ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເມຣິກັນ 3 ທີ່ຖືກຄຸມຂັງ ຢູ່ເກົາຫຼີເໜືອ ຂໍຮ້ອງໃຫ້ ສຫລ ຊ່ວຍເຫຼືອ (ສະໄລດ໌/ວີດີໂອ)


ພົນລະ​ເມືອງ​ອາ​ເມຣິກັນ ​3 ຄົນ ທີ່​ຖືກ​ເກົາຫຼີ​ເໜືອ ຄຸມ​ຂັງ​ຕົວ
​ໄວ້​ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້ສະຫະລັດ ສົ່ງ​ຜູ້​ແທນ​ຂັ້ນສູງ​ໄປ​ເກົາ
ຫຼີ​ເໜືອ ​ເພື່ອຮັບເອົາການປ່ອຍພວກ​ເຂົາເຈົ້າ.

ທັງ 3 ຄົນຕ່າງກໍ​ໄດ້ຮຽກຮ້ອງ​ ໃນ​ການໃຫ້​ສຳພາດ​ກັບ​ບັນດາ
ນັກ​ຂ່າວ​ສະຫະລັດ ທີ່​ຈັດ​ຂຶ້ນ​ ໂດຍ​ລັດຖະບານ​ ເກົາຫຼີ​ເໜືອ
ແບບທີ່ບໍ່​ຄ່ອຍ​ເຫັນກັນ​ມາ​ກ່ອນ.

​ໃນຂະນະທີ່ເຈົ້າໜ້າທີ່ເກົາຫລີເໜືອເບິ່ງຢູ່ນັ້ນ ທ່ານ Kenneth
Bae ທ່ານ Mathew Miller ​ແລະ ທ້າວ Jeffrey Fowle ຕ່າງ
ກໍໄດ້​ຮ້ອງ​ຂໍ​ ໃຫ້​ສະຫະລັດສົ່ງຜູ້ແທນລະດັບ​ສູງ​ ໄປຢ້ຽມຢາມ​
ເກົາຫຼີ​ເໜືອ ​ແລະ ທຳ​ການ​ຂໍ​ຮ້ອງ​ໂດຍ​ກົງ ເພື່ອໃຫ້ປ່ອຍ​ພວກ​ເຂົາ​ເຈົ້າ​.

ທ່ານ Bae ​ທີ່ພວມຮັບ​ໃຊ້ໂທດຈຳ​ຄຸກ 15 ປີກ່າວ​ວ່າ ສຸຂະພາບ​ຂອງ ​ລາວ​ກຳລັງ​ຊຸດ
​ໂຊມລົງ ​ແລະທ່ານ Miller ອະທິບາຍ​ວ່າ ສະຖານະ​ການ​ຂອງ​ລາວໃນ​ຂະນະ​ນີ້ແມ່ນ
“ຮີ​ບດ່ວນ​ທີ່​ສຸດ.” ທ່ານ Miller ​ແລະ ທ້າວ Fowle ກຳລັງ​ລໍຖ້າ​ການພິຈາລະນາ​ຄະດີຢູ່.

ບັນ​ດານັກ​ຂ່າວ​ສະຫະລັດ ຈາກໂທລະພາບ CNN ​ແລະອົງການຂ່າວ AP ຊຶ່ງພວມຢູ່
ໃນລະຫວ່າງການ​ຢ້ຽມຢາມເກົາຫຼີ​ເໜືອ​ ຢ່າງ​ເປັນ​ທາງ​ການ ກ່າວ​ວ່າ ຕົນ​ໄດ້​ຖືກ​ຮຽກ​ຕົວ​
ໃຫ້ໄປສຳພາດ ແບບທີ່​ບໍ່​ໄດ້​ມີການ ວາງ​ແຜນ​ໄວ້ລ່ວງໜ້າ ຢູ່​ນະຄອນຫລວງ​ພຽງ​ຢາງ. ​
ເຂົາ​ເຈົ້າ​ເວົ້າວ່າ ພວກ​ເຂົາໄດ້ຮັບ​ອະນຸຍາດ ​ໃຫ້​ສຳພາດ​ຄົນ​ລະ 5 ນາທີເທົ່ານັ້ນ.

US Detainees Want Negotiators for Freedom in North Korea
please wait

No media source currently available

0:00 0:02:51 0:00

XS
SM
MD
LG