ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວຕູນີເຊຍ ຫຼາຍພັນຄົນ ໂຮມຊຸມນຸມ ສະໜັບສະໜຸນ ລັດຖະບານ (ວີດີໂອ)


ຊາວຕູນີເຊຍ ຫຼາຍພັນຄົນ ທີ່ກໍາລັງພາກັນປະທ້ວງ ສະໜັບສະໜຸນ ລັດຖະບານ ໂດຍທີ່ພັກຝ່າຍຄ້ານຮຽກຣ້ອງໃຫ້ ລາອອກນັ້ນ.
ຊາວຕູນີເຊຍ ຫຼາຍພັນຄົນ ທີ່ກໍາລັງພາກັນປະທ້ວງ ສະໜັບສະໜຸນ ລັດຖະບານ ໂດຍທີ່ພັກຝ່າຍຄ້ານຮຽກຣ້ອງໃຫ້ ລາອອກນັ້ນ.
ຊາວ​ຕູ​ນີ​ເຊຍ ຫຼາຍສິບ​ພັນ​ຄົນ ​ໄດ້​ພາກັນ​ໂຮມ​ຊຸມນຸມກັນ​ທີ່​ນະຄອນຫຼວງ ຕູ​ນີສ ​ເພື່ອ​ສະ ໜັບ​ສະ​ໜຸນ​ລັດຖະບານ ​ທີ່​ນໍາ​ໂດຍພັກສາ​ສະໜາ​ອີສລາມ ຊຶ່ງ​ກໍາລັງ​ປະ​ເຊີນການ​ຮຽກ ຮ້ອງ​ຫຼາຍຂຶ້ນນັບ​ມື້​ຈາກ​ພວກ​ຝ່າຍ​ຄ້ານ ໃຫ້​ລາ​ອອກ​ນັ້ນ.

ບັນດາ​ນັກ​ເຄຶ່ອນ​ໄຫວ ທີ່​ນິຍົມ​ລັດຖະບານ ​ໄດ້​ເຂົ້າຮ່ວມ​ກັບ​ການ​ເດີນ​ຂະ ບວນປະ​ທ້ວງ​ເມື່ອວັນ​ເສົາ​ວານ​ນີ້ຢູ່​ທີ່​ຈະຕຸ​ລັດ Kasbah ໃນ​ນະຄອນຫຼວງ ຕູ​ນີສ ​ເພື່ອສະໜອງ​ຕອບຕໍ່​ຄໍາ​ຮ້ອງ​ຂໍ ​ໂດຍ​ພັກສາສະໜາ​ອິສລາມ Ennahda ​ເພື່ອສະແດງ​ໃຫ້​ເຫັນ​ເຖິງ​ການ​ສະ ໜັບສະໜຸນ​ຂອງ​ມະຫາຊົນ ຕໍ່​ການ​ປົກຄອງປະ​ເທດ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຕົນ.

ພັກ Ennahda ຊະນະ​ການ​ເລືອກ​ຕັ້ງ ປີ 2011 ສໍາລັບ ສະພາ​ໄລຍະຂ້າມຜ່ານ ລຸນຫຼັງ ຈາກ​ການ​ໂຄ່ນ​ລົ້ມ ປະທານາທິບໍດີ Zine el-Abidine ຈອມ​ຜະ​ເດັດ​ການ​ທີ່​ປົກຄອງ​ປະ​ເທດ​ມາ​ໄດ້​ດົນ​ນານ​ ​ໃນ​ເຫດ​ການ​ລຸກຮື​ຂຶ້ນຄັ້ງ​ໃຫຍ່ ​ໃນ​ຕົ້ນ​ປີ​ນັ້ນ.

​ແຕ່​ໃນ​ອາທິດ​ຜ່ານ​ມາ​ນີ້ ລັດຖະບານ​ຕູ​ນີ​ເຊຍ ທີ່​ນໍາ​ໂດຍ​ພັກ Ennahda ນັ້ນ ​ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ຫຼາຍບັ້ນ ​ໂດຍ​ກຸ່ມ​ຝ່າຍ​ຄ້ານ ທີ່​ບໍ່​ຝັກ​ໄຝ່ສາສະໜາ ທີ່​ທວງ​ໃຫ້​ລັດຖະບານ​ລາ​ອອກ ຍ້ອນ​ວ່າ​ບໍ່​ສາມາດ​ປ້ອງ​ກັນບໍ່​ໃຫ້​ມີການ​ລອບ​ສັງຫານ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ສອງ​ຄົນ​ໄວ້​ໄດ້. ການ​ປະ​ທ້ວງບັ້ນ​ຕ່າງໆ ​ໄດ້​ເລີ່​ມຕົ້ນ​ຂຶ້ນຫຼັງຈາກ​ການ​ຍິງ​ສັງຫານ​ສະມາຊິກ​ສະພາ Mohamed Brahmi ທີ່​ນະຄອນຫຼວງຕູ​ນີສ ​ເມື່ອວັນ​ທີ 25 ກໍ​ລະ​ກົດ​ຜ່ານ​ມາ​ນີ້. ການ​ເສຍ​ຊີວິດ​ຂອງທ່ານ Mohamed Brahmi ​ແມ່ນ​ມີ​ຂຶ້ນ ຫຼັງຈາກ​ການ​ຍິງ​ສັງຫານ ທ່ານ Chokri Belaid ນັກ​ການ​ເມືອງ​ຝ່າຍ​ຄ້ານ​ທີ່​ມີ​ຊື່​ສຽງ ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ.

ພັກ​ການ​ເມືອງ​ຝ່າຍ​ຄ້ານ​ທັງຫຼາຍ​ໄດ້​ຮຽກຮ້ອງ ​ໃຫ້​ມີ​ການ​ເດີນ​ຂະ​ບວນປະ ທ້ວງ ​ຕໍ່ຕ້ານ​ລັດ​ຖະບານ​ເພີ່ມ​ຂຶ້ນ​ ໃນຫຼາຍມື້​ຕໍ່ໜ້າ​ນີ້. ພັກ​ຝ່າຍຄ້ານ​ແມ່ນ​ເກີດ​ມີ​ກໍາລັງ​ໃຈ ​ແລະໄດ້​ຮັບ​ແຮງ​ດົນ​ໃຈຈາກ​ການ​ໂຄ່ນ​ລົ້ມ​ປະທານາທິບໍດີ​ພັກອີສລາມ ທ່ານ Mohamed Morsi ຂອງ​ອີ​ຈິບ​ໂດຍ​ຝ່າຍ​ທະຫານ​ເມື່ອ​ເດືອນ​ຜ່ານ​ມາ ຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວ​ທີ່​ໜຸນຫຼັງ​ ໂດຍ​ກຸ່ມ​ຝ່າຍ​ຄ້ານ​ອີ​ຈິບ ທີ່​ບໍ່​ພັກໄຝ່ທາງ​ສາສະໜາ​ນັ້ນ.

ທ່ານ Ali Larayedh ນາຍົກລັດຖະມົນຕີຕູນີ​ເຊຍ ​ເວົ້າ​ເມື່ອ​ວັນ​ເສົາວານ​ນີ້​ວ່າ ປະ​ເທດ​ຊາດ​ຂອງ​ທ່ານ​ແມ່ນ​ຕ້ອງການ​ຄວາມ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ​ແລະ​ໃຫ້​ຢູ່​ໃນ​ຄວາມ​ສ​ະ ຫງົບ ​ເພື່ອ​ວ່າ​ທາງ​ກອງທັບຈະ​ສາມາດ​ຕໍ່ສູ້​ກັບ​ພວກ​ກໍ່ການ​ຮ້າຍ​ໄດ້ ​ແທນ​ທີ່​ຈະ​ໃຫ້​ກອງ ທັບ​ມາ​ຫຍຸ້ງ​ກ່ຽວ​ເສຍ​ເວລາ​ກັບ​ການ​ປະທ້ວງ​ນັ້ນ.

ເບິ່ງວີດີໂອ:

ວີດິໂອ-ການປະທ້ວງ ໃນປະເທດ Tunisia
please wait

No media source currently available

0:00 0:01:51 0:00
XS
SM
MD
LG