ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວປາແລສໄຕນ໌ 3 ຄົນ ເສຍຊີວິດ ໃນຄວາມຮຸນແຮງ ຄັ້ງຫຼ້າສຸດ


Israel Palestinian
please wait
Embed

No media source currently available

0:00 0:02:23 0:00

ເຈົ້າໜ້າທີ່ອິສຣາແອລ ກ່າວວ່າ ຄວາມຮຸນແຮງທີ່ເພີ້ມທະວີຂຶ້ນ
ເມື່ອບໍ່ດົນຜ່ານມາ ລະຫວ່າງ ອິສຣາແອລ ແລະປາແລສໄຕນ໌
ຍັງສືບຕໍ່ໃນວັນເສົາມື້ນີ້ໂດຍມີຊາວປາແລສໄຕນ໌ 2 ຄົນຖືກຍິງ
ຕາຍ ຫຼັງຈາກທີ່ໄດ້ພະຍາຍາມໂຈມຕີຊາວອິສຣາແອລ ຢູ່ສາມ
ບ່ອນດ້ວຍກັນ.

ການໂຈມຕີບ່ອນທຳອິດມີຂຶ້ນ ທີ່ເມືອງ Hebron ໃນເຂດຝັ່ງຕາ
ເວັນຕົກຂອງແມ່ນ້ຳຈໍແດນເວລາຜູ້ຊາຍປາແລສໄຕນ໌ຄົນນຶ່ງພະ
ຍາຍາມທີ່ຈະໃຊ້ມີແທງຊາວອິສຣາແອລ. ຕຳຫຼວດເວົ້າວ່າ ຊາວ
ອິສຣາແອລຄົນນັ້ນ ໄດ້ຍິງຊາວປາແລສໄຕນ໌ ອາຍຸ 18 ປີ ບາດ
ເຈັບ ແລະເສຍຊີວິດໃນເວລາຕໍ່ມາ.

ໃນການໂຈມຕີຢູ່ບ່ອນທີສອງນັ້ນ ເຈົ້າໜ້າທີ່ອິສຣາແອລກ່າວວ່າ ຊາວປາແລສໄຕນ໌ອາຍຸ
16 ປີ ທີ່ມີມີດຄົວກິນເປັນອາວຸດ ໄດ້ຖືກຍິງຕາຍຫຼັງຈາກຜູ້ກ່ຽວພະຍາຍາມຈະບຸກເຂົ້າໄປ
ແທງເຈົ້າໜ້າທີ່ຕຳຫຼວດອິສຣາແອລທີ່ດ່ານກວດແຫ່ງນຶ່ງຢູ່ກ້ຳຕາເວັນອອກຂອງນະຄອນ ເຈຣູຊາແລັມ.

ໃນເວລາຕໍ່ມາ ແມ່ຍິງຄົນນຶ່ງໄດ້ຖືກຍິງຕາຍ ຫລັງຈາກນາງໄດ້ແທງຕຳຫລວດຊາຍແດນ
ແມ່ຍິງ ໃກ້ໆກັບເມືອງ Hebron ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່.

ເຫດຮ້າຍເຫຼົ່ານີ້ແມ່ນເຫດການຫຼ້າສຸດໃນການໂຈມຕີຂອງຊາວປາແລສໄຕນ໌ທີ່ມີມາເປັນ
ລຳດັບ ຊຶ່ງສ່ວນໃຫຍ່ແມ່ນເປັນການໃຊ້ມີດແທງໂດຍໄດ້ສັງຫານຊາວອິສຣາແອລ 7 ຄົນ
ແລ້ວ. ມີຊາວປາແລສໄຕນ໌ເກືອບ 40 ຄົນ ໄດ້ຖືກຂ້າຕາຍ ສ່ວນໃຫຍ່ແມ່ນໂດຍພວກທະ
ຫານແລະຕຳຫຼວດ ບາງຄົນແມ່ນໃນລະຫວ່າງທີ່ທຳການໂຈມຕີແລະອີກຈຳນວນນຶ່ງແມ່ນ
ໃນລະຫວ່າງການປະທ້ວງ.

ໃນວັນສຸກວານນີ້ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາໄດ້ສະແດງຄວາມເປັນ
ຫ່ວງກ່ຽວກັບການລະເບີດຂຶ້ນຂອງຄວາມຮຸນແຮງຮອບໃໝ່ ໂດຍຮຽກຮ້ອງໃຫ້ພວກຜູ້ນຳ ຢູ່ໃນຂົງເຂດ ຫລຸດຜ່ອນການໃຊ້ສຳນວນຄຳເວົ້າ ທີ່ອາດຈະກໍ່ໃຫ້ເກີດຄວາມຮຸນແຮງຫລື
ຄວາມໂກດແຄ້ນ ຫລືບໍ່ກໍຄວາມເຂົ້າໃຈຜິດກັນ.

ປະທານາທິບໍດີປະກາດວ່າ ແລະຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຈະສາມາດລໍຖ້າໃຫ້ທຸກບັນ
ຫາ ທີ່ມີຢູ່ລະຫວ່າງອິສຣາແອລແລະປາແລສໄຕນ໌ ໄດ້ຮັບການແກ້ໄຂ ເສຍກ່ອນ ເພື່ອຈະ
ຫລຸດຜ່ອນຄວາມຮຸນແຮງລົງ.

XS
SM
MD
LG