ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ນຳພາ ການຮຽກຮ້ອງ ໃຫ້ເອົາຊະນະ ກຸ່ມລັດອິສລາມ ຢ່າງສິ້ນເຊີງ


ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວເປີດກອງປະຊຸມ ບັນດາລັດຖະມົນຕີ
ກະຊວງການ​ຕ່າງປະ​ເທດ ຂອງແນວໂຮມ ເພື່ອເອົາຊະນະກຸ່ມ ISIS ໃນນະຄອນຫຼວງວໍຊີງຕັນ, 22 ມີນາ, 2017.
ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວເປີດກອງປະຊຸມ ບັນດາລັດຖະມົນຕີ ກະຊວງການ​ຕ່າງປະ​ເທດ ຂອງແນວໂຮມ ເພື່ອເອົາຊະນະກຸ່ມ ISIS ໃນນະຄອນຫຼວງວໍຊີງຕັນ, 22 ມີນາ, 2017.

ໃນ​ການສະ​ແດງ​ອອກ​ຊຶ່ງ​ການ​ຮວມຕົວ​ກັນ​ເປັນປຶກ​ແຜ່ນ ຕໍ່ຕ້ານພວກ​ກໍ່​ການ​ຮ້າຍ​
ກຸ່ມ​ລັດ​ອິສລາມ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ເປັນ​ເຈົ້າພາບ ​ຈັດກອງ​ປະຊຸມ ຕ້ອນຮັບລັດຖະມົນຕີ​ການ​ຕ່າງປະ​ເທດ 68 ທ່ານ ​ແລະ​ບັນດາ​ຜູ້ນຳຄົນອື່ນ​ໆ
ຈາກ​ທົ່ວ​ໂລກ ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບຍຸດ​ທະສາດ​ຮ່ວມ​ຂອງ​ໂລກ ທີ່​ຈະ​ເອົາ​ຊະນະ​
ກຸ່ມ​ຫົວ​ຮຸນ​ແຮງ​ຈັດພວກ​ນີ້.

ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ກ່າວວ່າ
ໄຊຊະນະທີ່​ໄດ້​ມາ​ໃນການ​ສູ້​ລົບ​ທາງ​ທະຫານ​ຫຼາຍ​ບັ້ນ ​ໄດ້​ເຮັດ​ໃຫ້​ແນວ​ໂຮມ
ເປັນ​ຝ່າຍ​ໄດ້​ປຽບ ແຕ່ທ່ານ​ກ່າວ​ຕື່ມ​ວ່າ ຈະ​ບໍ່​ມີ​ຜູ້​ໃດ​ຢຸດ​ພັກ​ນິ່ງເສີຍ​ໄດ້ ​ໃນ​ຂະນະ​ທີ່
ກຸ່ມ​ລັດ​ອິສລາມຍັງ​ແຂງ​ຂັນ ​ແລະ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ນີ້.

ເຊີນຊົມ: ຄວາມເຫັນຂອງທ່ານ Tillerson ທີ່ວ່າ ພວກເຮົາ ຕ້ອງຊະນະກຸ່ມ ISIS

Tillerson: Degradation Not the Goal, We Must Defeat ISIS
please wait

No media source currently available

0:00 0:02:20 0:00

“ການ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ກຸ່ມ​ລັດ​ອິສລາມນີ້ ບໍ່ແມ່ນຈຸດປະສົງຂັ້ນສຸດ​ທ້າຍ.
ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ຊະນະກຸ່ມ​ລັດ​ອິສລາມ,”
ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Tillerson
​ຊຶ່ງໄດ້​ກ່າວ​ເຖິງ​ກຸ່ມ​ດັ່ງກ່າວ ໂດຍ​ໃຊ້​ຊື່​ຫຍໍ້ ຊຶ່ງ​ພວກ​ນັກການ​ທູດ​ມັກ​ໃຊ້​ນັ້ນ ​ແລະທ່ານ​
ຍັງໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ຂ້າພະ​ເຈົ້າ​ຮັບ​ຮູ້​ວ່າ ມັນ​ຍັງ​ມີບັນຫາ​ທ້າ​ທາຍ​ຫລາຍຢ່າງ​ໃນ​
ພາກ​ຕາ​ເວັນ​ອອກ​ກາງ, ​ແຕ່​ວ່າ ການ​ເອົາ​ຊະນະກຸ່ມ​ລັດ​ອິສລາມ​ແມ່ນ​ເປົ້າ ອັນ​ດັບ​ນຶ່ງ
​ຂອງ​ສະຫະລັດ ຢູ່ໃນ​ຂົງ​ເຂດ.”

ທ່ານ Tillerson ກ່າວ​ຕໍ່​ໄປວ່າ “ດັ່ງ​ທີ່​ພວກ​ເຮົາ​ໄດ້​ກ່າວ​ມາ​ນັ້ນ​ລະ​ ເມື່ອ​ທຸກສິ່ງຢ່າງ​
ເປັນ​ບູລິມະສິດ ຈະ​ບໍ່​ມີ​ສິ່ງ​ໃດ​ເປັນ​ບູລິມະສິດ. ພວກ​ເຮົາ​ຕ້ອງ​ໄດ້ສືບ​ຕໍ່ ​ແນ​ຈຸດ​ເພັ່ງ​ເລັງ
ຂອງພວກ​ເຮົາ ​ໃສ່​ສິ່ງທີ່​ຮີບ​ດ່ວນ​ທີ່​ສຸດ​ທີ່ພວກ​ເຮົາ​ມີຢູ່​.”

ເບີນຊົມ: ທ່ານ Tillerson ເວົ້າກ່ຽວກັບການຕໍ່ສູ້ ຕ້ານກັບກຸ່ມລັດອິສລາມ

Tillerson Talks about Uniting Against IS
please wait

No media source currently available

0:00 0:00:45 0:00

ກ່ອນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ​ກາຍ​ນີ້ ຜູ້​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ
ທ່ານDonald Trump ​ໄດ້​ກ່າວ​ຫາ​ປະ​ດີດ​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາວ່າ ອ່ອນ​ແອ​
ຫຼາຍ ​ໃນ​ເລື່ອງພວກ​ກໍ່​ການ​ຮ້າຍ. ທ່ານໂອ​ບາ​ມາ ​ໄດ້​ກ່າວ​ວ່າ ການ​ກ່າວອ້າງ​ຂອງ​ຄະນະ
ໂຄສະນາຫາ​ສຽງທ່ານ Trump ​ແມ່ນ​ໄດ້​ປະຕິ​ເສດ ​ບໍ່​ຍອມຮັບ​ຮູ້ ​ໃນ​ໄຊຊະນະ​ຂອ​ງກຳລັງ
ສະຫະລັດ ​ແລະພັນທະ​ມິດ ຕໍ່ກຸ່ມ​ລັດ​ອິສລາມ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider ai-Abadi ຜູ້​ຊຶ່ງ​ໄດ້​ຖະ​ແຫຼງຕໍ່ກອງ​ປະຊຸມທີ່
​ວໍ​ຊິງ​ຕັນໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ ຊຶ່ງ​ໃນ​ປະຈຸ​ບັນ​ນີ້​ ແມ່ນ​ໄດ້
“ຖືກ​ທຳລາຍຈົນໝົດ​ກ້ຽງ” ​ໃນ​ປະ​ເທດ​ຂອງ​ທ່ານ.

​ໃນ​ຄຳ​ປາ​ໄສຂອງ​ທ່ານ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Tillerson ​ໄດ້​ມອງ​ໄປ​ກາຍ​ສະໜາມ​ລົບ
ໃນ​ປະຈຸ​ບັນ​ນີ້ ​ໂດຍຮຽກຮ້ອງ​ໃຫ້ປະ​ເທດ​ປະ​ເທດ​ຕ່າງໆ​ ເພີ້ມການ​ປະ​ກອບ​ສ່ວນ​ຂອງ
​ພວກ​ເຂົາ​ເຈົ້າ ​ເມື່ອ​ໃດ​ທີ່ກຸ່ມ​ລັດ​ອິສລາມ ​ໄດ້​ຖືກ​ຂັບ​ໄລ່ຈາກ​ອີຣັກ ​ແລະ​ຊີ​ເຣຍ​ແລ້ວ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG