ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ​ທິ​ເບ​ດພັດ​ຖິ່ນ​ ຈາກ​ທົ່ວ​ໂລກ ​ກຳລັງຫາລືກັນ ​ຢູ່​ທີ່​ອິນເດຍ


ນາຍົກລັດຖະມົນຕີລັດຖະບານພັດຖິ່ນທີເບດ ທ່ານ Lobsang Sangay (ຊ້າຍ) ທີ່ເມືອງທໍາມະສາລາ ປະເທດອິນເດຍ
ນາຍົກລັດຖະມົນຕີລັດຖະບານພັດຖິ່ນທີເບດ ທ່ານ Lobsang Sangay (ຊ້າຍ) ທີ່ເມືອງທໍາມະສາລາ ປະເທດອິນເດຍ
ຊາວ​ທິ​ເບ​ດພັດ​ຖິ່ນ​ຈາກ​ທົ່ວ​ໂລກ​ກໍາລັງ​ເຈລະຈາ​ຫາລື​ກັນ​ຢູ່​ໃນ​ພາກ​ເໜືອຂອງ​ອິນ​ເດຍ ​ເພື່ອຊອກ​ຫາ​ວິທີ​ຕອບ​ໂຕ້​ຕໍ່​ຄື້ນ​ຟອງ​ຂອງ​ການ​ຈູດ​ເຜົາຕົນ​ເອງໂດຍ​ຊາວ​ທິ​ເບ​ດທັງຫຼາຍ ທີ່​ປະ​ທ້ວງ​ການ​ປົກຄອງ​ຂອງ​ຈີນ.

ຜູ້ຕາງໜ້າ​ຊາວ​ທິ​ເບ​ດປະມານ 400 ຄົນ ​ໄດ້​ພົບ​ປະກັນ​ທີ່​ເມືອງ​ທໍ​າມະ​ສາລາ ​ໃນ​ປະ​ເທດ​ອິນ​ເດຍ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ເພື່ອເລີ່​ມຕົ້ນ​ອັນ​ທີ່​ເອິ້ນ​ວ່າ ການ​ປະຊຸມ​ໃຫຍ່​ບັ້ນ​ພິ​ເສດ​ຂອງ​ຊາວ​ທິ​ເບ​ດ.

ການ​ເຕົ້າ​ໂຮມ​ກັນໃນ​ວັນ​ອັງຄານ​ວານ​ນີ້ ​ແມ່​ນ​ເລີ່ມຕົ້ນ​ດ້ວຍ​ການ​ແຫ່​ຂອງ ພວກ​ທີ່​ມາ​ຮ່ວມ​ປະຊຸມ ທີ່​ຖື​ຮູບ​ພາບ​ຂອງ​ອົງອາ​ໄລ ລາ​ມະ. ສ່ວນ​ອົງດາ​ໄລ ລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດ ບໍ່​ໄດ້​ເຂົ້າຮ່ວມ​ໃນ​ການ​ປະ ຊຸມປຶກສາ​ຫາລື​ກັນ​ຄັ້ງ​ນີ້ ຍ້ອນ​ວ່າ​ໄດ້​ລາ​ອອກ​ຈາກ​ການ​ເມືອງ​ໄປ​ແລ້ວ. ​ແຕ່​ພະ​ອົງ​ຈະ​ເຂົ້າຮ່ວມ​ໃນ​ພິທີ​ສວດ​ມົນ​ພາວະນາໃນ​ວັນ​ສຸກ​ຕໍ່ໜ້າ​ນີ້ ອັນ ​ເປັນ​ມື້​ສຸດ​ທ້າຍ​ຂອງ​ການ​ເຕົ້າ​ໂຮມ​ກັນ.

ກອງ​ປະຊຸມ​ສີ່​ມື້ ທີ່​ຄາດ​ວ່າ​ຈະ​ສຸມ​ໃສ່ເລຶ່ອງການ​ກົດ​ຂີ່​ປາບ​ປາມ​ທາງ​ດ້ານ ສາສະໜາ​ແລະ​ການ​ເມືອງທີ່​ປະ​ເຊີນ​ໜ້າ​ພວກ​ທີ່ຢູ່​ໃນ​ທິ​ເບ​ດ ພ້ອມ​ທັງ​ຊອກ​ຫາ​ວິທີ​ເພື່ອ​ແກ້​ໄຂ​ບັນຫາ​ການ​ຈູດ​ເຜົາ​ຕົນ​ເອງ​ຂອງ​ຊາວ​ທິ​ເບ​ດ​ໃນ​ໄລຍະ ສອງ​ສາມ​ປີຜ່ານມານີ້.

ສ່ວນ​ຈີນນັ້ນເວົ້າ​ວ່າ ການ​ຈູດ​ເຜົາ​ຕົນ​ເອງ​ນັ້ນ ​ແມ່ນ​ຍຸຍົງ​ປຸກ​ປັ່ນ​ການ​ແບ່ງ ​ແຍກ​ດິນ​ແດນ ​ແລະມີ​ການ​ຊີ້​ນໍາ​ມາຈາກ​ນອກ​ປະ​ເທດ. ​ແຕ່​ຄະນະ​ຜູ້ຕາງ ໜ້າ​ຂອງ​ອົງດາ​ໄລ ລາ​ມະ ທີ່​ອາ​ໃສ​ຢູ່​ເມືອງ​ທໍາ​ມະ​ສາລາ ກ່າວ​ວ່າ ຊາ​ວທິ​ເບ​ດທັງຫຼາຍໄດ້​ຖືກ​ກົດ​ດັນ​ໃຫ້​ຈູດ​ເຜົາ​ຕົນ​ເອງ ໂດຍສ່ວນ​ໃຫຍ່ ກໍຍ້ອນ​ວ່າ ພວກ​ເຂົາ​ເຈົ້າບໍ່​ສາມາດ​ສູ້​ທົນ​ກັບ​ການປາບ​ປາມ​ວັດທະນະ​ທໍາ​ແລະ​ສາສະໜາຂອງທິ​ເບ​ດ ​ໂດຍປັກ​ກິ່ງນັ້ນ​ໄດ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG