ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຮ້າຍ ຍິງຕຳຫຼວດ ການາດາ 3 ຄົນ ເສຍຊີວິດ ແລະ 2 ຄົນ ບາດເຈັບ (ວີດີໂອ)


ເຈົ້າໜ້າທີ່ຕຳຫລວດພາກັນຫລົບຢູ່ຂ້າງລົດຂອງພວກເຂົາເຈົ້າ ໃນເມືອງ Moncton ແຂວງ New Brunswick ເມື່ອວັນທີ 4 ມິຖຸນາ 2014.
ເຈົ້າໜ້າທີ່ຕຳຫລວດພາກັນຫລົບຢູ່ຂ້າງລົດຂອງພວກເຂົາເຈົ້າ ໃນເມືອງ Moncton ແຂວງ New Brunswick ເມື່ອວັນທີ 4 ມິຖຸນາ 2014.
ບັນດາ​ເຈົ້າໜ້າ​ທີ່ຕຳຫຼວດ​ ຂອງ​ປະ​ເທດ​ການ​ນາ​ດາ ທີ່ແຂວ​ງ
New Brunswick ໃນພາກຕາເວັນອອກຂອງປະເທດກຳລັງ
​ຊອກ​ຫາ​ຜູ້​ຊາຍ​ຄົນ​ໜຶ່ງ ທີ່​ໄດ້​ຍິງສັງຫານ​ເຈົ້າໜ້າ​ທີ່​ຕຳຫລວດ
3 ຄົນ ແລະອີກ 2 ຄົນໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ພຸດ​ມື້ວານ​ນີ້.

ຕຳຫລວດ​ກາ​ນາ​ດາ ກ່າວ​ວ່າ ການ​ຍິງ​ເຈົ້າໜ້າ​ທີ່​ຕຳຫລວດ ​
ໃນ​ຄັ້ງນີ້​ ​ແມ່ນເກີດຂຶ້ນທີ່ເມືອງຂອງ Moncton ​ໃນ​ຂະນະ​ເຈົ້າ
ໜ້າ​ທີ່​ໄດ້​ຮັບ​ການ​ຮ້ອງ​ຮຽນ ​ກ່ຽວ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ມີ​ອາວຸດ
​ແຕ່ງໂຕ​ດ້ວຍ​ຊຸດ​ທະ​ຫານ. ຜູ້​ຕ້ອງສົງໄສມີ​ອາວຸດ​ປືນ​ນັ້ນ ​ຖືກລະ
ບຸ​ຕົວ​ວ່າ​ແມ່ນທ້າວ Justin Bourque ​ໄວ 24 ປີ.

​ເຈົ້າໜ້າ​ທີ່ຕຳຫລວດ 2 ຄົນ ​ທີ່​ໄດ້​ຮັບ​ບາດ​ເຈັບນັ້ນ ​ໄດ້​ຖືກ​ນຳ​ສົ່ງ​ໄປ​ໂຮງພະຍາບານ​ໃນ​ເຂດທ້ອງ​ຖິ່ນ ຊຶ່ງອາການບາດເຈັບຂອງພວກກ່ຽວ ​ມີສະພາບ​ທີ່​ທຸ່ນ​ທ່ຽງແລ້ວແລະ​ບໍ່ເປັນ​
ອັນຕະລາຍ​ຕໍ່​ຊີວິດ​ເລີຍ.

ການຍິງ​ປືນເຂົ້າໃສ່ກຸ່ມ​ຄົນ​ເປັນຈຳນວນຫຼວງຫຼາຍ ​ແມ່ນ​ບໍ່​ຄ່ອຍມີ​ໃນ​ກາ​ນາ​ດາ ​ເພາະ​ມີ​
ກົດໝາຍ​ຄຸ້ມ​ຄອງ​ປືນທີ່​ເຄັ່ງ​ຄັດ​ທີ່​ສຸດ. ​ການຍິງ​ໂຈມ​ຕີ ໃນ​ວັນ​ພຸດວານ​ນີ້ ​ຖື​ວ່າ​ເປັນ​ການ
ໂຈມຕີທີ່ຮ້າຍ​ແຮງທີ່​ສຸດຕໍ່​ບັນດາເຈົ້າ ໜ້າ​ທີ່​ຕຳຫລວດ​ກາ​ນາ​ດາ ນັບຕັ້ງ​ແຕ່​ປີ 2005
ເປັນຕົ້ນມາ ເວລາຕຳ ຫຼວດກາ​ນາ​ດາ 4 ຄົນ ​ໄດ້​ຖືກ​ຍິງ​ຕາຍ ຢູ່ເມືອງ Mayerthorpe
ໃນ ແຂວງ Alberta ​ທາງພາກ​ຕາ​ເວັນ​ຕົກຂອງປະເທດ.
CANADA SHOOTING SOTVO
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG