ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ​ເອກະ​ຊົນ​ລາວ ໄດ້ຮັບສຳ​ປະທານ​ ໃຫ້ກໍ່ສ້າງ​ ຖະໜົນ ​3 ​ເສັ້ນ ໃນແຂວງໄຊ​ສົມບູນ


ທ່ານ​ສົມບັດ ເຢຍລິເຮີ ເຈົ້າແຂວງໄຊສົມບູນ ລົງນາມ​ອະນຸມັດ ​ສຳ​ປະທານ​ກໍ່ສ້າງ​ຖະໜົນ ​3 ​ເສັ້ນທາງ​ ຢູ່​ພາຍ​ໃນ​ແຂວງ​ໄຊ​ສົມບູນ​ ໃຫ້​ກັບ 3 ບໍລິສັດ​ເອກະ​ຊົນ​ລາວ.
ທ່ານ​ສົມບັດ ເຢຍລິເຮີ ເຈົ້າແຂວງໄຊສົມບູນ ລົງນາມ​ອະນຸມັດ ​ສຳ​ປະທານ​ກໍ່ສ້າງ​ຖະໜົນ ​3 ​ເສັ້ນທາງ​ ຢູ່​ພາຍ​ໃນ​ແຂວງ​ໄຊ​ສົມບູນ​ ໃຫ້​ກັບ 3 ບໍລິສັດ​ເອກະ​ຊົນ​ລາວ.

ບໍລິສັດ​ເອກະ​ຊົນ​ລາວ ​3 ລາຍ ​ໄດ້​ຮັບ​ສຳ​ປະທານ​ການ​ກໍ່ສ້າງ
​ຖະໜົນ 3 ​ເສັ້ນ​ໃນແຂວງໄຊ​ສົມບູນ ສ່ວນ​ບໍລິສັດ​ເອກ​ະຊົນ​
ຈາກ​ຈີນ ​ໄດ້​ຮັບ​ສຳ​ປະທານ​ໃນ​ການ​ກໍ່ສ້າງ​ເຂື່ອນ​ຜະລິດ​ໄຟຟ້າ
​ໃນ​ແຂວງ​ດຽວ​ກັນ​ນີ້.

ທ່ານ​ສົມບັດ ເຢຍລິເຮີ ເຈົ້າແຂວງໄຊສົມບູນ ໄດ້ລົງນາມ​ອະນຸຍາດ
​ສຳ​ປະທານ​ການກໍ່ສ້າງ​ຖະໜົນ ​3 ​ເສັ້ນທາງ​ຢູ່​ພາຍ​ໃນ​ ແຂວງ
​ໄຊ​ສົມບູນ​ໃຫ້​ກັບ 3 ບໍລິສັດເອກະ​ຊົນ​ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້. ​ໂດຍ​ຄິດ​
ເປັນມູນ​ຄ່າ​ການ​ກໍ່ສ້າງ​ລວມກັນຫຼາຍກວ່າ 923 ຕື້​ກີບ ຫຼືຫຼາຍກວ່າ 115 ລ້ານ​ດອນ​ລາ​ ທີ່
​ຄະນະ​ລັດຖະບານ​ໄດ້​ອະ​ນຸມັດ ​ເປັນ​ງົບປະມານ​ສຳ​ຫລັບ ​ການ​ພັດທະນາລະບົບ​ພື້ນ​ຖານ​
ໂຄງ​ລ່າງ​ ພາຍ​ໃນ​ແຂວງໄຊ​ສົມບູນ ທີ່​ສ້າງຕັ້ງຂຶ້ນ​ໃໝ່​ຢ່າງ​ເປັນທາງ​ການ ​ໃນ​ທ້າຍ​ປີ 2013
ທີ່​ຜ່ານ​ມາ.

ໂດຍສຳຫລັບການກໍ່ສ້າງຖະໜົນທັງ 3 ເສັ້ນທາງ ຕາມການອະນຸຍາດສຳປະທານໃນ
ຄັ້ງນີ້ ປະກອບດ້ວຍ ເສັ້ນທາງແຕ່ ບ້ານຜາສະຫງົບ ເມືອງອະນຸວົງ ໄປຫາບ້ານຊຽງທອງ
ເມືອງທ່າໂທມ ລະຍະທາງຍາວ 50 ກວ່າກິໂລແມັດ ທີ່ຈະຕ້ອງກໍ່ສ້າງຂັວ 4 ແຫ່ງດ້ວຍນັ້ນ
ໄດ້ອະນຸຍາດສຳປະທານໃຫ້ແກ່ ບໍລິສັດທະວີໂຊກ ພັດທະນາກໍ່ສ້າງຈຳກັດດ້ວຍທຶນກໍ່ສ້າງ
ໃນມູນຄ່າລວມ 356 ຕື້ກວ່າກີບ.

ສ່ວນເສັ້ນທາງແຕ່ ບ້ານພູຫົວຊ້າງ ໄປຫາບ້ານອ່າວໃຕ້ ລະຍະທາງຍາວ 30.5 ກິໂລແມັດ
ແລະຈະຕ້ອງກໍ່ສ້າງຂົວ 2 ແຫ່ງ ໃນເຂດເມືອງອະນຸວົງເຊັ່ນດຽວກັນນັ້ນ ໄດ້ອະນຸຍາດ ສຳ
ປະທານ ໃຫ້ແກ່ບໍລິສັດຫລັກ ໄຊກໍ່ສ້າງຂົວທາງຈຳກັດ ດ້ວຍທຶນກໍ່ສ້າງ ໃນມູນຄ່າລວມ
ຫຼາຍກວ່າ 263 ຕື້ກີບ ແລະເສັ້ນທາງແຕ່ ຂົວຂ້າມນ້ຳຍອນ ໄປຫາບ້ານລ່ອງແຈ້ງ ໃນເຂດ ເມືອງລ່ອງແຈ້ງ ລະຍະທາງຍາວ 40 ກິໂລແມັດພ້ອມທັງຈະຕ້ອງກໍ່ສ້າງຂົງ 3 ແຫ່ງນັ້ນ ໄດ້
ອະນຸຍາດສຳປະທານໃຫ້ແກ່ ບໍລິສັດ ປັນຍາທິລາດກໍ່ສ້າງຂົວທາງ ແລະຊົນລະປະທານ
ຈຳກັດ ດ້ວຍທຶນກໍ່ສ້າງລວມ 304 ຕື້ກວ່າກີບ ໂດຍບໍລິສັດເອກະຊົນລາວທັງ 3 ບໍລະສັດ
ດັ່ງກ່າວນີ້ ຈະຕ້ອງດຳເນີນການ ໃຫ້ແລ້ວເສັດຕາມສັນຍາ ສຳປະທານພາຍໃນ 24 ເດືອນ
ເພື່ອໃຫ້ທັນກັບງານສັບປະດາ ການທ່ອງທ່ຽວແຂວງໄຊສົມບູນ ໃນທ້າຍເດືອນທັນວາ 2015.

ພິທີການລົງນາມ ໃນບັນທຶກຄວາມເຂົ້າໃນຮ່ວມ (MOU) ລະຫວ່າງ ທາງການແຂວງໄຊສົມບູນ ກັບກຸ່ມບໍລິສັດ Green Partner Holding ຈາກຈີນ ເພື່ອໃຫ້ລົງທຶນພັດທະນາ ໂຄງລ່າງພື້ນຖານ.
ພິທີການລົງນາມ ໃນບັນທຶກຄວາມເຂົ້າໃນຮ່ວມ (MOU) ລະຫວ່າງ ທາງການແຂວງໄຊສົມບູນ ກັບກຸ່ມບໍລິສັດ Green Partner Holding ຈາກຈີນ ເພື່ອໃຫ້ລົງທຶນພັດທະນາ ໂຄງລ່າງພື້ນຖານ.

ແຕ່ຢ່າງໃດກໍຕາມ ການພັດທະນາພື້ນຖານ ໂຄງລ່າງພາຍໃນ
ແຂວງໄຊສົມບູນ ກໍໄດ້ດຳເນີນໄປພາຍໃຕ້ ສະພາບການ ທີ່
ລັດຖະບານລາວ ກຳລັງປະເຊີນກັບບັນຫາ ຂາດແຄນທາງ
ດ້ານງົບປະມານຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ຕ້ອງພະຍາຍາມ
ດຶງດູດເອົາການລົງທຶນ ຈາກຕ່າງປະເທດເປັນດ້ານຫລັກ ໂດຍ
ຫຼ້າສຸດ ກໍໄດ້ມີການລົງນາມໃນບັນທຶກຄວາມເຂົ້າໃນຮ່ວມ
(MOU) ລະຫວ່າງ ທາງການແຂວງໄຊສົມບູນ ກັບກຸ່ມບໍລິສັດ
Green Partner Holding ຈາກຈີນ ເພື່ອໃຫ້ລົງທຶນພັດທະນາ
ໂຄງລ່າງພື້ນຖານ ໃຫ້ກ່ອນ ເພາະທາງການລາວຍັງຂາດຄວາມ
ພ້ອມໃນທຸກໆດ້ານ ດັ່ງທີ່ເຈົ້າໜ້າ ຂັ້ນສູງໃນແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາບໍ່ທັນໄດ້ມີການກະກຽມ ບຸກຄະລາກອນພຽງພໍ ແລ້ວ ກະທຶນຮອນ
ເພື່ອຈັດຕັ້ງປະຕິບັດ ແລະກໍບໍ່ທັນມີແບບສະບັບ ວ່າຈະເຮັດແນວໃດ ຈະໃຫ້
ກຳໜົດຄົນ ໃສ່ນີ້ສິໄດ້ ແຕ່ວ່າ ເອົາຄົນທີ່ຮູ້ຈັກເຮັດວຽກ ແຕ່ລະວຽກຫັ້ນ ມີບັນຫາ
ເພາະວ່າ ລະດັບການສຶກສາ ຂອງຄົນເຮົານີ້ ກໍບໍ່ທັນສູງ ປະສົບການກໍບໍ່ທັນຫຼາຍ
ຈັ່ງຊັ້ນແລ້ວ ພວກເຮົາກະເຫັນວ່າ ຍັງມີຄວາມຫຍຸ້ງຍາກຢູ່.”

ໂດຍເນື້ອໃນສຳຄັນຂອງ MOU ທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນ ໃນຄັ້ງນີ້ ກໍຄື ບໍລິສັດ
ຈາກຈີນ ໄດ້ສະແດງເຈດຈຳນົງ ທີ່ຈະເຂົ້າມາ ດຳເນີນການພັດທະນາ ລະບົບພື້ນຖານ
ໂຄງລ່າງ ໃນແຂວງໄຊສົມບູນ ໃຫ້ກັບທາງການລາວ ດ້ວຍການລົງທຶນໃຫ້ກ່ອນ ໃນຮູບ
ຂອງເງິນກູ້ຢືມ ທີ່ມີລະຍະການຜ່ອນຊຳລະຄືນ ພາຍໃນ 15 ປີ ຊຶ່ງລັດຖະບານລາວຈະ ຕ້ອງຄ້ຳປະກັນເງິນກູ້ ຢ່າງເຕັມຈຳນວນ.

ລັດຖະບານລາວ ໄດ້ປະກາດສ້າງຕັ້ງແຂວງໄຊສົມບູນ ຢ່າງເປັນ ທາງການ ເມື່ອວັນທີ 31
ທັນວາ 2013 ທີ່ຜ່ານມາ ໂດຍປະກອບມີ 5 ເມືອງ ກໍຄື ເມືອງຮົ່ມ ເມືອງທ່າໂທມ ເມືອງ
ອະນຸວົງ ເມືອງລ້ອງຊານ ແລະເມືອງລ້ອງແຈ້ງ ໂດຍມີປະຊາກອນທັງໝົດ 81,801 ຄົນ
ໃນ 7,800 ຄອບຄົວ ຊຶ່ງໃນນີ້ກໍປະກົດວ່າຍັງມີຢູ່ເຖິງ 3,600 ກວ່າຄອບຄົວ ທີ່ຍັງທຸກຍາກ
ໂດຍແຂວງໄຊສົມບູນ ມີພື້ນທີ່ ຢູ່ໃນເຂດປົກຄອງຄິດເປັນເນື້ອທີ່ກວ້າງກວ່າ 8,500 ກິໂລ
ແມັດມົນທົນ.

XS
SM
MD
LG