ໂທລະພາບ NBC ວ່າ “ຂ້າພະເຈົ້າຄິດວ່າ ຈະແຈ້ງໃຫ້ຊາບ ອີກເທື່ອນຶ່ງ ໃຫ້ຝ່າຍ
ຕ່າງໆ ທີ່ກ່ຽວຂ້ອງເລື່ອງການເຈລະຈາເຫຼົ່ານັ້ນ ແລະ ແນ່ນອນທີ່ສຸດ....ອິສຣາແອລ
ແມ່ນມີທັດສະນະວ່າ ການຍົກຍ້າຍຈະເປັນການຊ່ອຍ ໃຫ້ເກີດການລິເລີ່ມສັນຕິພາບ
ຫຼືບໍ່ ກໍວ່າ ມັນຈະເປັນການດຶງດູດເອົາຄວາມສົນໃຈໃຫ້ຫັນເຫໄປທາງອື່ນ.

ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານ Benjamin Netanyahu ໄດ້ສະແດງປະຕິ
ກິລິິຍາອອກມາ ໃນທັນທີທັນໃດ.

ສຳນັກງານຂອງທ່ານ Netanyahu ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ການຍົກ
ຍ້າຍ ສະຖານທູດຂອງອາເມຣິກາ ໄປຍັງນະຄອນຫຼວງ ເຈຣູຊາແລັມ ຈະບໍ່ເປັນຜົນ
ເສຍຫາຍຕໍ່ຂະບວນການສັນຕິພາບ. ມັນຈະເຮັດໃຫ້ເກີດຜົນໃນທາງກົງກັນຂ້າມ.
ມັນຈະເຮັດໃຫ້ກ້າວໄປໜ້າ ດ້ວຍການເຮັດໃຫ້ປະຫວັດສາດ ທີ່ຜິດໆນັ້ນ ຖືກຕ້ອງ
ແລະດ້ວຍການທັບມ້າງ ຄວາມເພີ້ຝັນຂອງປາແລັສໄຕນ໌ ທີ່ວ່າ ນະຄອນ
ເຈຣູຊາແລັມ ບໍ່ແມ່ນເມືອງຫລວງ ຂອງອິສຣາແອລ.”

ອິສຣາແອລ ໄດ້ຍຶດເອົາເຈຣູຊາແລັມເປັນຫົວເມືອງຂຶ້ນ ໃນປີ 1967 ແລະ ຖືເອົາເມືອງ
ເຈຣູຊາແລັມ ທັງໝົດ ເປັນເມືອງຫຼວງຂອງຕົນ ຕະຫຼອດການ. ເປັນເວລາດົນນານ
ທີ່ຕົນໄດ້ຊຸກຍູ້ ປະຊາຄົມສາກົນ ໃຫ້ຍົກຍ້າຍສະຖານທູດຂອງພວກເຂົາເຈົ້າ ໄປຕັ້ງ
ຢູ່ນະຄອນຫຼວງເຈຣູຊາແລັມ.

ຊາວປາແລັສໄຕນ໌ ຢາກໃຫ້ ເຈຣູຊາແລັມ ກ້ຳຕາເວັນອອກ ເປັນເມືອງຫຼວງ ຂອງ
ປະເທດ ຂອງພວກເຂົາເຈົ້າ ໃນອະນາຄົດ ແລະ ບັນດາພັນທະມິດຂອງອິສຣາແອລ
ບໍ່ຄ່ອຍຢາກຈະຍົກຍ້າຍສະຖານທູດຂອງພວກເຂົາເຈົ້າປານໃດ.

ທ່ານທຣຳ ໄດ້ສັນຍາວ່າ ຈະຍົກຍ້າຍທີ່ຕັ້ງຂອງສະຖານທູດ ສະຫະລັດ ອັນເປັນສ່ວນ
ນຶ່ງ ຂອງການໃຫ້ຄຳໝັ້ນສັນຍາ ໃນການໂຄສະນາຫາສຽງ. ທ່ານຍັງບໍ່ທັນມີການ
ເຄື່ອນໄຫວໃດໆ ທີ່ເປັນຮູບປະທຳ ຕໍ່ການຈັດຕັ້ງປະຕິບັດ ຄຳໝັ້ນສັນຍາດັ່ງກ່າວນັ້ນ.

ທ່ານທຣຳ ຈະພົບປະ ກັບບັນດາຜູ້ນຳ ຂອງອິສຣາແອລ ແລະ ປາແລັສໄຕນ໌ ຊຶ່ງເປັນ
ສ່ວນນຶ່ງຂອງການເດີນທາງໄປຕ່າງປະເທດ ຄັ້ງທຳອິດຂອງທ່ານ ໃນຖານະເປັນ
ປະທານາທິບໍດີ ໃນສັບປະດານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG