ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາກ່ອນ Bao Bao! ຕໍ່ຈາກນັ້ນ ກໍ Mei Lun ແລະ Mei Huan!


ພາບລູກໜີດ່າງ Panda Bao Bao ຈ່ອງງ່າໄມ້ຢູ່ ສວນສັດແຫ່ງຊາດສະຫະລັດ ທີ່ນະຄອນຫລວງວໍຊິງຕັນ.
ພາບລູກໜີດ່າງ Panda Bao Bao ຈ່ອງງ່າໄມ້ຢູ່ ສວນສັດແຫ່ງຊາດສະຫະລັດ ທີ່ນະຄອນຫລວງວໍຊິງຕັນ.

ໝີ​ດ່າງ panda ​ເກີດ​ຢູ່​ໃນ​ສະຫະລັດ ຊື່ວ່າ Bao Bao ຈະ​ເດີນທາງ​ກັບ​ຄືນ​ສູ່​ບ້າ​ນພໍ່​ເມືອງ​ແມ່ ປະ​ເທດ​ຈີນ ​ໃນ​ຕົ້ນ​ປີໜ້າ​ນີ້.

ພໍ່​ແມ່​ຂອງ Bao Bao ຊື່ວ່າ Mei Xiang ​ແລະ Tian Tian ຢືມ​ມາ​ຈາກ​ປະເທດ​ຈີນ ​ແລະ​ຂໍ້​ຕົກລົງ​ໄດ້ຮຽກ​ຮ້ອງ​ໃຫ້ສົ່ງ​ໝີ​ດ່າງ panda ທຸກ​ໆໂຕທີ່​ເກີດ​ຢູ່​ໃນສວນສັດສະຫະລັດ ​ກັບ​ຄືນ​ສູ່ປະ​ເທດ​ຈີນ​ຢູ່​ໂຄງການ​ບ່ອນ​ລ້ຽງດູກ່ອນວັນ​ເກີດ​ສີ່ປີ​ຂອງ​ເຂົາ​ເຈົ້າ.

ອ້າຍ​ໃຫຍ່​ຂອງ Bao Bao ຄື Tai Shan ​ໄດ້ເດີນທາງກັບ​ຄືນ​ໃນ​ປີ 2010. ບັດ​ນີ້ແມ່ນ​ທີ​ຂອງ​ລາວ.

ສວນສັດ​ຢູ່​ທາງ​ພາກ​ໃຕ້​ສະຫະລັດ ຢູ່​ເມືອງ Atlanta ກ່າວ​ໃນວັນ​ພະຫັດ​ວານ​ນີ້​ວ່າ ໝີ​ດ່າງ​ໃຫຍ່ panda ຝາ​ແຝດ ອາຍຸ​ 3 ​ປີ ຈະອອກ​ຈາກ​ສວນສັດ​ໃນ​ວັນ​ທີ 3 ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ສວນສັດຂອງ​ສະຫະລັດ ທັງ​ໝົດ​ສີ່​ແຫ່ງ​ມີ​ພວກ​ໝີ​ດ່າງ panda ທີ່​ຢືມ​ມາ​ຈາກ​ປະ​ເທດ​ຈີນ.
ໝີ​ດ່າງ panda ສອງ​ໂຕ​ຊື່ວ່າ Mei Lun ​ແລະ Mei Huan ທີ່​ຈະ​ອອກ​ຈາກ​ສວນ​ສັດນະ
ຄອນ Atlanta ​ໄດ້​ເກີດ​ໃ​ນວັນ​ທີ 15 ​ເດືອນ​ກໍລະກົດ ປີ 2013 ​ແລະ​ເປັນ​ໝີ​ດ່າງ​ຝາ​ແຝດ
ທຳ​ອິດທີ່​ລອດ​ຊີວິດ ​ເກີດ​ຢູ່​ໃນສະຫະລັດ.

ສວນສັດ​ຢາກ​ຈະ​ສົ່ງ​ໝີ​ດ່າງ panda ​ໃນ​ລະດູ​ໜາວ ​ເພາະວ່າ​ມັນ​ງ່າຍ​ທີ່​ຈະ​ຮັກສາ​ເຂົາ​ເຈົ້າ​ໃຫ້​ເຢັນ​ຕໍ່​ການ​ບິນໃນ​ລະຍະ​ໄກ.

ສວນສັດ​ແຫ່ງ​ຊາດ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ຄະນະ​ທິມ panda ຈະ​ດຳ​ເນີນ​ສັງ​ເກດ Bao Bao ລະຫວ່າງ​ການ​ເດີນທາງ ​ແລະ​ຈະ​ເດີນທາງ​ໄປ​ກັບ​ສະບຽງ​ອາຫານ​ທີ່ນາງ​ມັກ ຮວມທັງ ​ໄມ້​ໄຜ່ ໝາກ​ແອັບໂປລ ໝາກ​ແພ ຕົ້ມ​ມັນ​ຫວານ ​ແລະ​ນໍ້າ.”

ສວນສັດ​ຍັງມີ​ໝີ​ດ່າງ​ໃຫຍ່ panda ​ໜຸ່ມ​ນ້ອຍ​ນຶ່​ງໂຕ ທີ່​ຍັງ​ຈະ​ຢູ່ນະຄອນຫລວງ ຂອງ​ສະ ຫະລັດ​ຕື່ມອີກ​ສອງ​ປີ ນັ້ນ​ຄື Bei Bei ​ທີ່​ໄດ້​ເກີດ​ໃນ​ເດືອນສິງຫາ​ ປີ 2015.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG