ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງ ພິທັກຊາດ ຖອນອອກຈາກ ເມືອງ Ferguson ແລ້ວ (ສະໄລດ໌/ວີດີໂອ)


ພວກປະທ້ວງພາກັນເຕົ້າໂຮມ ຢູ່ຕໍ່ໜ້າກົມຕຳຫລວດ ທີ່ເມືອງ Ferguson ລັດ Missouri
ພວກປະທ້ວງພາກັນເຕົ້າໂຮມ ຢູ່ຕໍ່ໜ້າກົມຕຳຫລວດ ທີ່ເມືອງ Ferguson ລັດ Missouri

ກຳລັງພິທັກຊາດຫຼື National Guard ໄດ້​ເລີ້ມ​ຖອນ​ອອກ
​ຈາກ ເມືອງ Ferguson ຢູ່ເຂດ​ຊາ​ນ​ເມືອງຂອງນະຄອນ
St Loui ລັດ Missouri ​ໃນ​ວັນ​ສຸກ​ວານ​ນີ້ ​ຫລັງ​ຈາກປາກົດ
​ວ່າ ​ຄວາມເຄັ່ງຕຶງໄດ້ຫລຸດຜ່ອນລົງ ລຸນຫລັງ ທີ່ມີ​ການ​ຍິງ​
ໜຸ່ມນ້ອຍ​ຜິວດຳ​ທີ່ບໍ່ມີອາວຸດຕາຍ ​ໂດຍ​ເຈົ້າ​ໜ້າ​ທີ່​ຕໍາ ຫລວດ
​ທີ່​ເປັນ​ຄົນ​ຜິວ​ຂາວ.

ຫລັງ​ຈາກ​ໄດ້ເກີດ​ຄວາມ​ບໍ່​ສະຫງົບເປັນເວລາເກືອບສອງອາ
ທິດ ​ນັບເປັນ​ຄໍ່າ ຄືນທີ​ສອງ​ຕິດຕໍ່ກັນ ທີ່ບໍ່​ມີ​ການ​ປະ​ທະ​ກັນ​ທີ່
ສຳຄັນ​ເກີດ​ຂື້ນລະຫວ່າງຕຳຫລວດແລະ​ ພວກປະທ້ວງໃນ
​ຕອນ​ແລງ​ວັນ​ພະຫັດ ​ເຖິງ​ແມ່ນ​ວ່າ​ ຕຳຫລວດ​ບໍ່​ໄດ້​ລາຍ​ງານ
​ກ່ຽວກັບ​ເຈັດ​ຄົນ​ທີ່ຖືກ​ຈັບ.

ຕໍາ ຫລວດ​ທາງຫຼວງປະຈຳ​ລັດ ຮ້ອຍ​ເອກ Ron Johnson ​ເວົ້າ​ວ່າ “​ເປັນ​ຄ່ຳ ຄືນ​ທີ່​ດີ​ອີກ
ຄືນນຶ່ງ” ​ແລະ​ກ່າວ​ວ່າ ປະຊາ​ຄົມດັ່ງກ່າວພວມ “ກັບ​ຄືນ​ໄປ​ສູ່​ຄວາມ ສ​ະຫງົບ.”

ຜູ້​ປົກຄອງ​ລັດ Missouri ທ່ານ Jay Nixon ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຖອນກຳລັງ ພິທັກຊາດ
​ໃນ​ວັນ​ພະ​ຫັດ​ຜ່ານມາ​ນີ້ ​ໂດຍ​ກ່າ​ວວ່າ ສະຖານະການ​ໄດ້ “ດີ​ຂື້ນ​ຢ່າງ​ຫລວງຫລາຍໂດຍ
ມີເຫດການຕ່າງໆຫລຸດໜ້ອຍລົງ ຈາກຍຸຍົງພາຍນອກ ​ເຂົ້າແຊກ​ແຊງ​ລົບກວນຕໍ່ພວກ​
ປະ​ທ້ວງ​ແບບ​ສະຫງົບ ແລະ​ມີ​ການ​ກໍ່ຄວາມຮຸນ​ແຮງ​ຫລຸດລົງ.”

ການ​ປະ​ທ້ວງ​ແມ່ນມີຈຸດ​ສູນ​ກາງ ຢູ່ອ້ອມ​ແອ້ມ​ຖະໜົນ ​ບ່ອນ​ທີ່ທ້າວ Michael Brown
ອາຍຸ 18 ປີ​ໄດ້​ເສ​ຍຊີວິດ​ໃນ​ວັນ​ທີ 9 ​ເດືອນ​ສິງຫາ. ຕຳຫລວດ​ກ່າວ​ວ່າ ທ້າວ Brown
​ແລະ​ເຈົ້າ​ໜ້າ​ທີ່​ຕໍາ ຫລວດ Darren Wilson ​ໄດ້​ພົວພັນ​ກັບ​ການຕໍ່ສູ້ກັນ ​ແຕ່​ບັນດາ​ຜູ້​
ເຫັນ​ເຫດການສ່ວນໃຫຍ່​ ກ່າວ​ວ່າ ການ​ຍິງທ້າວ ​ Brown ບໍ່​ໄດ້ເກີດ​ຈາກ​ຍົວະໃຫ້
ຕຳຫຼວດໃຈຮ້າຍແຕ່ຢ່າງໃດ.

ຫລາຍ​ຄົນ​ໄດ້​ຕິຕຽນ​ວ່າ ການຮັບມືກັບການປະທ້ວງ​ຂອງ​ຕຳຫລວດ ​ແມ່ນໜັກມື​ເກີນ​ໄປ.

ຜູ້​ແທນ​ສະພາຕ່ຳຈາກ​ລັດ Missori ທ່ານ Lacy Clay ​ແລະທ່ານ Emanuel Cleaver
​ໄດ້​ພົບ​ປະກັນ​ໃນ​ວັນ​ພະຫັດ​ວານ​ນີ້ ກັບ ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ ທ່ານ Chuck
Hagel ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບອັນ​ທີ່​ເຂົາ​ເຈົ້າເວົ້າ ​ວ່າ​ການເຮັດໃຫ້ພວກ
ຕຳຫຼວດໃນເຂດທ້ອງຖິ່ນຕ່າງໆກາຍເປັນແບບທະຫານ.

US POLICE SHOOTING VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG