ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາງການລາວ ຈະຍົກເລີກ ສຳປະທານ ການຂຸດຄົ້ນ ແຮ່ທາດ ຢ່າງນ້ອຍ 10 ໂຄງການ


ໂຄງການຂຸດຄົ້ນແຮ່ຄຳ ແລະ ເງິນ ແຫ່ງນຶ່ງໃນລາວ.
ໂຄງການຂຸດຄົ້ນແຮ່ຄຳ ແລະ ເງິນ ແຫ່ງນຶ່ງໃນລາວ.

ທາງການລາວຈະຍົກເລີກສຳປະທານການຂຸດຄົ້ນແຮ່ທາດ 10
ໂຄງການເປັນຢ່າງນ້ອຍ ເນື່ອງຈາກບໍ່ມີຄວາມຄືບໜ້າ ແລະຍັງ
ບໍ່ມີການລົງທຶນ ເພື່ອການຂຸດຄົ້ນ ຕາມສັນຍາຢ່າງແທ້ຈິງ.

ທ່ານໜູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວກຳລັງພິຈາລະນາຈະຍົກເລີກສຳປະທານການ
ຂຸດຄົ້ນແຮ່ທາດ 10 ໂຄງການ ເປັນຢ່າງນ້ອຍ ໃນມໍ່ໆນີ້ ເນື່ອງ
ຈາກເປັນໂຄງການທີ່ບໍ່ມີຄວາມຄືບໜ້າ ແລະຍັງບໍ່ມີການລົງທຶນ
ເພື່ອການສຳຫລວດ ແລະຂຸດຄົ້ນຕາມສັນຍາຢ່າງແທ້ຈິງ.

ແຜນທີ່ ລາຍລະອຽດ ເນື້ອທີ່ ແຮ່ທາດຕ່າງໆ ຢູ່ໃນລາວ.
ແຜນທີ່ ລາຍລະອຽດ ເນື້ອທີ່ ແຮ່ທາດຕ່າງໆ ຢູ່ໃນລາວ.

ໂດຍການກວດພົບບັນດາ ໂຄງການດັ່ງກ່າວເປັນການ
ປະຕິບັດ ຕາມຄຳສັ່ງເລກທີ 13 ຂອງນາຍົກລັດຖະມົນຕີ
ລາວ ລົງວັນທີ 11 ມິຖຸນາ 2012 ວ່າດ້ວຍການໂຈະການ
ພິຈາລະນາ ແລະການອະນຸຍາດ ໂຄງການລົງທຶນໃໝ່
ສຳຫລັບການສຳຫລວດ ແລະຊອກຄົ້ນແຮ່ທາດ ການປູກ
ຍາງພາລາແລະໄມ້ວິກ ໃນທົ່ວປະເທດ ໂດຍສະເພາະໃນ
ສ່ວນຂອງການສຳຫລວດ ແລະຂຸດຄົ້ນແຮ່ທາດນັ້ນ ຍັງໄດ້
ກວມເອົາທັງ ໂຄງການສຳປະທານ ເປັນໂລຫະ ແລະ
ອະໂລຫະອີກດ້ວຍ.

ທ່ານໜູລິນ ຢືນຢັນວ່າພາຍໃຕ້ຄຳສັ່ງເລກທີ 13 ຂອງນາຍົກ
ລັດຖະມົນຕີລາວ ໄດ້ມອບໝາຍ ໃຫ້ເປັນຄວາມຮັບຜິດຊອບ
ຮ່ວມກັນ ລະຫວ່າງກະຊວງຊັບພະຍາກອນ ທຳມະຊາດ ແລະ
ສິ່ງແວດລ້ອມ ກະຊວງພະລັງງານແລະບໍ່ແຮ່ ກະຊວງກະສິກຳ
ປ່າໄມ້ ໂດຍມີ ກະຊວງແຜນການ ແລະການລົງທຶນ ເປັນຫົວໜ້າ
ໃນການກວດກາບັນດາໂຄງການ ສຳປະທານຕ່າງໆ ໃນທົ່ວ
ປະເທດ ນັບແຕ່ທ້າຍປີ 2012 ເປັນຕົ້ນມາເພື່ອໃຫ້ແລ້ວເສັດ
ພາຍໃນທ້າຍປີ 2015 ຈຶ່ງເຊື່ອວ່າຍັງມີອີກຫຼາຍໂຄງການ ທີ່ບໍ່ໄດ້ປະຕິບັດ ຕາມສັນຍາ
ການລົງທຶນ ທີ່ຈະ ຕ້ອງຖືກຍົກເລີກສຳປະທານ ໃນລະຍະຕໍ່ໄປ.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານແລະບໍ່ແຮ່
ຖະແຫລງ ຢືນຢັນວ່າ ລັດຖະບານລາວ ໄດ້ມອບໝາຍ ໃຫ້ກະຊວງພະລັງງານ ແລະບໍ່ແຮ່
ເປັນພາກສ່ວນ ທີ່ຮັບຜິດຊອບ ໃນການດຳເນີນມາດຕະການກວດກາ ບັນດາໂຄງການ
ສຳປະທານການຂຸດຄົ້ນແຮ່ທາດ ຈຳນວນ 67 ແຫ່ງດ້ວຍກັນ ເນື່ອງຈາກເຫັນວ່າ ເປັນ ໂຄງການ ທີ່ບໍ່ມີຄວາມຄືບໜ້າເກີດຂຶ້ນ ຫຼື ບໍ່ເປັນໄປຕາມສັນຍາສຳປະທານ ທີ່ໄດ້ຕົກລົງ
ໄວ້ກັບທາງການ ລັດຖະບານລາວ.

ໂດຍສຳຫລັບວິທີການກວດກາ ໃນລະຍະທີ່ຜ່ານມານີ້ ທາງການກະຊວງພະລັງງານ
ແລະບໍ່ແຮ່ ກໍໄດ້ສົ່ງພະນັກງານ ໄປເກັບກຳຂໍ້ມູນທັງໃນເຂດ ທີ່ຕັ້ງສຳປະທານ ຂອງແຕ່
ລະໂຄງການ ແລະການກວດກາ ໃນດ້ານເອກະສານ ສຳຄັນທີ່ສະແດງເຖິງ ການດຳເນີນ
ງານ ໃນດ້ານຕ່າງໆ ຂອງຜູ້ລົງທຶນ ໃນສຳປະທານ ການຂຸດຄົ້ນແຮ່ທາດດັ່ງກ່າວ ໂດຍ
ຖ້າຫາກກວດພົບວ່າ ໂຄງການໃດ ທີ່ບໍ່ມີຄວາມຄືບໜ້າຫຼືບໍ່ເປັນໄປຕາມ ສັນຍາ ທີ່ຕົກລົງ
ໄວ້ກັບທາງການລາວ ກໍຈະແຈ້ງການເຕືອນໄປເຖິງ ຜູ້ລົງທຶນ ເພື່ອໃຫ້ລົງມືປະຕິບັດ ໃຫ້ໄດ້
ຕາມສັນຍາພາຍໃນລະຍະເວລາ ທີ່ກຳໜົດ ແລະຖ້າຫາກວ່າຍັງບໍ່ດີຂຶ້ນ ກໍ​ຈະ​ເປັນ​ມາດ​ຕະ
ການ​ຂັ້ນສຸດ​ທ້າຍ ກໍ​ຄື​ການ​ຍົກ​ເລີກ​ສຳ​ປະທານ​ຕໍ່​ໄປ ດັ່ງ​ທີ່​ທ່ານ ສຸ​ລິ​ວົງ ຊີ້​ແຈງ​ວ່າ:

“ພວກ​ຂ້າພະ​ເຈົ້າ ​ໄດ້​ເຊີນ​ຂະ​ເຈົ້າ ທັງ​ເຊີນມາ ທັງ​ເຮັດ​ບົດ​ບັນທຶກ ​ແນ່ນອນ​ກະ​
ສຶກສາ​ອົບຮົມ ປຸກລະດົມ​ຈິດ​ໃຈ​ຂອງຂະ​ເຈົ້າ ​ແລະຂ້າພະ​ເຈົ້າກະຂໍຢືນຢັນ​ວ່າ
ການ​ເຮັດ​ອັນ​ນີ້ ບໍ່​ໄດ້​ເຮັດ​ຕາມ​ອາລົມ​ຈິດ ​ແລະ​ບໍ່​ໄດ້​ເຮັດ​ຕາມ​ມາດ​ຕະການ
ບໍລິຫານ ຫຼືວ່າ​ຢາກ​ໃຊ້​ມາດ​ຕະການ​ບໍລິຫານ​ໃສ່​ຂະ​ເຈົ້າສື່ໆ ບໍ່​ແມ່ນ​ແນວ​ນັ້ນ
​ແຕ່​ແມ່ນ​ເວົ້າຢ່າງ​ຈະ​ແຈ້ງ ຕາມ​ມາດ​ຕະການ​ທີ່​ມີ​ຂໍ້​ຜູກ​ພັນ​ສັນຍາ​ນຳ​ກັນ.”

ທາງ​ດ້ານ​ກະຊວງ​ແຜນການ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ​ທາງ​ການ​ລາວ​ທັງ​ໃນ​ລະດັບ
​ສູນ​ກາງ ​ແລະ​ຂັ້ນທ້ອງ​ຖິ່ນ ​ໄດ້​ອະນຸ​ຍາດ​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ໃຫ້​ແກ່​ບໍລິສັດ
​ເອກ​ະຊົນ​ລາວ ​ແລະຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ​ໂດ​ຍຄິດ​ເປັນ​ພື້ນ​ທີ່​ ຂຸດ​ຄົ້ນລວມ
ກວ້າງ​ກວ່າ 36,300 ກິ​ໂລ​ແມັດ​ມົນທົນ ​ໃນ​ທົ່ວ​ປະ​ເທດ ​ແລະມີ​ມູນ​ຄ່າ​ການ​ລົງທຶນ​ລວມກັນ​
ເຖິງ 5,900 ລ້ານ​ດອນ​ລາ.

XS
SM
MD
LG