ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວທິເບດ ຄົນນຶ່ງ ຈູດ​ໄຟ ​ເຜົາ​ຕົວ​ເອງ​ຕາຍ ​ໃນ​ແຂວງ Sichuan ຂອງ​ຈີນ


ທ້າວ Thinley Namgyal
ທ້າວ Thinley Namgyal
ໄດ້​ມີຊາວທິ​ເບ​ດອີກ​ຄົນ​ນຶ່ງ ຈູດ​ໄຟ​ເຜົາ​ຕົວ​ເອງ​ ​ໃນ​ແຂວງ Sichuan ຂອງ​ຈີນ ຊຶ່ງ​ໄດ້​ກາຍ​ມາ​ເປັນຄົນ​ທີ 131 ​ທີ່​ໄດ້ຈູດ​ໄຟ​ເຜົາ​ຕົວ​ເອງ ເພື່ອ​ປະ​ທ້ວງ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ.

ທ້າວ Tawu Lobsang Jinpa ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ເມືອງ ທຳ​ມະ​ສາລາ ປະ​ເທດອິນ​ເດຍ ​ບອກ​ກັບ VOA ພະ​ແນ​ກພາສາ​ທິ​ເບ​ດວ່າ ທ້າວ Tinnley Namgyal ​ໄວ 32 ປີ ​ໄດ້ຈູດ​ໄຟ​ເຜົາ​ຕົວ​ເອງ ​ແລະ​ໄດ້​ເສຍ​ຊີວິດ​ໄປ ພາຍ​ໃນ​ບໍ່​ເທົ່າ​ໃດ​ນາທີ​ເທົ່າ​ນັ້ນ.

​ທ້າວ Tinnley Namgyal ແມ່ນ​ເປັນຄົນ​ທີ 4 ທີ່​ຈູດ​ໄຟ​ເຜົາ​ຕົວ​ເອງ ​ໃນເຂ​ດ​ເມືອງ Tawu ​ຂອງແຂວງ Sichuan ຊຶ່ງ​ເປັນ​ເຂດ​ຂອງ​ຊາວ​ທິ​ເບ​ດ​ແຕ່ປະຫວັດສາດ​ມາ​ແລ້​ວ. ຍ້ອນມີ​ການ​ ຈູດ​ໄຟ​ເຜົາ​ຕົວ​ເອງ ໃນ​ຂົງ​ເຂດ​ດັ່ງກ່າວນີ້
ມາ​ກ່ອນ ຈຶ່ງ​ເຮັດ​ໃຫ້ມີການ​ຮັກສາ​ຄວາມ​ປອດ​ໄພແລະ​ຈຳກັດ​ຮັດ​ແຄບ ຢ່າງ​ເຂັ້ມ​ງວດຂຶ້ນ​.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເປັນ​ຫຍັງທ້າວ Tinnley Namgyal ຈຶ່ງຈູດ​ໄຟ​ເຜົາ​ຕົວ​ເອງ
​ແຕ່​ພວກຈູດ​ໄຟ​ເຜົາ​ຕົວ​ເອງສ່ວນ​ໃຫຍ່ ​ແມ່ນ​ໄດ້​ກະທຳເຊັ່ນນັ້ນ​ ​ເພື່ອຮຽກຮ້ອງ​ໃຫ້​ອົງດາ​ໄລ
ລາ​ມະ​
ກັບ​ຄືນ​ປະ​ເທດ ​ແລະ​ຮຽກຮ້ອງ​ເອົາ ສິດ​ເສລີພາບ​ໃຫ້​ຊາວທິ​ເບ​ດ.


ລາຍງານນີ້ແມ່ນໄດ້ປະສານງານກັບພະແນກພາສາທິເບດ ຂອງVOA
XS
SM
MD
LG