ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກັບດັກ ພິມໂດຍ ເຄື່ອງພິມ 3 ມິຕິ ຊ່ວຍນັກວິທະຍາສາດ ສຶກສາ ພວກແມງໄມ້ ທີ່ທຳລາຍຕົ້ນໄມ້


ພວກດ້ວງ ຫຼື ແມງນ້ຳຝົນ ທີ່ບໍ່ໄດ້ເກີດຢູ່ໃນພື້ນທີ່ ຂອງພາກໃຕ້ ລັດ California ແມ່ນກຳລັງກໍ່ຄວາມເສຍຫາຍຢ່າງໜັກ ຕໍ່ຕົ້ນ ໄມ້ທັງຫຼາຍ ລວມທັງ ຕົ້ນໝາກ avocado ຊຶ່ງເປັນຜົນປູກຂອງ ລັດ California ທີ່ສ້າງລາຍໄດ້ດີ. ບັນດານັກວິທະຍາສາດ ຢູ່ທີ່ ມະຫາວິທະຍາໄລຂອງ ລັດ California ທີ່​ເມືອງ Riverside ແມ່ນພວມສູ້ຊົນ ກັບບັນຫານີ້ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ເຄື່ອງພິມ 3 ມິຕິ ຫຼື 3D printer ຈຳນວນສອງໜ່ວຍ. ຜູ້ສື່ຂ່າວ ວີໂອເອ Elizabeth Lee ມີລາຍລະອຽດເພີ້ມຕື່ມ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ.

XS
SM
MD
LG