ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍສິບພັນຄົນ ຍັງ​ສືບ​ຕໍ່ ໂຮມ​ຊຸມ​ນຸມ ປະທ້ວງ ທີ່ກຸງ Kyiv (ສະ​ໄລ​ດ໌)


ພວກ​ນັກ​ເຄື່ອນ​ໄຫວ ຕໍ່ຕ້ານ​ລັດຖະບານ ຫລາຍ​ສິບ​ພັນ​ຄົນ ເຕົ້າ​​ໂຮມ​ຊຸມນຸມປະ​ທ້ວງ ​ຢູ່​ໃນ​ເມືອງ​ຫລວງ Kyiv
ພວກ​ນັກ​ເຄື່ອນ​ໄຫວ ຕໍ່ຕ້ານ​ລັດຖະບານ ຫລາຍ​ສິບ​ພັນ​ຄົນ ເຕົ້າ​​ໂຮມ​ຊຸມນຸມປະ​ທ້ວງ ​ຢູ່​ໃນ​ເມືອງ​ຫລວງ Kyiv
ທີ່ຢູ​ເຄຣນ ພວກ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດຖະບານ ຫລາຍ​ສິບ​
ພັນ​ຄົນ ​ໄດ້ພາກັນໂຮມ​ຊຸມນຸມປະ​ທ້ວງ​ຢູ່​ໃນ​ເມືອງ​ຫລວງ Kyiv
​ໃນຂະນະ​ທີ່ອົງການ​ຄວາມໝັ້ນ ຄົງ​ຂອງ​ປ​ະ​ເທດ ​ໄດ້​ເຕືອນ​ເຖິງ
​ໄພ​ຂົ່ມຂູ່​ຈາກ​ການກໍ່​ການ​ຮ້າຍ​ ທີ່​ບໍ່ໄດ້​ລະບຸ​ອອກ​ມາ​ຢ່າງເຈາະ
​ຈົງ.

ຜູ້​ສະໜັບສະໜູນ​ຝ່າຍ​ຄ້ານ ປະ​ມານ 30,000 ຄົນ ​ໄດ້​ພາກັນ​
ອອກມາ​ໂຮມ​ຊຸມນຸມ ​ໃນ​ວັນ​ອາທິດ​ວານ​ນີ້ ​ທີ່​ຈະ​ຕຸ​ລັດ ​ເອກ​ກະ
ລາດ ​ໃນ​ກຸງ Kyiv.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ ​ໄດ້​ຮຽກຮ້ອງ​ຊໍ້າ​ອີກ ​ໃຫ້​ປະຕິ​ຮູບ​ລັດຖະ
ທໍາ​ມະນູນ ​ແລະ​ມີ​ໃຫ້ການ​ເລືອກ​ຕັ້ງ​ໃໝ່ ​ໂດຍ​ຫວັງ​ວ່າ ​ຈະ​ເຮັດ​ໃຫ້ ປະທານາທິບໍດີ Viktor Yanukovych ຕົກ​ຈາກຕໍາ​ແໜ່​ງ.

ຜ່ານ​ມາ ​ທ່ານ Yanukovych ​ໄດ້​ຮັບ​ເອົາ​ການ​ລາ​ອອກ ຂອງນາຍົກລັດຖະມົນຕີ ຂອງ
ທ່ານ ​ແລະ​ຍົກ​ເລີກ​ ກົດໝາຍຕໍ່ຕ້ານການ​ປະ​ທ້ວງ​ ທີ່ໄດ້ເຮັດ​ໃຫ້​ພວກ​ປະ​ທ້ວງເກີດ​
ຄວາມໂກດ​ແຄ້ນນັ້ນ. ​ແຕ່​ວ່າ ພວກ​ປະ​ທ້ວງກໍ​ຍັງ​ຮຽກຮ້ອງ​ ໃຫ້​ມີ​ການຍິນ​ຍອມເພີ້​ມເຕີມ
ຮວມ​ທັງ​ການ​ລາ​ອອກ​ ຂອງ ປະທານາທິບໍດີ Yanukovych ​ເອງ.

​ໃນ​ຂະ​ນະ​ດຽວ​ກັນ​ໃນ​ວັນ​ອາທິດ​ວານ​ນີ້ ພະ​ແນ​ກຄວາມ​ໝັ້ນຄົງຂອງລັດກ່າວ​ວ່າ ຕົນ​ໄດ້
​ສັ່ງ​ໃຫ້​ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຢູ່​ໃນທ່າ​ລະວັງ​ໄພ​ລະດັບ​ສູງ​ ​ໂດຍ ເຕືອນ​ວ່າເດີ່ນ
​ບິນນາໆ​ຊາດ ​ໂຮງ​ໄຟ​ຟ້າ​ຕ່າງໆ ​ແລະ​ທາງ​ລົດໄຟ ​ແລະ​ສະຖານ​ນີ ລົດ​ເມ ຢູ່​ໃນ​ໂຕ​ເມືອງ​
ທັງຫລາຍ ຕົກຢູ່​ໃນການ​ສ່ຽງ​ຕໍ່​ອັນ​ຕະລາຍ ​ເປັນ​ພິ​ເສດ.

XS
SM
MD
LG