ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການສົ່ງຊອງ ທີ່ມີຜົງສີຂາວ ໄປຂູ່ ລມຕ ປ້ອງກັນປະເທດ ເກົາຫລີໃຕ້


ຮູບພາບຊອງໜັງສື ທີ່ມີຝຸ່ນສີຂາວຢູ່ຂ້າງໃນ ສົ່ງເຖິງລັດທະມົນຕີປ້ອງ ກັນປະເທດເກົາຫລີໃຕ້ ທ່ານ Kim Kwan-jin ໄດ້ສັນລະສູດວ່າ ແມ່ນແປ້ງທຳມະດາ.
ຮູບພາບຊອງໜັງສື ທີ່ມີຝຸ່ນສີຂາວຢູ່ຂ້າງໃນ ສົ່ງເຖິງລັດທະມົນຕີປ້ອງ ກັນປະເທດເກົາຫລີໃຕ້ ທ່ານ Kim Kwan-jin ໄດ້ສັນລະສູດວ່າ ແມ່ນແປ້ງທຳມະດາ.
ເກົາຫລີ​ໃຕ້ກ່າວ​ວ່າ ​ຜົງ​ຂາວທີ່ໜ້າ​ສົງໄສ ພົບ​ເຫັນຢູ່​ໃນ​ໜັງ​ສື​ຂົ່ມ
ຂູ່​ສະ ບັບ​ນຶ່ງ ສົ່ງ​ເຖິງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດນັ້ນ ​ແມ່ນ​ເປັນ​
ແປ້ງ​ທໍາ​ມະ​ດາ.

ບັນດາ​ນັກ​ສື​ບສວນ​ ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຂົາ​
ເຈົ້າ​ໄດ້​ທຳ​ການສືບສວນ​ເບິ່ງວ່າ ​ໜັງສືສະບັບ​ນີ້ແມ່ນເປັນການ
​ດຳ​ເນີນຄວາມ​ພະຍາຍາມ ​ເພື່ອ​ກໍ່ການ​ຮ້າຍຕໍ່​ລັດຖະມົນຕີ​ປ້ອງ​
ກັນ​ປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin.

ເຂົາ​ເຈົ້າ​ກ່າວ​ວ່າ ໜັງສື​ສະບັບ​ນີ້​ ຄ້າຍຄື​ກັນ​ກັບ​ໄບປີວ​ຫລາຍໆ​
ຮ້ອຍ​ໃບທີ່​ພົບ​ເຫັນ​ຢາຍ​ກັນ​ຢູ່ໃກ້ໆ​ກັບກະ​ຊວງ​ປ້ອງ​ກັນ​ປະ​ເທດ​
ໃນອາທິດ​ແລ້ວນີ້​ທີ່​ຂົ່ມຂູ່ວ່າຈະ “ລົງ​ໂທດ” ຕໍ່ທ່ານ Kim ​ໃນອັນ​
ທີ່ໃບ​ປິວ​ເອີ້ນວ່າ​ເປັນເອົາ​ທ່າ​ທີ​ຢ່າງ​ແຂງ​ຂັນ ຕໍ່​ເກົາຫລີ​ເໜືອນັ້ນ.

​ເກົາຫລີ​ເໜືອໄດ້​ຂົ່ມຂູ່​ຊໍ້າແລ້​ວຊໍ້​າອີກທີ່​ຈະ​ໂຈມ​ຕີ​ເກົາ​ຫຼີໃຕ້ຍ້ອນ
ການຊ້ອມ​ລົບຮ່ວມ​ປະ​ຈໍາປີ ລະຫວ່າງທະຫານສະຫະລັດ ແລະ
ເກົາ​ຫລີໃຕ້ ​ພ້ອມ​ທັງການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດທີ່​ໄດ້​ມີ​ການ​ຮັບຜ່ານ​ເພື່ອ ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ທົດ​ລອງ​ນິວ​ເຄລຍ ຂອງເກົາຫຼີ​ເໜືອ​ໃນ​ເດືອນ​ກຸມພາ​ແລ້ວ​ນີ້.
XS
SM
MD
LG