ລິ້ງ ສຳຫລັບເຂົ້າຫາ

ລາວ ມີຂົວຂ້າມແມ່ນ້ຳຂອງ ເຊື່ອມຕໍ່ກັບປະເທດເພື່ອນບ້ານ ຈຳນວນ 10 ແຫ່ງແລ້ວ


ຂົວແຫ່ງທີ 4 ທີ່ຄຳມ່ວນກັບນະຄອນພະນົມ ຫ້ວຍຊາຍ ໃນ
ແຂວງບໍ່ແກ້ວ ກັບຊຽງຂອງ ໃນຈັງຫວັດຊຽງຣາຍ

ຂົວແຫ່ງທີ 4 ທີ່ຄຳມ່ວນກັບນະຄອນພະນົມ ຫ້ວຍຊາຍ ໃນ ແຂວງບໍ່ແກ້ວ ກັບຊຽງຂອງ ໃນຈັງຫວັດຊຽງຣາຍ

ສປປ ລາວ ມີສະພານຂ້າມແມ່ນ້ຳຂອງແລ້ວ 10 ແຫ່ງ ໂດຍໃນນີ້
ແບ່ງເປັນ 5 ແຫ່ງທີ່ຢູ່ພາຍໃນລາວ ແລະ 5 ແຫ່ງເປັນສະພານ
ທີ່ເຊື່ອມຕໍ່ກັບປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງດ້ວຍກັນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ ໃນປັດຈຸບັນ ສປປ ລາວ ມີສະພານຂ້າມ
ແມ່ນ້ຳຂອງ ທີ່ກໍ່ສ້າງແລ້ວສຳເລັດ ແລະ ໄດ້ນຳໃຊ້ປະໂຫຍດ ເພື່ອການຄົມມະນາຄົມ-
ຂົນສົ່ງແລ້ວ 10 ແຫ່ງ ໃນທົ່ວປະເທດ ໂດຍໃນນີ້ແບ່ງເປັນ 5 ແຫ່ງທີ່ນຳໃຊ້ ໃນການເຊື່ອມ
ຕໍ່ການຄົມມະນາຄົມ-ຂົນສົ່ງພາຍໃນລາວ ແລະ 5 ແຫ່ງທີ່ເຊື່ອມໂຍງການຄົມມະນາຄົມ-
ຂົນສົ່ງລະຫວ່າງລາວ ກັບປະເທດເພື່ອນບ້ານ.

ໂດຍສຳລັບສະພານ 5 ແຫ່ງພາຍໃນປະເທດນັ້ນ ກໍປະກອບດ້ວຍສະພານທີ່ເຊື່ອມຕໍ່ ເມືອງ
ປາກເຊ ກັບເມືອງໂພນທອງ ໃນແຂວງຈຳປາສັກ ສະພານຂ້າມດອນໂຂງຢູ່ເຂດເມືອງໂຂງ
ແຂວງຈຳປາສັກ ສະພານ ທີ່ເຊື່ອມຕໍ່ເມືອງເງິນ ແຂວງຫລວງພະບາງ ກັບເມືອງປາແບ່ງ
ແຂວງອຸດົມໄຊ ສະພານປາກຄອນ ທີ່ເຂດເມືອງນານ ແຂວງຫລວງພະບາງ ທີ່ເຊື່ອມຕໍ່ກັບ
ທ່າເດື່ອ ໃນແຂວງໄຊຍະບູລີ ແລະ ສະພານທີ່ເຊື່ອມຕໍ່ ເມືອງຊະນະຄາມ ໃນແຂວງວຽງຈັນ
ກັບເມືອງປາກລາຍ ໃນແຂວງໄຊຍະບູລີ ຕາມລຳດັບ.

ຂົວຂ້າມແມ່ນ້ຳຂອງ ອີກ 1 ແຫ່ງໜຶ່ງ ເປັນສະພານທີ່ເຊື່ອມຕໍ່ ກັບສະຫະພາບມຽນມາ ທີ່ ເມືອງຊຽງກົກ ແຂວງຫລວງນ້ຳທາ ກັບເມືອງທ່າຂີ້ເຫລັກ ໃນເຂດລັດສານ.

ຂົວຂ້າມແມ່ນ້ຳຂອງ ອີກ 1 ແຫ່ງໜຶ່ງ ເປັນສະພານທີ່ເຊື່ອມຕໍ່ ກັບສະຫະພາບມຽນມາ ທີ່ ເມືອງຊຽງກົກ ແຂວງຫລວງນ້ຳທາ ກັບເມືອງທ່າຂີ້ເຫລັກ ໃນເຂດລັດສານ.

ສ່ວນອີກ 5 ແຫ່ງທີ່ເຊື່ອມຕໍ່ການຄົມນາຄົມ-ຂົນສົ່ງກັບປະເທດ
ເພື່ອນບ້ານນັ້ນ ປະກອບດ້ວຍ 4 ແຫ່ງທີ່ເຊື່ອມຕໍ່ກັບປະເທດໄທ
ກໍຄືສະພານມິດຕະພາບ ລາວ-ໄທ ທີ່ເຊື່ອມຕໍ່ລະຫວ່າງນະຄອນ
ວຽງຈັນກັບຈັງຫວັດໜອງຄາຍ ແຂວງສະຫວັນນະເຂດ ກັບຈັງ
ຫວັດມຸກດາຫານ ຄຳມ່ວນກັບນະຄອນພະນົມ ຫ້ວຍຊາຍ ໃນ
ແຂວງບໍ່ແກ້ວ ກັບຊຽງຂອງ ໃນຈັງຫວັດຊຽງຣາຍ ແລະ ອີກ 1
ແຫ່ງນັ້ນ ເປັນສະພານທີ່ເຊື່ອມຕໍ່ ກັບສະຫະພາບມຽນມາ ທີ່
ເມືອງຊຽງກົກ ແຂວງຫລວງນ້ຳທາ ກັບເມືອງທ່າຂີ້ເຫລັກ ໃນ
ເຂດລັດສານ.

ທາງດ້ານ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ
ຖະແຫລງຢືນຢັນວ່າ ສະພານຂ້າມແມ່ນ້ຳຂອງ ໄດ້ປະກອບສ່ວນຢ່າງສຳຄັນ ໃນການຂະ
ຫຍາຍລະບົບໂຄງຂ່າຍ ການຄົມມະນາຄົມ-ຂົນສົ່ງທາງບົກໃນລາວ ຊຶ່ງໃນປັດຈຸບັນ ທົ່ວ
ປະເທດມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກ ຄິດເປັນລະຍະທາງລວມ 51,900 ກວ່າ
ກິໂລແມັດ ໂດຍເພີ້ມຂຶ້ນເຖິງ 10,836 ກິໂລແມັດ ເມື່ອທຽບໃສ່ປີ 2010 ຊຶ່ງກໍເຮັດໃຫ້ເສັ້ນ
ທາງຄົມມະນາຄົມ-ຂົນສົ່ງທາງບົກດັ່ງກ່າວນີ້ ສາມາດເຊື່ອມໂຍງໄປເຖິງ 148 ເມືອງໃນ 17
ແຂວງ ແລະ ເຂດນະຄອນວຽງຈັນໄດ້ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ໃນລະຍະທາງລວມ ຂອງເສັ້ນທາງຄົມມະນາຄົມ-ຂົນສົ່ງ
ດັ່ງກ່າວນີ້ ເປັນເສັ້ນທາງທີ່ປູດ້ວຍຫິນແຮ່ 19,361 ກິໂລແມັດ ແລະ ປູດິນທຳມະຊາດເຖິງ
22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ ໃນເຂດຊົນນະບົດຍັງບໍ່ສາມາດ
ເຊື່ອມຕໍ່ກັບເຂດເມືອງໄດ້ຕະຫຼອດປີ ເພາະວ່າ ເສັ້ນທາງຄົມມະນາຄົມ-ຂົນສົ່ງທີ່ປູດ້ວຍ
ຫິນແຮ່ ແລະ ດິນທຳມະຊາດດັ່ງກ່າວນັ້ນ ໃຊ້ການບໍ່ໄດ້ເລີຍ ໃນຊ່ວງລະດູຝົນນັ້ນເອງ.

ຍິ່ງໄປກວ່ານັ້ນ ການພັດທະນາ ໃນລະຍະທີ່ຜ່ານມາກໍຍັງເຮັດໃຫ້ເກີດບັນຫາ ກ່ຽວກັບ
ການແຕກໂຕນກັນ ໃນລະດັບຂອງການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ
ກັບເຂດຊົນນະບົດເພີ້ມຂຶ້ນນັບມື້ອີກດ້ວຍ ກໍຄືຂະນະທີ່ເຂດເມືອງມີສິ່ງອຳນວຍ ຄວາມສະ
ດວກຕ່າງໆຫຼາຍຂຶ້ນນັ້ນ ເຂດຊົນນະບົດກັບຍັງຂາດແຄນໃນທຸກດ້ານ ດັ່ງທີ່ເຈົ້າໜ້າທີ່ ຂັ້ນ
ສູງໃນແຂວງຫົວພັນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກະງົບປະມານມີຈຳກັດ ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການ ແລະ
ກະບໍ່ມີຍານພາຫະນະ ທີ່ຈະລົງໄປ ແລະ ກະເສັ້ນທາງການໄປມານີ້ ກະທຸລະກັນ
ດານເນາະ ຕ້ອງໄດ້ອາໄສຍ່າງນີ້ແລ້ວ ຫຼາຍກວ່າ ເພາະວ່າ ເສັ້ນທາງລົດເຂົ້າໄປ
ບາງບ້ານກະບໍ່ມີເນາະ ແຕ່ວ່າໄປໄດ້ນີ້ ກະບ່ອນໃດມີເສັ້ນທາງລົດກະໄປໄດ້ ພຽງ
ລະດູແລ້ງ ລະດູຝົນນີ້ ກະໄປບໍ່ໄດ້.”

ທາງດ້ານກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ໃນແຜນການປະຈຳປີ 2014-
2015 ທີ່ຜ່ານມາ ລັດຖະບານລາວໄດ້ພັດທະນາພື້ນຖານໂຄງລ່າງເຖິງ 247 ໂຄງການໃນ
ທົ່ວປະເທດ ໂດຍໃຊ້ເງິນທຶນໄປເກີນກວ່າ 1,778 ລ້ານໂດລາ ທີ່ຕ້ອງເພິ່ງພາການຊ່ວຍເຫຼືອ
ຈາກຕ່າງປະເທດເປັນດ້ານຫຼັກ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG