ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານຮັກສາສັນຕິພາບ ສະຫະປະຊາຊາດ ສາມຄົນ ຖືກສັງຫານ ທີ່ຊູດານໃຕ້ (ວີດີໂອ/ສະໄລດ໌)


Three UN Peacekeepers Killed in South Sudan
please wait

No media source currently available

0:00 0:01:38 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ເຈົ້າ​ໜ້າ​ທີ່​ຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດ ສາມ​ຄົນ​ໄດ້​ຖືກ​
ສັງຫານ ຢູ່ ຊູ​ດານ​ໃຕ້ ບ່ອນ​ທີ່​ເກີດ​ການ​ປະ​ທະ​ກັນ ທີ່​ໄດ້​ເຮັດ​ໃຫ້​
ສູນ​ເສຍ 500 ຊີວິດ ​ແລະ​ຂົ່ມຂູ່​ທີ່ຈະ​ເຮັດໃຫ້​ປະ​ເທດ​ຕົກ​ຢູ່ໃນ
ສົງຄາມ​ກາງ​ເມືອງ.

ທູດ​ພິ​ເສດ ອິນ​ເດຍ ສະຫະ​ປະຊາ​ຊາດ ທ່ານ Asoke Mukerji
ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຮັກສາ​ສັນຕິພາບ​ອິນ​ເດຍ ສາມ​ຄົນ​ໄດ້ “​ເປັນ
​ເປົ້າໝາຍ ​ແລະ​ຖືກ​ສັງຫານ” ​ໃນ​ຂະນະ​ທີ່​ມີ​ການ​ໂຈມ​ຕີ​ຢູ່ ຄ້າຍ​
ທະຫານ ສະຫະ​ປະຊາ​ຊາດ ບ່ອນ​ທີ່​ພົນ​ລະ​ເຮືອນ​ຫລາຍ​ສິບ​ຄົນ
​ ພາກັນໄປຂໍ​ລີ້​ໄພຢູ່.

ຄ້າຍ​ທະຫານ ທີ່ລັດ Jonglei ​ໄດ້​ຖືກໂຈມ​ຕີ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍ​ກຸ່ມ​ຊາວ​ໜຸ່ມ​ຕິດ​ອາວຸດຈາກ ຊາວ​ເຜົ່າ Nuer​. ຍັງບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທຶ່ອວ່າ ພົນລະ​ເຮືອນ​ ທີ່​ເປັນ​ຊາ​ວ​ເຜົ່າ Dinka ໄດ້​ຮັບ​ບາດ​ເຈັບຫຼື​ຢ່າງ​ໃດ.

ມີ​ການ​ຄາດ​ວ່າກໍາລັງ​ຮັກສາ​ສັນຕິພາບ ​ສະຫະ​ປະຊາ​ຊາດ ​ຈະ​ໄປເພີ້​ມ​ເ​ອີກ 60 ຄົນ​ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອເສີມ​ກຳລັງ​ຮັກສາ
​ຖານ​ທັບ ທີ່​ຕັ້ງ​ຢູ່​ເມືອງ Akobo.

ປະ​ທານາ​ທິບໍດີ Salva Kir ຊາວ Dinka ​ໄດ້​ກ່າວ​ຫາ ອະດີດ​ຮອງ​ປະທານາທິບໍດີ ທ່ານ Reik Machar ຊາວ Nuer ວ່າ​ພະຍາຍາມ​ເຮັດ​ລັດຖະປະຫານ ​ໃນ​ອາ​ທິດ​ນີ້ ທີ່​ກອງ​ບັນຊາ​ການ​ທະຫານ ​ໃນ​ເມືອງ Juba ​ທີ່ໄດ້ສ້າງ​ຄວາມ​ວຸ້ນວາຍ​ຢູ່ຫລາຍມື້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໃນ​ວັນ​ພະຫັດ​ວາ​ນນີ້ ​ໄດ້​ຮຽກຮ້​ອງ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ທັນ​ທີ ​ແລະ​ເຕືອນວ່າ ມັນ​ຈະ​ເຮັດ​ໃຫ້ “ຊູ​ດານ​ໃຕ້ ກັບ​ຄືນໄປ​ສູ່​ມື້​ວັນ​ແຫ່ງ​ຄວາມ​ມືດ​ມົນ​ດັ່ງ​ທີ່​ຜ່ານ​ມາ.”

ປະທານາທິບໍດີ Obama ຍັງ​ໄດ້​ປະກາດ​ວ່າ ທະຫານ​ ສະຫະລັດ ກຸ່ມ​ນຶ່ງ 45 ຄົນ​ໄດ້​ຖືກ​ສົ່ງ​ໄປ​ເພື່ອ​ຊ່ວຍ​ປ້ອງ​ກັນ ສະຖານທູດ ສະຫະລັດ ​ແລະ​ຜົນ​ປະໂຫຍ​ດຂອງ​ຕົນຢູ່​ໃນ​ປະ​ເທດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG