ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຄາລີຟໍເນຍ ໄດ້ສັ່ງໃຫ້ປະຊາຊົນ ຢູ່ໃກ້ກັບ ເຂື່ອນ Oroville ຍົກຍ້າຍ ອອກຈາກພື້ນທີ່


ພາບຈາກວີດີໂອນີ້ ທີ່ສະໜອງໂດຍ ສຳນັກງານ ຂອງ Assemblyman Brian Dahle ສະແດງໃຫ້ເຫັນນ້ຳລົ້ນອອກຈາກຊ່ອງປ່ອນນ້ຳລົ້ນ ສຸກເສີນ ຂອງເຂື່ອນ Oroville ໃນເມືອງ Oroville ລັດ California, ວັນທີ 10 ກຸມພາ 2017.
ພາບຈາກວີດີໂອນີ້ ທີ່ສະໜອງໂດຍ ສຳນັກງານ ຂອງ Assemblyman Brian Dahle ສະແດງໃຫ້ເຫັນນ້ຳລົ້ນອອກຈາກຊ່ອງປ່ອນນ້ຳລົ້ນ ສຸກເສີນ ຂອງເຂື່ອນ Oroville ໃນເມືອງ Oroville ລັດ California, ວັນທີ 10 ກຸມພາ 2017.

ບັນດາເຈົ້າໜ້າທີ່ ໃນພາກເໜືອຂອງລັດຄາລີຟໍເນຍ ໄດ້ສັ່ງໃຫ້ປະຊາຊົນ ຫຼາຍພັນຄົນ
ຍົກຍ້າຍອອກຈາກພື້ນທີ່ ໃນວັນອາທິດວານນີ້ ໂດຍເປັນການເຕືອນ ທີ່ວ່າ ໂຕອາຄານ
ນ້ຳລົ້ນ ຢູ່ທີ່ເຂື່ອນທີ່ສູງທີ່ສຸດ ໃນສະຫະລັດ ອາດພັງ ກໍເປັນໄດ້.

ຈຸດສຸມຂອງຄວາມເປັນຫ່ວງ ຂອງພວກເຂົາເຈົ້າ ນັ້ນ ກໍແມ່ນເຂື່ອນ Oroville ບ່ອນທີ່
ຊ່ອງນ້ຳລົ້ນຫຼັກ ໄດ້ຮັບຄວາມເສຍຫາຍ ເມື່ອສັບປະແລ້ວນີ້ ຊຶ່ງໄດ້ເປັນຜົນ ເຮັດໃຫ້
ຊ່ອງນ້ຳລົ້ນສຸກເສີນ ອ່ອນສະພາບລົງ ຕິດຕາມມາ.

ເຂື່ອນລະດັບຄວາມສູງ 235 ແມັດນີ້ ຕັນທະເລສາບ Oroville ໄວ້ ໂດຍຈະມີບົດບາດ
ໃນທັງລະບົບ ນ້ຳ ແລະ ພະລັງໄຟຟ້າ ຂອງລັດຄາລີຟໍເນຍ. ຊ່ອງນ້ຳລົ້ນ ອະນຸຍາດໃຫ້
ນ້ຳຢູ່ດ້ານຫຼັງຂອງເຂື່ອນ ໄຫລອອກໃນລັກສະນະ ທີ່ຄວບຄຸມໄດ້ ແຕ່ຄວາມເສຍຫາຍ
ທີ່ໄດ້ຮັບຢູ່ທີ່ຕົວເຂື່ອນ Oroville ນັ້ນ ໄດ້ເກີດຂຶ້ນ ໃນຂະນະທີ່ ຫິມະ ແລະ ຝົນ ຕົກລົງ
ມາຢ່າງວ່ອງໄວ ຈຶ່ງໄດ້ເຮັດໃຫ້ລະດັບນ້ຳສູງຂຶ້ນ.

ທາງການຂອງລັດນັ້ນ ໄດ້ກ່າວວ່າ ບໍ່ມີໄພຂົ່ມຂູ່ ຂອງໂຕເຂື່ອນເອງ ວ່າມັນອາດຈະ
ລົ້ມແຫລວ ແຕ່ໄດ້ເຕືອນວ່າ ການໄຫລອອກຂອງນ້ຳຢ່າງຫຼວງຫຼາຍ ອາດເກີດຂຶ້ນໄດ້
ຖ້າຊ່ອງນ້ຳລົ້ນ ພັງລົງ ມັນອາດຈະເປັນສະພາບການ ທີ່ເປັນອັນຕະລາຍຢ່າງຍິ່ງ ຕໍ່
ພວກຄົນທີ່ອາໄສ ຢູ່ເມືອງຕ່າງໆຕາມຮ່ອມພູ ດ້ານລຸ່ມ.

ມາດຕະການຕ່າງໆ ກຳລັງຖືກດຳເນີນການໄປ ເພື່ອປ່ອຍນ້ຳຈາກທະເລສາບ ແລະ
ຫລຸດຜ່ອນຄວາມກົດດັນ ຕໍ່ຊ່ອງນ້ຳລົ້ນ ໃນຂະນະດຽວກັນ ຍັງໄດ້ຖິ້ມຖັງທີ່ບັນຈຸ
ດ້ວຍກ້ອນຫີນ ລົງສູ່ບໍລິເວນທີ່ໄດ້ຮັບຄວາມເສຍຫາຍ ເພື່ອທີ່ຈະພະຍາຍາມ ເຮັດໃຫ້
ມັນໝັ້ນຄົງ.

California Dam
please wait
Embed

No media source currently available

0:00 0:00:52 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG