ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສາມຄົນ ຖືກຈັບ ໃນມຽນມາ ຍ້ອນໝິ່ນປະໝາດ ພຸດທະສາສະໜາ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ຜູ້​ຈັດການ​ບາຣ໌ ຊາວ​ນິວຊີ​ແລນ ຄົນ​ໜຶ່ງ ​ແລະ ຊາວ​ມຽນມາ​
ທ້ອງຖິ່ນ 2 ຄົນ ຖືກ​ຈັບ​ ​ໃນ​ມຽນມາ ຍ້ອນ​ການ​ກ່າວ​ຫາ​ວ່າ
​ໝິ່ນ​ປະ​ມາດ​ພຸດທະສາ​ສະໜາ ​ໃນ​ຄຳ​ຂວັນໂຄສະນາທາງ​
ອອນ​ລາຍ​ນ໌​.

Philip Blackwood ​ແລະ ພະນັກງານ​ສອງ​ຄົນ​ຂອງລາວ ​ໄດ້
​ຖືກ​ຈັບ​ ​ໃນ​ວັນ​ພະຫັດ​ວານ​ນີ້ ຍ້ອນ​ການໂຄສະນາຂາຍ​ເຄື່ອງ
ຂອງ​ພວກ​ເຂົາ​ເຈົ້າ ດ້ວຍຮູບພາບ​ ຂອງ​ພະ​ພຸດທະ​ເຈົ້າທີ່​ໃສ່​ເຄື່ອງ
ຟັງ​ຫູ ຊຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ເພີດ​ເພີນ​ໃຈນັ້ນ. ບາ​ດັ່ງກ່າວ​ນີ້ ​ແມ່ນ
ຕັ້ງຢູ່ ​ໃນເມືອງ​Yangon ​ເມືອງໃຫຍ່​ເມືອງ​ໜຶ່ງ​ຂອງ​ມຽນມາ.

ທັງ​ສາມ​ຄົນ​ດັ່ງກ່າວ ມີ​ກຳນົດ​ທີ່​ຈະ​ປາກົດ​ໂຕ​ທີ່​ສານ ​ໃນ​ອາ​ທິດ​ໜ້າ ​ເພື່ອ​ປະ​ເຊີນ​ກັບ​ຂໍ້​
ກ່າວ​ຫາ ໝິ່ນ​ປະ​ໝາດສາ​ສະໜາ ຊຶ່ງ​ມີ​ໂທດ​ຈຳ​ຄຸກ​ເຖິງ 2 ປີ.

ການ​ຈັບ​ກຸມດັ່ງກ່າວ ມີ​ຂຶ້ນ​ໃນ​ລະຫວ່າງຄື້ນການ​ປະ​ທະ​ກັນດ້ານ​ສາສະໜາ​ຕ່າງໆ ​ໃນ
​ມຽນມາ ລະຫວ່າງ ຊາວ​ພຸດ ​ກັບ ຊາວ​ມຸສລິ​ມ ກຳລັງ​ຮຸນ​ແຮງ​ຂຶ້ນ.

XS
SM
MD
LG