ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຜູ້ນຳ ເມັກຊິໂກ ແຈ້ງໃຫ້ ລມຕ ສະຫະລັດ ຊາບ ກ່ຽວກັບ ຄວາມກັງວົນ ແລະ ບໍ່ພໍໃຈ


ລມຕ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານ John Kelly ພວມຖະແຫຼງ ໂດຍມີ ລມຕ ກະຊວງຕ່າງປະເທດ ທ່ານ Rex Tillerson (ຊ້າຍ) ແລະ ລມຕ ຕ່າງປະເທດເມັກຊິໂກ ທ່ານ Luis Videgaray (ຂວາ) ແລະ ລມຕ ກະຊວງລັດຖະບານ ທ່ານ Angel Osorio ທີ່ກະຊວງ ຕ່າງປະເທດເມັກຊິໂກ. (23 ກຸມພາ 2017)
ລມຕ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານ John Kelly ພວມຖະແຫຼງ ໂດຍມີ ລມຕ ກະຊວງຕ່າງປະເທດ ທ່ານ Rex Tillerson (ຊ້າຍ) ແລະ ລມຕ ຕ່າງປະເທດເມັກຊິໂກ ທ່ານ Luis Videgaray (ຂວາ) ແລະ ລມຕ ກະຊວງລັດຖະບານ ທ່ານ Angel Osorio ທີ່ກະຊວງ ຕ່າງປະເທດເມັກຊິໂກ. (23 ກຸມພາ 2017)

ທ່່າມກາງ​ຄວາມ​ວິຕົກກັງວົນ​ກ່ຽວ​ກັບ​ເລື່ອງກຳ​ແພງແລະ​ການ​ເນລະເທດ​ນັ້ນ ພວກ​ເຈົ້າ
ໜ້າ​ທີ່​ເມັກ​ຊິ​ໂກ​ສະ​ແດງ​ຄວາມ​ເປັນ​ຫ່ວງຂອງ​ພວກ​ທ່ານ ຕໍ່​ລັດຖະມົນຕີ​ ຂອງ​ສະຫະລັດ
ທີ່​ເດີນທາງ​ໄປ​ຢ້ຽມຢາມ​ໃນ​ວັນ​ພະຫັດ​ວານ​ນີ້.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ເມັກ​ຊິ​ໂກທ່ານ Miguel Angel Osorio Chong ກ່າວ​
ວ່າ “ພວກ​ເຮົາ​ບໍ່​ໄດ້​ເຫັນ​ພ້ອມກັບ​ມາດ​ຕະການ​ທີ່​ແຕກຕ່າງທີ່​ໄດ້​ຖະ​ແຫຼງ​ໂດຍລັດຖະ
ບານ​ສະຫະລັດ ຊຶ່ງ​ຈະ​ມີ​ຜົນ​ກະທົບ​ຕໍ່​ເມັກ​ຊິ​ໂກ.”

Tillerson on Issues Discussed on Mexico Trip
please wait

No media source currently available

0:00 0:00:52 0:00

ສ່ວນ​ທ່ານ Luis Videgaray Caso ລັດຖະມົນຕີ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກ​ກ່າວ​ວ່າ
“ຍັງ​ມີຄວາມ​ວິຕົກ​ກັງວົນ​ແລະ​ຄວາມ​ໂກດ​ແຄ້ນ​ໃນ​ໝູ່​ຊາວ​ເມັກ​ຊິ​ໂກກ່ຽວ​ກັບ​ອັນ​ທີ່​ເບິ່ງ​
ກັນ​ວ່າ ​ເປັນ​ນະ​ໂຍບາຍ​ທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ
ແລະ​ສຳລັບ​ຊາວ​ເມັກ​ຊິ​ໂກ​ຢູ່​ທີ່​ນີ້​ແລະ​ຢູ່​ໃນ​ຕ່າງປະ​ເທດ.”

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ລະຫວ່າງ​ການ​ພົບ​ປະ​ ກັບ​ລັດຖະມົນຕີ​ການຕ່າງ
ປະ​ເທດ​ສະຫະລັດທ່ານ Rex Tillerson ​ແລະ​ລັດຖະມົນຕີ​ກະຊວງ​ຮັກສາຄວາມ​ປອດ​
ໄພ​ພາຍໃນສະຫະລັດ ທ່ານ John Kelly.

Sean Spicer on Trump's Use of Term 'Military Operation' and Deportations
please wait

No media source currently available

0:00 0:00:34 0:00

ທ່ານ Tillerson ​ແລະ​ທ່ານ Kelly ​ໄດ້​ປາກົດ​ໂຕຕໍ່ໜ້າ​ສື່​ມວນ​ຊົນ​ຮ່ວມ​ກັບ​ລັດຖະມົນ
ຕີ​ເມັກ​ຊິ​ໂກ​ທັງ​ສອງທີ່​ກະຊວງ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກແຕ່​ບໍ່​ໄດ້​ຕອບຄຳ​ຖາມ​ຂອງ​
ພວກ​ນັກ​ຂ່າວ.

ທ່ານ Tillerson ​ໃນ​ຖະ​ແຫລງຂ່າວ​ເວົ້າວ່າ ສະຫະລັດ ​ແລະ​ເມັກ​ຊິ​ໂກ ຊຶ່ງ​ຕ່າງ​ກໍເປັນ​
ປະ​ເທດ​ທີ່​ເຂັ້ມ​ແຂງ​ນັ້ນ ບາງ​ຄັ້ງບາງ​ຄາວ​ພວກ​ເຮົາ​ກໍ​ຈະ​ມີ​ຄວາມ​ເຫັນ​ທີ່​ແຕກຕ່າງ​ກັນ
​ແຕ່​ການ​ເຈລະຈາ​ຂອງ​ທ່ານ ​ແມ່ນ​ມີ​ໝາກ​ມີ​ຜົນ​ແລະ​ມອງ​ການ​ໄປ​ໜ້າ.

Trump: ‘Tough Trip’ for Tillerson in Mexico
please wait

No media source currently available

0:00 0:00:49 0:00

ສ່ວນ​ທ່ານ Kelly ​ໄດ້​ກ່າວ​ຢ້ຳວ່າ ຈະ​ບໍ່​ມີ​ການ​ເນລະ​ເທດ​ຂະໜາດ​ໃຫຍ່ ​ແລະ​ຈະ​ບໍ່​ມີ​
ການ​ໃຊ້​ກຳລັງ​ທະຫານ​ ຈັບ​ກຸມ​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນ ພາຍ​ໃຕ້​ການ​
ປາບ​ປາມ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂອງ​ລັດຖະບານ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ
ຕໍ່​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຢູ່​ໃນ​ສະຫະລັດ.

ຄຳ​ຖ​ະ​ແຫຼງຂອງ​ທ່ານ Kelly ​ແມ່ນ​ຂັດ​ແຍ້​ງກັບ​ການ​ໃຫ້​ຄວາມ​ເຫັນ​ໃນ​ຕອນ​ເຊົ້າຂອງ​
ມື້ດຽວ​ກັນ​ຢູ່​ທີ່​ທຳນຽບຂາວ ​ໂດຍ​ທ່ານ​ທຣຳ ທີ່​ກ່າວ​ເຖິງ​ແຜນການ​ ຂອງ​ທ່ານວ່າ ​ເປັນ
“ການ​ປະຕິບັດ​ງານ​ທາງ​ທະຫານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG