ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ: ຈີນ ດຳເນີນຄະດີ ພະສົງຊາວທິເບດ 3 ອົງ (ເບິ່ງວີດີໂອ)


ຊາວທິເບດທີ່ລີ້ໄພໃນຕ່າງປະເທດຢູ່ເມືອງ Dharmsala ປະເທດອິນເດຍ ພາກັນໄຕ້ທຽນໄຂໄວ້ອາໄລຕໍ່ໜ້າຮູບ ຂອງພະ Rigzin Phuntsog ທີ່ເຜົາໂຕຕາຍປະທ້ວງຈີນ ຢູ່ວັດ Kirty (17 ມີນາ 2011)
ຊາວທິເບດທີ່ລີ້ໄພໃນຕ່າງປະເທດຢູ່ເມືອງ Dharmsala ປະເທດອິນເດຍ ພາກັນໄຕ້ທຽນໄຂໄວ້ອາໄລຕໍ່ໜ້າຮູບ ຂອງພະ Rigzin Phuntsog ທີ່ເຜົາໂຕຕາຍປະທ້ວງຈີນ ຢູ່ວັດ Kirty (17 ມີນາ 2011)

ຫຼັງຈາກພະສົງສາສະໜາພຸດທີ່ໜຸ່ມນ້ອຍອົງນຶ່ງຂອງທິເບດໄດ້ຂ້າໂຕຕາຍໃນຕົ້ນປີນີ້ເພື່ອເປັນ ການປະທ້ວງຕໍ່ການຈຳກັດຮັດແຄບອິດສະຫຼະພາບຂອງປັກກິ່ງນັ້ນ ພະສົງຊາວທິເບດອີກ 2 ອົງກໍໄດ້ປະເຊີນກັບການດຳເນີນຄະດີ ທີ່ມີຈຸດປະສົງທາງການເມືອງຂອງຈີນ ໃນວັນອັງຄານ ວານນີ້. Ivan Broadhad ມີລາຍງານກ່ຽວກັບເລື່ອງນີ້ຈາກຮົງກົງ

ອາຈານ Tenchum ແລະອາຈານ Tsering Tenzin ຖືກກ່າວຫາວ່າຍຸແຍ່ແລະໃຫ້ການ
ຊ່ອຍເຫຼືອໃນການຂ້າໂຕຕາຍຂອງພະ Rigzin Phuntsog.

ພະ Phuntsog ອາຍຸ 16 ປີ ໄດ້ເຖິງແກ່ມໍລະນະພາບໃນວັນທີ 16 ມີນາປີນີ້ຫຼັງຈາກໄດ້
ຈູດໄຟເຜົາໂຕເອງທີ່ວັດ Kirti ໃນແຂວງສີສວນຂອງຈີນຊຶ່ງມີຊາຍແດນໃກ້ໆກັບເຂດທິເບດ
ນັ້ນ.

ພວກພະສົງຊາວທິເບດທີ່ວັດ Kirty ໄດ້ພາກັນປະທ້ວງຢ່າງເປັນການເປີດເຜີຍຫຼາຍໆຄັ້ງທ້າ
ທາຍຕໍ່​ອໍານາດ​ປົກຄອງ​ຂອງ​ປັກ​ກິ່ງ ນັບແຕ່ເດືອນມີນາປີ 2008 ເປັນຕົ້ນມາເວລາການປະ
ທ້ວງຕໍ່ຕ້ານຈີນທີ່ຮ້າຍແຮງສຸດ ໃນຊົ່ວ​ຄົນ​ລຸ້ນນຶ່ງ ໄດ້ຖືກທັບມ້າງປາບປາມ ດ້ວຍຄວາມຮຸນ
ແຮງໃນເຂດຕ່າງໆທີ່ມີຊາວທິເບດອາໄສຢູ່ຂອງຈີນ.

ທ່ານ Robert Barnett ຊຶ່ງເປັນນັກວິເຄາະກ່ຽວກັບເລື່ອງທິເບດ ຂອງມະຫາວິທະຍາໄລ
Columbia ທີ່ນະຄອນນິວຢອກກ່າວວ່າການຟ້ອງຮ້ອງທີ່ວ່ານີ້ ແມ່ນຜິດປົກກະຕິເຖິງແມ່ນ
ຢູ່ໃນເຂດ ຂອງຊາວທິເບດກໍຕາມ ບ່ອນທີ່ການກ່າວຫາຢ່າງເປັນທາງການ ໝາຍຄວາມວ່າ
ການຖືກ​ຕັດສິນ​ວ່າ ມີຄວາມຜິດນັ້ນແມ່ນ ເກືອບເປັນທີ່ແນ່ນອນ.

ທ່ານ Barnett ເວົ້າວ່າ “ນີ້ເບິ່ງຄືສະຖານະການທີ່ພວກເຮົາມອງເຫັນວ່າພວກເຈົ້າ
ໜ້າທີ່ທ້ອງຖິ່ນ ຫຼືບາງທີພວກເຈົ້າໜ້າທີ່ລັດຖະບານກາງໄດ້ຕັດສິນໃຈໄປແລ້ວທີ່
ຈະເອົາຄະດີເຫຼົ່ານີ້ເປັນໂຕຢ່າງ ເພື່ອສະກັດກັ້ນບໍ່ໃຫ້ຊາວທິເບດທຳການປະທ້ວງ
ຕື່ມອີກ.”

ການດຳເນີນຄະດີໃນວັນອັງຄານວານນີ້ ​ແມ່ນມີຂຶ້ນລຸນຫຼັງການ​ດໍາ​ເນີນຄະດີລຸງຂອງພະອົງ
ທີ່ເຖິງແກ່ມໍລະນະພາບ ຄືພະອາຈານ Drongdru ຊຶ່ງເປັນລາມະອົງນຶ່ງທີ່ວັດ Kirty ຊຶ່ງ
ໄດ້ຖືກຕັດສິນໂທດຈຳຄຸກເປັນເວລາ 11 ປີໃນ​ຖານໄດ້ທຳການຄາດຕະກຳ​ໂດຍ​ເຈດ​ຕະນາ
ຫຼັງຈາກການຮັບຟັງຄຳໃຫ້ການທີ່​ດໍາ​ເນີນ​ໄປ​ໝົດມື້ ໃນມື້ວັນຈັນຜ່ານມານີ້.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າພະອາຈານ Drongdru ຊຶ່ງມີອາຍຸ 46
ປີ ໄດ້ຊຸກເຊື່ອງພະ Phuntsog ຜູ້ເປັນຫຼານຊາຍໄວ້ເປັນເວລາ 11 ຊົ່ວໂມງຫຼັງຈາກຫຼານ
ຊາຍຂອງເພີ່ນໄດ້ພະຍາຍາມຂ້າໂຕຕາຍ ຊຶ່ງ​ຖືວ່າ​ເປັນ​ການຂັດຂວາງບໍ່ໃຫ້ພະ Phuntsog ໄດ້ຮັບການປິ່ນປົວເພື່ອຊ່ອຍໃຫ້ມີ ຊີວິດຢູ່ລອດ.

ພວກນັກເຄື່ອນໄຫວ ກ່າວໂຕ້ແຍ້ງຕໍ່ຂໍ້ຫາດັ່ງກ່າວ ໂດຍຢືນຢັນວ່າ ພວກພະສົງທີ່ວັດ Kirti ໄດ້ພາກັນຊ່ອຍປົກປ້ອງພະ Phuntsog ຈາກຕຳຫຼວດຈີນ ທີ່​ເລີ່​ມພາກັນ​ທຸບ​ຕີ​ເພິ່ນຫຼັງຈາກ
ໄດ້ມອດໄຟແລ້ວ. ທ່ານ Nicholas Bequelin ແມ່ນນັກຄົ້ນຄວ້າອະວຸໂສຂອງກຸ່ມປົກປ້ອງ
ສິດທິມະນຸດ Human Rights Watch.

ທ່ານ Bequelin ເວົ້າວ່າ “ການດຳເນີນຄະດີດັ່ງກ່າວ ແມ່ນຈະແຈ້ງເປັນການເພີ່ມ
ທະວີການຕອບໂຕ້ສຳລັບຄະດີຂ້າໂຕຕາຍແລະນີ້ແມ່ນເທື່ອທຳອິດທີ່ພວກເຮົາໄດ້
ຍິນຂ່າວກ່ຽວກັບການດຳເນີນການ​ແບບ​ນີ້ຂອງລັດຖະບານ.”

ໃນອະດີດຜ່ານມາ ສ່ວນໃຫຍ່ຂອງພວກຊາວທິເບດ ທີ່ພົວພັນນຳການປະທ້ວງໄດ້ຖືກກ່າວ
ຫາພາຍໃຕ້ກົດໝາຍ ວ່າດ້ວຍຄວາມໝັ້ນຄົງຂອງຈີນ. ພວກຕິດຕາມເບິ່ງສະຖານະການໃນ
ທິເບດກ່າວວ່າ ການຕັ້ງຂໍ້ຫາຄາດຕະກຳແມ່ນບາດລ້ຽວທີ່ສຳຄັນ ໃນການປ່ຽນແປງດ້ານກົນ
ລະຍຸດຂອງພວກໄອຍະການ ທີ່ນຳໄປສູ່ການຈຳຄຸກເປັນເວລາດົນນານຂຶ້ນນັ້ນ. ທ່ານ Be-
quelin ກ່າວວ່າ ນີ້ແມ່ນປາກົດວ່າເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມໃນ
ຂອບເຂດທີ່ກວ້າງຂວາງຂອງພວກ​ເຈົ້າໜ້າທີ່ທ້ອງຖິ່ນຈີນທີ່ຈະຄວບຄຸມວັດ Kirty.

ທ່ານ Bequelin ເວົ້າວ່າ “ຂ້າພະເຈົ້າຄິດວ່າຈຸດປະສົງອັນນຶ່ງຂອງການຈັບກຸມໃນ
ຄັ້ງນີ້ກໍແມ່ນເພື່ອທັບມ້າງ ການໃຫ້ຄວາມສະໜັບສະໜຸນທາງດ້ານຈິດໃຈ ຕໍ່ວັດ
Kirty ຊຶ່ງໄດ້ພິສູດໃຫ້ເຫັນແລ້ວວ່າ ເປັນສູນກາງທາງດ້ານເອກກະລັກ ແລະສາ
ສະໜາທີ່ດື້ດຶງຂອງຊາວທິເບດ. ໃນຕົ້ນປີນີ້ ລັດຖະບານຈີນໄດ້ຈັບພະສົງຫຼາຍໆ
ຮ້ອຍອົງ ແລະໄດ້ສົ່ງພວກພະສົງເຫຼົ່ານີ້ໄປຄຸມຂັງ ຢູ່ບ່ອນສຳມະນາຂອງລັດຖະ
ບານເພື່ອປູກຝັງແນວຄິດໃໝ່ທາງດ້ານການເມືອງ.”

ໃນເວລານັ້ນ ເຈົ້າໜ້າທີ່ຈີນກ່າວວ່າ ພະສົງເຫຼົ່ານີ້ຈຳເປັນຕ້ອງໄດ້ໄປສຳມະນາທາງດ້ານກົດ
ໝາຍຍ້ອນບໍ່ປະຕິບັດຕາມກົດລະບຽບຂອງສາສະໜາພຸດທິເບດແລະລົບກວນຄວາມ​ເປັນລະ
ບຽບ​ຮຽບຮ້ອຍ​ແລະ​ຄວາມ​ສະຫງົບ​ຂອງທ້ອງຖິ່ນ.

ລຸນຫຼັງມີການປະທ້ວງຈາກສະຫະລັດແລະບັນດາກຸ່ມປົກປ້ອງສິດທິມະນຸດກ່ຽວກັບການຄຸມ
ຂັງພວກ​ພະສົງ​ເຫລົ່າ​ນັ້ນ ເຈົ້າໜ້າທີ່ປັກກິ່ງໄດ້ກ່າວຕໍ່ພວກຕຳໜິຕິຕຽນວ່າ ຢຸດເຊົາຊະການ
ໃຫ້ຄວາມເຫັນແບບບໍ່ມີຄວາມຮັບຜິດຊອບນັ້ນ.

ການດຳເນີນຄະດີ​ ໃນ​ມື້ວານ​ນີ້ ​ແມ່ນມີຂຶ້ນນຶ່ງເດືອນ ຫຼັງຈາກໄດ້ມີການປ່ຽນແປງທາງດ້ານ
ການເມືອງທີ່ສຳຄັນ ກ່ຽວກັບກິດຈະກຳທິເບດ. ​ແລະໃນສັບປະດາແລ້ວ ປັກກິ່ງໄດ້ສັ່ງຍ້າຍ ເລຂາທິການພັກຄອມມູນິສຫົວແຂງກະດ້າງທີ່ນະຄອນ Lhasa ທ່ານ Zhang Qingli ທີ່
ໄດ້ສັ່ງໃຫ້ທຳການປາບປາມຊາວທິເບດໃນປີ 2008 ນັ້ນ.

ຜູ້ສືບທອດອຳນາດ ຕໍ່ຈາກທ່ານ Zhang ຄືອະດີດເຈົ້າແຂວງໆ Heibei ທ່ານ Chen
Guoquan ປະກາດໃນຄຳປາໄສເທື່ອທຳອິດຫຼັງຈາກໄດ້ເຂົ້າຮັບຕຳແໜ່ງຂອງທ່ານວ່າຈະ
ປະຕິບັດຕາມຄຳສັ່ງ ແລະນະໂຍບາຍຂອງສູນ​ກາງພັກ ກ່ຽວກັບເລື່ອງທິເບດຢ່າງເດັດດ່ຽວ.
ຂະນະດຽວກັນ ປະຊາຄົມຊາວທິເບດ ທີ່ລີ້ໄພຢູ່ໃນຕ່າງປະເທດ ກໍພາກັນເລືອກເອົາທ່ານ
Lobsang Sangay ເປັນນາຍົກລັດຖະມົນຕີຄົນໃໝ່ໃນວັນທີ 8 ສິງຫາຜ່ານມາ.

ທ່ານ Bequelin ເວົ້າວ່າ “ແນ່ນອນ ບໍ່ວ່າຈະເປັນດ້ານຊື່ສຽງ ຫຼືຄວາມນັບຖືແລ້ວ
ທ່ານ Lobsang ແມ່ນຍັງໄກຫຼາຍຈາກອົງດາໄລລາມະ ດັ່ງນັ້ນຈຶ່ງຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າ ທ່ານຈະປຸກລະດົມ ໄດ້ໜ້ອຍຫຼາຍປານໃດ ເພື່ອໃຫ້ມີ ການ
ເຄື່ອນໄຫວທາງດ້ານການເມືອງຢູ່ໃນທິເບດ.”

ນັກກົດໝາຍ ທີ່ໄດ້ຈົບການສຶກສາຈາກມະຫາວິທະຍາໄລ Harvard ທ່ານນີ້ແມ່ນຜູ້ນຳຊາວ
ທິເບດຄົນທຳອິດ ທີ່ໄດ້ເກີດຢູ່ໃນຕ່າງປະເທດ ແລະຄາດວ່າຈະເຂົ້າກຳວຽກງານຫຼາຍໆຢ່າງ ທີ່ບໍ່ແມ່ນທາງດ້ານສາສະໜາຂອງອົງດາໄລລາມະທີ່ແກ່ຊະລາລົງນຳທຸກມື້ນັ້ນ. ຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າ ຈີນຈະສະແດງປະຕິກິລິຍາຕອບຮັບແບບໃດໃນທີ່ສຸດນັ້ນຕໍ່ການປ່ຽນແປງ
ຢູ່ໃນລັດຖະບານພັດຖິ່ນຂອງທິເບດ.

ເບິ່ງວີດີໂອ ນາຍົກລັດຖະມົນຕີຂອງລັດຖະບານທິເບດຜັດຖິ່ນ ສາບານໂຕເຂົ້າຮັບຕໍາແໜ່ງ:

XS
SM
MD
LG