ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳປັ່ນໂຈມຕີລຳທີສາມ ຂອງກອງທັບ ສະຫະລັດ ຖືກສົ່ງໄປ ເກົາຫຼີເໜືອ


ກຳປັ່ນທີ່ຖືກແຕ່ງຕັ້ງໜ້າທີ່ ກັບກຸ່ມໂຈມຕີກຳປັ່ນບັນທຸກເຮືອບິນ ເຂົ້າຮ່ວມໃນການຝຶກຊ້ອມເດີນທາງຜ່ານຊ່ອງແຄບ ໃນມະຫາສະໝຸດ ປາຊີຟິກ. 3 ເມສາ, 2017 photo.
ກຳປັ່ນທີ່ຖືກແຕ່ງຕັ້ງໜ້າທີ່ ກັບກຸ່ມໂຈມຕີກຳປັ່ນບັນທຸກເຮືອບິນ ເຂົ້າຮ່ວມໃນການຝຶກຊ້ອມເດີນທາງຜ່ານຊ່ອງແຄບ ໃນມະຫາສະໝຸດ ປາຊີຟິກ. 3 ເມສາ, 2017 photo.

ສະຫະລັດ ກຳລັງສົ່ງກອງກຳລັງໂຈມຕີ ທີ່ເປັນກຳປັ່ນບັນທຸກເຮືອບິນລຳທີສາມ ໄປທິດ ຕາເວັນຕົກຂອງພາກພື້ນມະຫາສະໜຸດປາຊີຟິກ ໃນອັນທີ່ປາກົດວ່າເປັນການຕັກ ເຕືອນເກົາຫຼີເໜືອ ເພື່ອໃຫ້ຍັບຢັ້ງໂຄງການລູກສອນໄຟຂີປະນາວຸດ ແລະ ນິວເຄລຍ ຂອງພວກເຂົາ, ດັ່ງທີ່ແຫຼ່ງຂ່າວສອງແຫ່ງໄດ້ກ່າວຕໍ່ວີໂອເອນັ້ນ.

ແຫຼ່ງຂ່າວຕ່າງໆໄດ້ກ່າວຕໍ່ນັກຂ່າວວີໂອເອ Steve Herman ວ່າກຳປັ່ນ USS Nimitz ໜຶ່ງໃນບັນດາເຮືອຮົບທີ່ໃຫຍ່ທີ່ສຸດໃນໂລກ, ຈະເຂົ້າຮ່ວມກັບກຳປັ່ນບັນທຸກເຮືອບິນພິ
ເສດອີກສອງລຳຊື່ວ່າ USS Carl Vinson ແລະ ກຳປັ່ນ USS Ronald Reagan, ໃນ ພາກຕາເວັນຕົກຂອງມະຫາສະໝຸດປາຊີຟິກ.

ກອງທັບ ສະຫະລັດ ບໍ່ຄ່ອຍຈະໄດ້ສົ່ງກຳປັ່ນບັນທຸກເຮືອບິນສາມລຳໄປຂົງເຂດດຽວກັນ ພ້ອມກັນບາດດຽວເລື້ອຍໆ.

ແຕ່ໄພຂົ່ມຂູ່ ນິວເຄລຍ ແລະ ລູກສອນໄຟທີ່ກຳລັງເພີ່ມຂຶ້ນຂອງ ເກົາຫຼີເໜືອ ນັ້ນ ຖືວ່າ ເປັນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີ່ໄດ້ປະຕິຍານວ່າ ຈະປົກປ້ອງປະເທດ ຈາກການໂຈມຕີ ສະຫະລັດ ດ້ວຍລູກສອນໄຟນິວເຄລຍ, ເຊິ່ງ ເປັນຄວາມສາມາດອັນໜຶ່ງທີ່ບັນດາຜູ້ຊ່ຽວຊານກ່າວວ່າ ພຽງຢາງ ອາດມີຂຶ້ນໃນຍາມໃດ ຍາມໜຶ່ງ ຫຼັງຈາກປີ 2020.

ໃນເວລານັ່ງຢູ່ທາງຂ້າງກັບນາຍົກລັດຖະມົນຕີ ຍີປຸ່ນ ທ່ານ Shinzo Abe ນັ້ນ, ທ່ານ
ທຣຳ ໄດ້ກ່າວໃນວັນສຸກທີ່ຜ່ານມາ ກ່ອນກອງປະຊຸມຂອງກຸ່ມ G-7 ໄດ້ເລີ່ມຂຶ້ນໃນເມືອງ
Sicily ວ່າ ບັນດາຜູ້ນຳກຸ່ມ G-7 ຈະຕ້ອງໄດ້ “ເພັ່ງເລັງໂດຍສະເພາະໃສ່ບັນຫາ ເກົາຫຼີ
ເໜືອ.”

ຖະແຫຼງການສະບັບໜຶ່ງຂອງ ທຳນຽບຂາວ ທີ່ໄດ້ປະກາດໃນວັນສຸກທີ່ຜ່ານມາເວົ້າວ່າ ຜູ້ນຳທັງສອງທ່ານ ໄດ້ຕົກລົງວ່າຈະ “ເພີ່ມມາດຕະການລົງໂທດຕໍ່ ເກົາຫຼີເໜືອ” ໃນ ຄວາມພະຍາຍາມທີ່ຈະປ້ອງກັນການພັດທະນາລູກສອນໄຟຂີປະນາວຸດ ແລະ ໂຄງ ການນິວເຄລຍຕໍ່ໄປຂອງ ເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG