ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານທອງ ​ເດດ​ສຸວັນ ​ເຈົ້າ​ຂອງ​ທຸລະ​ກິດ​ ປໍ້າ​ນໍ້າມັນ BPiTyler


ຄອບຄົວຂອງທ່ານທອງ ເດດສຸວັນ
ຄອບຄົວຂອງທ່ານທອງ ເດດສຸວັນ

ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ນີ້ ແມ່ນມີຈຸດປະສົງເພື່ອຈະນໍາ ເລື່ອງລາວແລະວິຖີຊີວິດຂອງຊາວລາວໃນທົ່ວສາລະທິດ ມາສະເໜີໃຫ້ທ່ານຜູ້ຟັງ ໄດ້ຮັບຊາບຢ່າງທົ່ວເຖິງກັນ ວ່າພວກເຂົາເຈົ້າມີການດໍາລົງຊີວິດແລະປະກອບອາຊີບ ຢ່າງໃດແດ່ແລ້ວ ແລະມື້ນີ້ ວັນນະສອນໄດ້ສໍາພາດທ່ານທອງ ເດດສຸວັນ ເຈົ້າຂອງ ທຸລະກິດປໍ້ານໍ້າມັນ ທີ່ລັດ Florida ມາສະເໜີທ່ານ ເຊີນຮັບຟັງໄດ້ໃນອັນດັບຕໍ່ໄປ.

ຊາວ​ລາວ​ອົບ​ພະຍົບຈໍ​ານວນນັບ​ແສນ​ທີ່​ໄດ້​ໜີ​ອອກຈາກ​
ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ລາວນັບ​ຕັ້ງ​ແຕ່​ປີ 1975 ມາ
ໄດ້​ໄປ​ອາ​ໄສຢູ່​ຕ່າງ​ແດນ​ ກະຈັດກະຈາຍກັນ​ຢູ່ ​ໃນ​ຫຼາຍ
ທະວີ​ບໃນ​ໂລກໂຮມ​ທັງ ສະຫະລັດ​ອະ​ເມຣິກາ​ທີ່ມີ​ຊາວ​ລາວ
ອະ​ໄສ​ຢູ່​ຫຼາຍສຸດປະ​ເທດ​ນຶ່ງ ​ແລະ​ກໍ​ເປັນ​ແຕ່​ບຸນ ຊາວ​ລາວ​
ອະ​ເມຣິກັນສ່ວນ​ໃຫຍ່ນັ້ນ​ຖື​ວ່າ​ ໄດ້​ດິບ​ໄດ້​ປະສົບ​ຄວາມ​
ສໍາ​ເລັດລູກ​ເຕົ້າ​ໄດ້​ຮໍ່າ​ຮຽນ​ສູງໆ,ປະກອບອາຊີບ​ແລະ​ມີໜ້າທີ່
ການ​ງານທີ່​ດີ ​ອັນ​ມີ​ທັງ ນັກ​ອອກ​ແບບ​ເສື້ອຜ້າ​ແລະ​ກະ​ເປົາ​
ຊື່​ດັງ,ນັກ​ການ​ເມືອງ​ລະດັບ​ທ້ອງ​ຖິ່​ນ, ນາຍໝໍທະ​ນາຍ​ຄວາມ
ແລະອື່ນໆ​ອີກ​ມາກ​ມາຍ ​ຊຶ່ງມື້ນີ້ກໍ​ເຊັ່ນກັນກັບ​ໃນ​ທຸກໆ​ຄັ້ງ​
ທີ່ວັນນະ​ສອນ​ໄດ້​ນໍາການ​ສຳພາດ​ຂອງ​ຫຼາ​ກຫຼາຍບຸກຄົນ​ມາ​ເຫຼົ່າສູ່​ທ່ານຟັງ ​ຊຶ່ງຈະ​ເປັນ​ການ​
ສໍາພາດ​ກັບ​ທ່ານທອງ ​ເດດ​ສຸວັນ ​ເຈົ້າ​ຂອງທຸລະ​ກິດ​ປໍ້າ​ນໍ້າມັນ BPiTyler ທີ່​ Lakeland,
Florida ຂໍ​ເຊີນ​ຮັບ​ຟັງ​ບົດ​ສໍາ​ພາດໄດ້​ນະ​ບັດ​ນີ້.

ທ່ານທອງ ເດດສຸວັນ ພ້ອມດ້ວຍຄອບຄົວ ຢູ່ໃນຮ້ານຂາຍຂອງຍ່ອຍໃນປໍ້ານໍ້າມັນ.
ທ່ານທອງ ເດດສຸວັນ ພ້ອມດ້ວຍຄອບຄົວ ຢູ່ໃນຮ້ານຂາຍຂອງຍ່ອຍໃນປໍ້ານໍ້າມັນ.
/ບົດສໍາພາດ/

ທ່ານ​ທອງ ​ໄດ້​ອະທິ​ບາຍ​ເຖິງ
ເບື້ອງຫຼັງຄວາມເປັນມາ​
ໃນຕອນນຶ່ງ​ວ່າ:"ໂອ ກະ
ສະແດງວ່າ ເຮົາເຂົ້າມາ
ກະໃນຖານະອົບພະຍົບນໍ
ກະຄິດວ່າຊິບໍ່ມີໂອກາດ
ກາເຄີຍຄິດຢູ່ ຢາກຄ້າ
ຢາກຂາຍ ແຕ່ທຶນຮອນ
ເຮົາບໍ່ມີມາ ເນື່ອງຈາກ
ວ່າເຮົາເປັນອົບພະຍົບ
ຫຼົບໄພມາ ຫຼັງຈາກລົງເຮືອບິນມາກໍເຫຼືອພຽງແຕ່ 10 ເຊັນຄ້າງຢູ່ໃນກະເປົາ ແລະຕໍ່ມາຍ້ອນຄວາມພະຍາຍາມບຸກບືນ ເຮັດການ 2 ຈອບ 3 ຈອບ ກາງຄໍ່າ
ກາງຄືນບໍ່ໄດ້ວ່າ ພາກັນທ້ອນກັນໂຮມເຂົ້າມາ ຈຶ່ງໄດ້ມີໂອກາດມາຄ້າມາຂາຍ
ຮ່ວມເພິ່ນ ກະເຄີຍຄິດວ່າມີແຕ່ຄົນແຂກນໍ ຄົນອິນເດຍນໍ ເພາະວ່າເຂົາມີພີ່
ມີນ້ອງ ພັກພວກຫຼາຍ.
"

ປະຈຸ​ບັນ​ນີ້ ທ່ານ​ທອງ​ ອາໄສ​ຢູ່​ເມືອງ Lakeland, Florida ກັບ​ພັນ​ລະ​ຍາ​ແລະລູກ​ຊາຍ
ຜູ້​ນຶ່ງ​ ຊື່ Tyler ຊຶ່ງ​ເປັນ​ຊື່​ຂອງ​ປໍ້າ​ນໍ້າມັນ​ນັ້ນ​ເອງ. ທ່ານ​ທອງ ​ເດດ​ສຸວັນ ​ເປັນ​ລູກ​ຊາຍ​ຜູ້​ທີ່​
ສອງຂອງ ອ້າຍ​ເອື້​ຍນ້ອງ​ທັງ​ໝົດ 9 ຄົນ ​ແລະ​ມີນ້ອງ​ຊາຍ 3 ຄົນ​ທີ່​ໄດ້ຮັບ​ໃຊ້ເປັນຮົ້ວ​
ປ້ອງ​ກັນຊາ​ດຂອງ​ປະ​ເທດ​ທີ່​ເຂົາ​ເຈົ້າ​ໄດ້​ມາ​ອາ​ໄສ​ຢູ່ ຊຶ່ງ​ທາງ​ເຮົາ​ກໍ​ຈະ​ນໍາ​ການ​ສໍາ​ພາດ​ກັບ
ພວກ​ກ່ຽວມາ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ​ໃນ​ອານາ​ຄົດ​ຕໍ່​ໄປ.

ຂໍເຊີນ click ຮູບໂທລະໂຄ່ງດ້ານຂວາມື ເພື່ອຮັບຟັງການສໍາພາດໄດ້.

XS
SM
MD
LG