ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຫຼາຍພັນຄົນ ເດີນຂະບວນ ຕໍ່ຕ້ານ ລັດທິ ຫົວຮຸນແຮງ ແລະ ກໍ່ການຮ້າຍໃນ Brussels


ຜູ້ນຳໜ້າການເດີນຂະບວນ ນຳພາພວກເດັກນ້ອຍຖືປ້າຍ
ຕ່າງໆ ອອກຈາກເມືອງ Molenbeek ໃນລະຫວ່າງການ
ເດີນຂະບວນຕໍ່ຕ້ານຄວາມຄຽດຊັງ ໃນນະຄອນຫຼວງ Brussels. 17 ເມສາ, 2016.
ຜູ້ນຳໜ້າການເດີນຂະບວນ ນຳພາພວກເດັກນ້ອຍຖືປ້າຍ ຕ່າງໆ ອອກຈາກເມືອງ Molenbeek ໃນລະຫວ່າງການ ເດີນຂະບວນຕໍ່ຕ້ານຄວາມຄຽດຊັງ ໃນນະຄອນຫຼວງ Brussels. 17 ເມສາ, 2016.

ພວກປະທ້ວງປະມານ 7,000 ຄົນໄດ້ເດີນຂະບວນຕໍ່ຕ້ານລັດທິຫົວຮຸນແຮງ ໃນວັນອາທິດ ວານນີ້ ຜ່ານໃຈກາງນະຄອນຫຼວງ Brussels, ເຊິ່ງຕົວເມືອງຍັງຄົງສະເທືອນໃຈ ກ່ຽວກັບ ການໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນໃນເດືອນທີ່ຜ່ານມາຢູ່ ເຮັດໃຫ້ 32 ຄົນເສຍຊີວິດ.

ໜຶ່ງໃນບັນດາພວກຈັດການປະທ້ວງໄດ້ເອີ້ນການເດີນຂະບວນວ່າ “ເວລາແຫ່ງການລະ ນຶກເຖິງ, ຂໍ້ຄວາມແຫ່ງຄວາມກາລຸນາປານີສຳລັບຜູ້ເຄາະຮ້າຍ ແລະ ເປັນເວລາໜຶ່ງ ເມື່ອປະຊາຊົນໃນປະເທດເຂົ້າມາເຕົ້າໂຮມກັນ.”

ພວກເດີນຂະບວນໄດ້ລວມມີຜູ້ເຊື່ອຖືຈາກຫຼາຍສາສະໜາ ລວມທັງກຸ່ມຂອງຊາວມຸສລິມ ຫຼາຍຄົນນຳ ຜູ້ທີ່ໄດ້ຖືປ້າຍທີ່ອ່ານວ່າ “ຄວາມຮັກແມ່ນສາສະໜາຂອງຂ້ອຍ ແລະ ຄວາມ ເຊື່ອຖືຂອງຂ້ອຍ.”

ການເດີນຂະບວນໄດ້ຜ່ານກາຍແຖວບ້ານ Molenbeek ເຊິ່ງເປັນບ້ານຂອງຊາວມຸສລິມ ຫຼາຍຄົນ ແລະ ບ່ອນທີ່ບັນດານັກສືບສວນສອບສວນສົງໄສວ່າ ການວາງແຜນຄິດຮ້າຍ ຂອງພວກຫົວຮຸນແຮງໄດ້ເກີດຂຶ້ນຢູ່ສະຖານທີ່ແຫ່ງນັ້ນ.

ໃນເດືອນທີ່ຜ່ານມາມືລະເບີດສະຫຼະຊີບ ໄດ້ເຮັດໃຫ້ມີຄົນເສຍຊີວິດ 32 ຄົນທີ່ສະໜາມ ບິນ Brussels ແລະ ໃນສະຖານີລົດໄຟໃຕ້ດິນແຫ່ງໜຶ່ງ.

ຕຳຫຼວດໄດ້ຈັບກຸມຜູ້ຕ້ອງສົງໄສ 6 ຄົນໃນປະຈຸບັນນີ້, ແລະ ພວກເຂົາເຈົ້າກ່າວວ່າ ກຸ່ມຫົວ ຮຸນແຮງທີ່ໄດ້ໂຈມຕີນະຄອນຫຼວງ Brussels ໄດ້ເຊື່ອມຕໍ່ກັບການໂຈມຕີກໍ່ການຮ້າຍໃນ ຕອນຄ່ຳຂອງເດືອນພະຈິກປີກາຍນີ້ ທີ່ນະຄອນຫຼວງ ປາຣີ ເຮັດໃຫ້ມີຄົນເສຍຊີວິດ 130 ຄົນ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Brussels Protest
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG