ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວທິເບດຜູ້ນຶ່ງ ເຜົາຕົນເອງ ໃນນະຄອນຫຼວງ ຂອງເນປານ


ຄູບາຊາວທິເບດພັດຖິ່ນອົງນຶ່ງຈູດໄຟໃສ່ຕົນເອງ ກ່ອນຈະໄປລົ້ມລົງຢູ່ໃກ້ໆ ທາດບຸດທະນັດຂອງນະຄອນຫລວງຄັດມັນດູ ຂອງເນປານ ໃນວັນທີ 13 ກຸມພາ 2013.
ຄູບາຊາວທິເບດພັດຖິ່ນອົງນຶ່ງຈູດໄຟໃສ່ຕົນເອງ ກ່ອນຈະໄປລົ້ມລົງຢູ່ໃກ້ໆ ທາດບຸດທະນັດຂອງນະຄອນຫລວງຄັດມັນດູ ຂອງເນປານ ໃນວັນທີ 13 ກຸມພາ 2013.
ຊາວທິເບດພັດຖິ່ນຜູ້ນຶ່ງໄດ້ຈູດໄຟເຜົາຕົນເອງຢູ່ໃນນະຄອນ
ຫລວງຂອງເນປານ ໃນວັນພຸດມື້ນີ້ ໃນອັນທີ່ປະກົດວ່າເປັນຄັ້ງ
ຫລ້າສຸດ ຂອງການເຜົາຕົນເອງ ທີ່ມີມາຢ່າງຕໍ່ເນື່ອງ ເພື່ອປະ
ທ້ວງຈີນນັ້ນ.

ຕໍາຫລວດເວົ້າວ່າ ຜູ້ຊາຍຄົນດັ່ງກ່າວມີອາການສາຫັດ ລຸນ
ຫລັງທີ່ລາວໄດ້ຖອກ ນໍ້າມັນລາດຕົນເອງ ແລະຈູດໄຟໃສ່
ຢູ່ໃນຮ້ານອາຫານແຫ່ງນຶ່ງ ກ່ອນຈະໄປລົ້ມ ລົງຢູ່ໃກ້ໆ ທາດ ບຸດທະນັດຂອງນະຄອນຫລວງຄັດມັນດູ ທີ່ຖືວ່າເປັນສະ
ຖານທີ່ ທີ່ມີຄວາມສັກສິດທີ່ສຸດແຫ່ງນຶ່ງ ໃນສາສະໜາພຸດ.
ພວກເຫັນເຫດການບາງຄົນເວົ້າວ່າ ລາວຮ້ອງຄໍາຂວັນຕໍ່
ຕ້ານຈີນ ກ່ອນໜ້າທີ່ຕໍາ ຫລວດແລະພວກຄົນທ້ອງຖິ່ນແລ່ນ ເຂົ້າໄປມອດໄຟທີ່ໂຕຂອງລາວ. ຜູ້ນໍາປະ ຊາຄົມຊາວທິເບດ
ທ້ອງຖິ່ນຄົນນຶ່ງ ທີ່ຮູ້ແຕ່ພຽງວ່າ ຊື່ Mingma ນັ້ນ ເວົ້າວ່າຄວາມພະຍາຍາມໃນການຂ້າ ໂຕຕາຍຂອງຜູ້ກ່ຽວແມ່ນເປັນທີ່ “ທີ່ໜ້ານັບຖື.”

ຮູບພາບຂອງການເຜົາຕົນເອງ (ຢູ່ໃນວີດິໂອຂອງອົງການຂ່າວ Reuters) ສະແດງໃຫ້ ເຫັນຜູ້ຄົນທີ່ຢືນເບິ່ງຢ່າງຕື່ນຕົກໃຈ ໃນຂະນະທີ່ທີມງານຂອງຕໍາ ຫລວດຟ້າວແລ່ນໄປ
ຊ່ວຍຜູ້ຊາຍຄົນດັ່ງກ່າວ ທີ່ຫຸ້ມຫໍ່ດ້ວຍແປວໄຟແລະຢືນ ຢູ່ກາງຖະໜົນ. ແຕ່ຄວາມໜ້າ ເຊື່ອຖືຂອງຮູບພາບດັ່ງກ່າວ ບໍ່ສາມາດທີ່ຈະຢືນຢັນໄດ້.

ມີຊາວທິເບດປະມານ 100 ຄົນແລ້ວ ທີ່ໄດ້ເອົາໄຟເຜົາຕົນເອງນັບແຕ່ປີ 2009 ເປັນ ຕົ້ນມາ ເພື່ອປະທ້ວງອັນທີ່ພວກເຂົາເຈົ້າເອີ້ນວ່າ ການປາບປາມຂອງຈີນຕໍ່ວັດທະນາ ທໍາ ແລະບ້ານເກີດເມືອງນອນຂອງພວກເຂົາເຈົ້າ. ຈີນໄດ້ປະຕິເສດ ການກ່າວຫານັ້ນ ແລະເວົ້າວ່າ ການປະທ້ວງແບບສະລະຊີບດັ່ງກ່າວ ແມ່ນເປັນການກະທໍາແບບກໍ່ການ ຮ້າຍ.

ມີຊາວທິເບດພັດຖິ່ນຫລາຍກວ່າ 20 ພັນຄົນ ອາໄສຢູ່ໃນເນປາລ ລຸນຫລັງການລຸກຮື ຂຶ້ນຕໍ່ຕ້ານຈີນທີ່ບໍ່ສໍາເລັດຜົນໃນປີ 1959. ເນປາລໄດ້ຫ້າມບໍ່ໃຫ້ມີການປະທ້ວງໂດຍ ຊາວທິເບດພັດຖິ່ນ ແລະໄດ້ປາບປາມການໂຮມຊຸມນຸມແບບນັ້ນ ໃນຊຸມປີມໍ່ໆມານີ້ ເພື່ອຫລີກລ່ຽງການເຮັດໃຫ້ຈີນບໍ່ພໍໃຈ.
XS
SM
MD
LG