ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາມຄົນ ບາດເຈັບ ໃນການຍິງກັນ ທີ່ ມະຫາວິທະຍາໄລ Lone Star


ຜູ້ຊາຍຄົນນຶ່ງ ຖືກນຳພາໂດຍ ພະນັກງານສຸກເສີນ ອອກຈາກ ມະຫາວິທະຍາໄລ Lone Star ທີ່ລັດ Texas.
ຜູ້ຊາຍຄົນນຶ່ງ ຖືກນຳພາໂດຍ ພະນັກງານສຸກເສີນ ອອກຈາກ ມະຫາວິທະຍາໄລ Lone Star ທີ່ລັດ Texas.
ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ ຫລັງ​ຈາກ​ມີ​ການ​ຍິງ​ກັນ ທີ່ມະຫາວິ
ທະຍາ​ໄລ ແຫ່ງ​ນຶ່ງ ຢູ່​ທາງ​ພາກ​ເໜືອ​ຂອງນະຄອນ Houston ​
ໃນລັດ Texas.

​ເຈົ້າ​ໜ້າ​ທີ່​ຕໍາຫລວດກ່າວ​ວ່າ ທີສອງຄົນ ຊຶ່ງຄົນນຶ່ງເປັນນັກ
ຮຽນ ໄດ້ເກີດຖົກຖຽງກັນ ໃນວັນອັງຄານວານນີ້ ທີ່ ມະຫາວິ
ທະຍາໄລ Lone Star ແລ້ວກໍດືງເອົາປືນອອກມາຍິງກັນ.

ມື​ປືນ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກ​ສອງ​ຄົນ​ທີ່​ຢືນ​ຢູ່​ໃກ້ໆ​ນັ້ນ​ໄດ້​ຖືກ​ລູກ​ກະ​ສຸນ. ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ຜູ້​ໄດ້​ຮັບ​ບາດ​ເຈັບ​ນັ້ນ​ ມີ​ອາການຮ້າຍ​ແຮ​ງຊໍ່າ​ໃດ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ຜູ້​ຕ້ອງສົງ​ໄສ​ເປັນມືປືນທັງ​ສອງ​ໄດ້​ຖືກ​ຈັບ​ແລ້ວ.

ທີ່ຕັ້ງຂອງມະຫາວິທະຍາໄລ Lone Star College
ທີ່ຕັ້ງຂອງມະຫາວິທະຍາໄລ Lone Star College


ການ​ຍິງ​ກັນ​ໃນ​ວັນ​ອັງຄານ​ວານ​ນີ້ ເກີດ​ຂື້ນໃນ​ຂະນະ​ທີ່​ສະຫະລັດ​ພວມ​ມີການ​ອະພິປາຍ​ຢ່າງ​ເຜັດ​ຮ້ອນກ່ຽ​ວກັບການ​ຄວບ​ຄຸມ​ອາວຸດ​ປືນ ຫລັງ ຈາກ​ການ​ສັງຫານ​ໝູ່ເດັກນ້ອຍ
ນັກຮຽນ 20 ຄົນທີ່ໂຮ​ງຮຽນປະຖົມ​ໃນ ​ເດືອນ​ທັນວາ​ຜ່ານ​ມາ​ ທີ່​ລັດ Connecticut.

ປະທານາທິບໍດີ Barack Obama ​ໄດ້​ຮຽກຮ້ອງ​ໃຫ້​ມີ​ກົດໝາຍ​ຄວບ​ຄຸມ​ອາວຸດປືນ​ຢ່າງ​ເຄັ່ງຄັດ ​ໃນ​ຂະນະ​ທີ່​ຝ່າຍ​ຄ້ານກ່າວວ່າ ລັດຖະທໍາ​ມະນູນ​ໄດ້ໃຫ້ການ​ຄໍ້າປະກັນ​ຕໍ່​ພວກ
ເຂົາ​ເຈົ້າ ມີ​ສິດ​ຖື​ປືນ​ປ້ອງ​ກັນ​ໂຕ​ໄດ້​.
XS
SM
MD
LG