ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ແລະ ປະທານປະເທດຈີນ ສືບຕໍ່ເຈລະຈາ ໃນບັນຫາ ທີ່ເປັນສ້ຽນໜາມ


ປະທານາທິບໍດີໂອບາ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ (ຂວາ) ພາກັນຍ່າງ ຢູ່ເດີ່ນກ້ຳເໜືອ ຂອງທຳນຽບຂາວ. (24 ກັນຍາ 2014)
ປະທານາທິບໍດີໂອບາ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ (ຂວາ) ພາກັນຍ່າງ ຢູ່ເດີ່ນກ້ຳເໜືອ ຂອງທຳນຽບຂາວ. (24 ກັນຍາ 2014)

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະປະທານາທິບໍດີສະຫະ
ລັດທ່ານບາຣັກ ໂອບາມາ ໃນວັນສຸກມື້ນີ້ຈະສືບຕໍ່ການເຈລະຈາ
ຫາລື ທີ່ຄາດວ່າ ຈະຫ້ອມລ້ອມໄປດ້ວຍ ຄວາມເຫັນທີ່ແຕກຕ່າງ
ກັນ ກ່ຽວກັບການກ່າວຫາ ໃນການສອດແນມ ທາງອິນເຕີແນັດ
ຂອງຈີນ ນະໂຍບາຍເສດຖະກິດຂອງປັກກິ່ງແລະການຂັດແຍ້ງ ກ່ຽວກັບເລື້ອງເຂດນ້ຳແດນດິນຢູ່ທະເລຈີນໃຕ້.

ຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ນຳພາຄະ
ນະຜູ້ແທນໄປຕ້ອນຮັບເວລາເຮືອບິນຂອງທ່ານສີລົງຈອດທີ່ສະ
ໜາມບິນທະຫານ Andrew ໃນວັນພະຫັດວານນີ້ຊຶ່ງເປັນບ່ອນ
ຢຸດແວ່ແຫ່ງທີສອງ ໃນການຢ້ຽມຢາມສະຫະລັດ ເປັນເວລານຶ່ງ
ອາທິດທີ່ເລີ້ມຕົ້ນ ຢູ່ນະຄອນ Seattle ບ່ອນທີ່ຜູ້ນຳຂອງຈີນ ພະຍາຍາມໃຫ້ການຄ້ຳປະ
ກັນແກ່ບັນດາບໍລິສັດຂອງສະຫະລັດວ່າ ທ່ານກຳລັງດຳເນີນງານ ເພື່ອສ້າງບັນຍາກາດ
ໃນການລົງທຶນທີ່ດີຂຶ້ນກວ່າເກົ່າ ຢູ່ໃນປະເທດຂອງທ່ານ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ (ຊ້າຍ) ແລະ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden
ປະທານປະເທດຈີນ ທ່ານສີ ຈິ້ນຜິງ (ຊ້າຍ) ແລະ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden

​ຕໍ່ມາ ປະທານາທິບໍດີໂອບາມາ ໄດ້ເປັນເຈົ້າພາບ ຈັດງານລ້ຽງອາຫານຄ່ຳ ຢ່າງເປັນການ
ສ່ວນຕົວຕ້ອນຮັບທ່ານສີ ບ່ອນທີ່ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ພວກທ່ານໄດ້ເລີ້ມຫາລື
ກັນກ່ຽວກັບບັນຫາທີ່ສຳຄັນໆທີ່ໄດ້ແບ່ງແຍກປະເທດທັງສອງ.

ການກໍ່ສ້າງຂອງຈີນ ຢູ່ທະເລຈີນໃຕ້
ການກໍ່ສ້າງຂອງຈີນ ຢູ່ທະເລຈີນໃຕ້

​ໃນວັນສຸກມື້ນີ້ທ່ານສີຈະເປີດເຜີຍຂີດຈຳກັດໃໝ່ແລະໂຄງການໆຄ້າທີ່ໝາຍເຖິງລະບຽບ ການທີ່ຈະຄຸ້ມຄອງການປ່ອຍແກັສພິດ ທີ່ຮ້າຍແຮງທີ່ສຸດໃນໂລກ ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ສະຫະລັດ ທີ່ບໍ່ຂໍອອກຊື່.

ໃນລະຫວ່າງການເດີນທາງໄປຢ້ຽມຢາມປັກກິ່ງຂອງທ່ານໂອບາມາໃນປີກາຍນີ້ ປະເທດ ທັງສອງ ໄດ້ຕົກລົງ ທີ່ຈະຫລຸດການປ່ອຍແກັສເຮືອນແກ້ວ ທີ່ພາໃຫ້ອາກາດມີການປ່ຽນ ແປງນັ້ນ ໃນອັນທີ່ເບິ່ງກັນວ່າເປັນຄວາມກ້າວໜ້າທີ່ສຳຄັນຄັ້ງປະຫວັດສາດ ສຳລັບສອງ ປະເທດທີ່ປ່ອຍແກັສດັ່ງກ່າວຫຼາຍທີ່ສຸດໃນໂລກ.

China US Xi
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG