ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວທິເບດ ເຜົາຕົວຕາຍ ປະທ້ວງຈີນ ທີ່ອິນເດຍ


ຜູ້ຊາຍຄົນນຶ່ງທໍາການປະທ້ວງເຜົາຕົນເອງຮ້ອງໂຮໃນຂະນະທີ່ລາວກໍາລັງແລ່ນຢູ່ຖະໜົນ ທີ່ນະຄອນນີວເດລລີ ອີນເດຍ ກ່ອນການມາຢ້ຽມຢາມຂອງປະທານປະເທດຈີນ Hu Jintao ໃນວັນຈັນ ທີ 26 ເດືອນມີນາ 2012.
ຜູ້ຊາຍຄົນນຶ່ງທໍາການປະທ້ວງເຜົາຕົນເອງຮ້ອງໂຮໃນຂະນະທີ່ລາວກໍາລັງແລ່ນຢູ່ຖະໜົນ ທີ່ນະຄອນນີວເດລລີ ອີນເດຍ ກ່ອນການມາຢ້ຽມຢາມຂອງປະທານປະເທດຈີນ Hu Jintao ໃນວັນຈັນ ທີ 26 ເດືອນມີນາ 2012.

ຊາວ​ທິ​ເບ​ດທີ່ລີ້ໄພຢູ່​ອິນ​ເດຍຄົນນຶ່ງໄດ້​ຈູດໄຟເຜົາ​ຕົວເອງ​ ໃນລະຫວ່າງທີ່​ມີ​ການ​ປະ​ທ້ວງ
ຕໍ່ຕ້ານຈີນທີ່​ນະຄອນຫຼວງນິວເດ​ລລີ ບໍ່​ເທົ່າ​ໃດ​ມື້​ກ່ອນ​ໜ້າ​ການເດີນທາງ​ໄປຢ້ຽມຢາມຂອງ
ປະທານ​ປະ​ເທດຈີນ ທ່​ານ Hu Jintao.

ຜູ້​ຊາຍ​ຄົນ​ດັ່ງ​ກ່າວ ທີ່​ເພື່ອນ​ພວກລີ້​ໄພ​ນໍາ​ກັນບອກວ່າ ຊື່ ນາຍ Jamphel Yeshi ອາຍຸ
27 ປີນັ້ນ ໄດ້ຈູດ​ໄຟ​ເຜົາ​ຕົວ​ເອງ​ໃນວັນ​ຈັນ ວານ​ນີ້ ​ແລ້ວ​ແລ່ນໄປ​ຕາມ​ຫົນທາງ​ແລະ​ຮ້ອງ
ສຽງ​ສົ່ງ​ສຽງ​ດັງຂະນະ​ທີ່​ໄຟ​ໄໝ້​ໂຕ​ລາວ. ນັກ​ຂ່າວ VOA ລາຍ​ງານ​ວ່າ ​ເຈົ້າ​ໜ້າ​ທີ່​ຕໍາຫຼວດ
ໄດ້ພະຍາຍາມ​ເອົາ​ຜ້າ​ຫົ່ມ​ປົກ​ຄຸມລາວເພື່ອມອດ​ໄຟ.

ຜູ້​ປະ​ທ້ວງດັ່ງກ່າວ ​ໄດ້​ຖືກ​ນໍາສົ່ງໂຮງໝໍ ຊຶ່ງ​ຮ່າງກາຍ​ຂອງ​ລາວ ໄດ້ຖືກ​ໄຟ​ໄໝ້​ເຖິງ 98 ​
ເປີ​ເຊັ​ນ.

ປະທານ Hu ​ຈະເດີນທາງໄປ​ເຖິງອິນ​ເດຍ ​ໃນ​ອາທິດ​ນີ້​ເພື່ອເຂົ້າຮ່ວມ​ກອງປະຊຸມສຸດ​ຍອດ​
ຂອງກຸ່ມ 5 ປະ​ເທດທີ່​ມີ​ເສດຖະກິດ​ພຸ່ງພົ້ນ​ໃໝ່ ຊຶ່ງປະກອບ​ດ້ວຍບຣາຊີ​ລ ຣັດ​ເຊຍ ອິນ​ເດຍ
ຈີນ ​ແລະ​ອາ​ຟຣິກາ​ໃຕ້ ​ເອິ້ນ​ຫຍໍ້​ຕາມ​ຊື່ພາສາ​ອັງກິດຂອງປະ​ເທດວ່່າ ກຸ່ມ BRICS ນັ້ນ.

ນີ້​ແມ່ນ​ການຈູດ​ໄຟ​ເຜົາ​ຕົວເອງ​ເທື່ອ​ທີ່​ສອງ ຂອງຊາວ​ທິ​ເບ​ດທີ່​ລີ້ໄພ​ໃນ​ກຸງ​ນິວ​ເດລ​ລີ ​ໃນ
ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມາ. ກຸ່ມປົກ​ປ້ອງສິດທິມະນຸດທິເບ​ດກ່າວ​ວ່າ 29 ຄົນ​ໄດ້​ພາ
ກັນເຜົາ​ຕົວ​ຕາຍ​ຢູ່​ໃນຫລາຍໆ​ເຂດ ທີ່ຢູ່ພາຍໃຕ້​ການ​ຄວບ​ຄຸມຂອງ​ຈີນ.

ຈີນ​ກ່າ​ວ​ເຖິງພວກ​ທີ່​ພາກັນ​ເຜົາ​ຕົວ​ຕາຍ​ນີ້ວ່າ ເປັນ​ພວກ​ກໍ່​ການ​ຮ້າຍ​ທີ່​ມີ​ການປະສານ​ງານ
ກັນ​ຢ່າງ​ລະມັດລະວັງ​ ໂດຍ “​ພວກ​ຫົວແບ່ງ​ແຍກທີ່​ໄດ້ຮັບ​ການ​ຝຶກ​ແອບ​ມາ​ເປັນ​ຢ່າງ​ດີ.”

XS
SM
MD
LG