ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະທິເບດເອົານໍ້າມັນ ເຜົາຕົວຕາຍ


ການໄວ້ອາໄລ ຕໍ່ພະ Tsewang Norbu ທີ່ເຜົາໂຕເອງຕາຍ, ວັນທີ 15 ສິງຫາ 2011.
ການໄວ້ອາໄລ ຕໍ່ພະ Tsewang Norbu ທີ່ເຜົາໂຕເອງຕາຍ, ວັນທີ 15 ສິງຫາ 2011.

ພວກ​ກຸ່ມ​ຊາວ​ທິ​ເບ​ດພັດ​ຖິ່ນ​ກ່າວ​ວ່າ ການ​ຕິດຕໍ່ທາງ​ໂທລະສັບ​ແລະ​ທາງ​ອິນ​ເຕີ​ແນັດ ​
ໄດ້​ຖືກ​ຕັດຂາດ​ໃນ​ເຂດ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ບ່ອນ​ທີ່​ພະສາສະໜາ​ພຸດ​ອົງ​ນຶ່ງ​
ໄດ້​ເອົາ​ໄຟ​ເຜົາໂຕ​ຕາຍ​ໃນ​ວັນ​ຈັນວານ​ນີ້.

ພວກ​ກຸ່ມ​ຊາວ​ທີ​ເບ​ດ​ເຫລົ່າ​ນີ້​ກ່າວ​ວ່າ ພະ Tsewang Norbu ວັຍ29 ປີ​ໄດ້​ດື່ມນໍ້າມັນ
ເຊື້ອ​ໄຟ ​ແລະ​ເອົາ​ນໍ້າມັນ​ຫົດ​ໂຕ​ເອງ ​ຫລັງ​ຈາກຮ້ອງ​ໂຮ​ຄໍາ​ຂວັນ​ຕ່າງໆ​ແລະ​ແຈກ​ຢາຍ​
ໃບ​ປິວ​ໂດຍ​ຮຽກຮ້ອງ​ໃຫ້​ອົງ​ດາ​ໄລລະມະ​ກັບ​ຄືນ​ປະ​ເທດ ຫລັງ​ຈາກ​ນັ້ນ ​ຜູ້ກ່ຽວ​ກໍ​ໄດ້​
ເອົາໄຟ​ເຜົາໂຕ​ແລະເສຍ​ຊີວິດ​ໄປ​ໃນ​ທັນທີ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ​ໄດ້​ຢືນຢັນວ່າ ​ພະ​ອົງ​ນຶ່ງ​ໄດ້​ຂ້າ​ໂຕ​ຕາຍ​ໃນ​ເຂດ​ນຶ່ງ
ໃນ​ແຂວງ​ຊີ​ສວນ​ ໃກ້​ກັບ​ທິ​ເບ​ດ ​ແຕ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບວ່າ​ເປັນ​ດ້ວຍ​ເຫດ​ໃດ.

ພວກ​ກຸ່ມ​ຊາວ​ທິ​ເບ​ດພັດ​ຖິ່ນ​ທີ່ອາ​ໄສ​ຢູ່​ໃນ​ອິນ​ເດຍ​ເຫລົ່ານີ້ ກ່າວ​ວ່າ ພວກທະຫານ​ຈີນ​ໄດ້​
ເຂົ້າ​ແຊກ​ແຊງ​ເວລາ​ພວກ​ພະສົງ​ຈໍານວນ​ນຶ່ງ​ໃນ​ວັດ Nyitso ​ເລີ້ມ​ນໍາ​ສົບ​ພະ​ອົງ​ນີ້​ເຂົ້າ​ໄປ
ວັດ​ດັ່ງກ່າວ ​ເພື່ອ​ທໍາ​ພິທີ​ທາງ​ດ້ານ​ສາສະໜາ​ ແລະ​ພະຍາຍາມຍາດເອົາ​ສົບ​ນັ້ນ​ໄປ​ໂດຍ​
ການ​ໃຊ້​ກໍາລັງ​ບັງຄັບ.

XS
SM
MD
LG