ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວ 3 ກຸ່ມ ມີ ຄວາມສ່ຽງສູງ ຕໍ່ ການຕິດເຊື້ອ ໂຣກເອດສ໌


ການສະແດງລະຄອນ ເພື່ອປຸກລະດົມຄວາມຕື່ນຕົວ ໃນການປ້ອງກັນໂຣກເອດສ໌ ທີ່ລາວ ໃນວັນໂຣກເອດສ໌ ສາກົນ, ວັນທີ 1 ທັນວາ
ການສະແດງລະຄອນ ເພື່ອປຸກລະດົມຄວາມຕື່ນຕົວ ໃນການປ້ອງກັນໂຣກເອດສ໌ ທີ່ລາວ ໃນວັນໂຣກເອດສ໌ ສາກົນ, ວັນທີ 1 ທັນວາ
ປະຊາຊົນລາວໃນ 3 ກຸ່ມມີ ຄວາມສ່ຽງສູງ ທີ່ຈະຕິດເຊື້ອ HIV-
AIDS ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ຖ້າຫາກວ່າ ທາງການລາວ ບໍ່ສາມາດທີ່ຈະດໍາເນີນມາດຕະການ ປ້ອງ ກັນໄດ້ ຢ່າງມີປະ
ສິດທິພາບ.

ສູນຕ້ານໂຣກ HIV-AIDS ແລະພະຍາດຕິດຕໍ່ໃນລາວ ລາຍ
ງານວ່າ ໃນປັດຈຸບັນມີປະຊາຊົນລາວໃນ 3 ກຸ່ມດ້ວຍກັນ ທີ່ຖື
ວ່າເປັນກຸ່ມປະຊາກອນ ທີ່ມີຄວາມສ່ຽງສູງສຸດ ທີ່ຈະຕິດເຊື້ອ
ໂຣກ HIV-AIDS ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍກຸ່ມ
ແມ່ຍິງລາວທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ
ແລະກຸ່ມທີ່ຊົມໃຊ້ຢາເສບຕິດ ດ້ວຍການສີດເຂົ້າເສັ້ນເລືອດ.

ທັງນີ້ ໂດຍຈາກການເກັບກໍາຂໍ້ມູນພາກສະໜາມໃນຂັ້ນເບື້ອງຕົ້ນ ເມື່ອບໍ່ດົນມານີ້ ກໍເຮັດ
ໃຫ້ທາງການລາວໄດ້ປະເມີນສະພາບການວ່າ ມີແມ່ຍິງລາວຫຼາຍກວ່າ 11,000 ຄົນ ທີ່
ຂາຍບໍລິການທາງເພດເປັນອາຊີບ ໃນຂະນະດຽວກັນກໍມີຜູ້ຊາຍຫຼາຍກວ່າ 50,000 ຄົນ
ທີ່ຮັກຮ່ວມເພດດຽວກັນ ແລະອີກຫຼາຍກວ່າ 50,00 ທີ່ຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດເປັນ
ປະຈໍາ ໂດຍສະເພາະແມ່ນກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດນັ້ນ
ກໍນັບເປັນກຸ່ມປະຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ສູນຕ້ານໂຣກ HIV-AIDS ແລະພະຍາດ
ຕິດຕໍ່ໃນສັງກັດກະຊວງສາທາລະນະສຸກຂອງລາວ ໄດ້ໃຫ້ຄວາມສໍາຄັນເປັນພິເສດທີ່
ຈະດໍາເນີນໃນທຸກມາດຕະການເພື່ອລົດຈໍານວນຜູ້ທີ່ຕິດເຊື້ອ HIV-AIDS ໃນທັງ 3 ກຸ່ມ
ດັ່ງກ່າວໃຫ້ມີປະສິດທິພາບສູງຂຶ້ນ ນັບຈາກປັດຈຸບັນໄປຈົນເຖິງປີ 2015 ດັ່ງທີ່ເຈົ້າໜ້າ
ທີ່ຂັ້ນສູງໃນສູນຕ້ານໂຣກ HIV-AIDS ແລະພະຍາດຕິດຕໍ່ໃນລາວໄດ້ໃຫ້ການຢືນຢັນວ່າ:

ປ້າຍໂຄສະນາຕ້ານໂຣກເອດສ໌
ປ້າຍໂຄສະນາຕ້ານໂຣກເອດສ໌

ພາຍໃນປີ 2015 ນີ້ ລັດຖະບານແຫ່ງສາທາລະ
ນະລັດປະຊາທິປະໄຕປະຊາຊົນລາວ ຈະໄດ້ສຸມ
ໃສ່ການປ້ອງກັນການຕິດເຊື້ອ ໃນກຸ່ມຜູ້ທີມີການ
ສ່ຽງສູງສຸດ ໂດຍສະເພາະແລ້ວໃນກຸ່ມສາວບໍລິ
ການ ກຸ່ມຊາຍທີ່ມີເພດສໍາພັນກັບຊາຍ ແລະກຸ່ມ
ຜູ້ໃຊ້ຢາເສບຕິດທາງເສັ້ນເລືອດ.”


ກ່ອນໜ້ານີ້ ກະຊວງສາທາລະນະສຸກຂອງລາວໄດ້ລາຍ
ງານຜົນການສຸ່ມກວດເລືອດ ປະຊາຊົນລາວທີ່ສະໝັກໃຈ
ຈົນເຖິງກາງປີ 2012 ວ່າມີປະຊາຊົນລາວຕິດເຊື້ອ HIV ຈໍານວນທັງໝົດ 5,260 ຄົນ
ຊຶ່ງໃນນີ້ກໍມີຢູ່ເຖິງ 3,282 ຄົນທີ່ເປັນ ໂຣກ AIDS ຊຶ່ງໃນນີ້ກໍໄດ້ເສຍຊີວິດຍ້ອນໂຣກ
AIDS ໄປແລ້ວ 1,334 ຄົນ ທັງຍັງຖືເປັນອັດຕາການຕິດເຊື້ອແລະເສຍຊີວິດ ທີ່ເພີ່ມ
ຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.

ດຣ. ພອນເທບ ພົນເສນາ
ດຣ. ພອນເທບ ພົນເສນາ

ຊຶ່ງຕໍ່ກໍລະນີດຽວກັນນີ້ ທ່ານສາສະດາຈານ ດຣ. ພອນເທບ
ພົນເສນາ ສະມາຊິກສະພາແຫ່ງຊາດລາວ ກໍໄດ້ໃຫ້ການອະ
ທິບາຍວ່າ ເຖິງແມ່ນວ່າອັດຕາການຕິດເຊື້ອ HIV-AIDS ໃນ
ລາວ ຈະຍັງຄົງຢູ່ໃນລະດັບທີ່ຕໍ່າເມື່ອທຽບກັບປະເທດອື່ນໆ
ໃນອາຊ່ຽນດ້ວຍການໂດຍຈາກການສຸ່ມກວດເລືອດປະຊາ
ຊົນລາວທີ່ສະໝັກໃຈ ຫຼາຍກວ່າ 3 ແສນຄົນໃນ 17 ແຂວງ
ທົ່ວປະເທດລາວນັບແຕ່ປີ 1990 ເປັນ ຕົ້ນມາ ຈະພົບວ່າມີ
ຄົນລາວຕິດເຊື້ອໂຣກດັ່ງກ່າວນີ້ ຄິດເປັນອັດຕາສະເລ່ຍພຽງ
ແຕ່ 1.6% ຂອງຄົນລາວ ທີ່ກວດເລືອດທັງໝົດດັ່ງກ່າວ ເທົ່າ
ນັ້ນກໍຕາມ.

ຫາກແຕ່ວ່າ ສະຖານະການກໍໜ້າເປັນຫ່ວງຫຼາຍຂຶ້ນໄປອີກ ຍ້ອນວ່າລະບົບໃຫ້ບໍລິການ
ດ້ານການປິ່ນປົວ ແລະການຮັກສາສຸຂະພາບຂອງລັດຖະບານນັ້ນ ກໍຍັງຄົງບໍ່ສາມາດທີ່
ຈະໃຫ້ການເບິ່ງແຍງບັນດາຄົນລາວ ທີ່ຕິດເຊື້ອໂຣກດັ່ງກ່າວນີ້ໄດ້ຢ່າງທົ່ວເຖິງ ແລະເມື່ອ
ປະກອບກັບການທີ່ລາວເປັນປະເທດ ທີ່ມີຈຸດທີ່ຕັ້ງຢູ່ເຂດສູນກາງທີ່ສາມາດຈະເຊື່ອມຕໍ່
ຄົມມະນາຄົມ ແລະຂົນສົ່ງກັບທຸກປະເທດທີ່ຢູ່ໃນລຸ່ມແມ່ນໍ້າຂອງດ້ວຍກັນໄດ້ໃນທຸກທິດ
ທຸກທາງດ້ວຍແລ້ວ ກໍຍັງນັບເປັນເງື່ອນໄຂທີ່ສໍາຄັນທີ່ຈະເຮັດໃຫ້ປະຊາຊົນລາວມີຄວາມ
ສ່ຽງຢ່າງສູງທີ່ຈະຕິດເຊື້ອໂຣກດັ່ງກ່າວນີ້ຫຼາຍ ຂຶ້ນນັບມື້ອີກດ້ວຍ.

ອິງຕາມລາຍງານຂອງກະຊວງສາທາລະນະສຸກລາວ ກໍໄດ້ລະບຸວ່າສາເຫດສໍາຄັນທີ່ເຮັດ
ໃຫ້ຄົນລາວຕິດເຊື້ອ HIV-AIDS ຫຼາຍທີ່ສຸດນັ້ນ ກໍຄືການມີເພດສໍາພັນໂດຍບໍ່ມີການປ້ອງ
ກັນດ້ວຍການສວມໃສ່ຖົງຢາງອະນາໄມ ໂດຍສະເພາະ ແມ່ນການຕິດເຊື້ອໃນກຸ່ມຜູ້ຍິງ
ທີ່ຂາຍບໍລິການທາງເພດ ແລະກຸ່ມຮັກຮ່ວມເພດດຽວກັນນັ້ນ ກໍຍັງນັບເປັນພາຫານະທີ່ ເຮັດໃຫ້ມີການແຜ່ລະບາດຂອງເຊື້ອໂຣກຢ່າງໄວວາ ອີກດ້ວຍ.

ຍິ່ງໄປກວ່ານັ້ນ ກຸ່ມແຮງງານລາວທີ່ໄດ້ພາກັນລັກລອບໄປທໍາງານໂດຍຜິດກົດໝາຍຢູ່ໃນ
ປະເທດເພື່ອນບ້ານ ກໍນັບເປັນອີກກຸ່ມນຶ່ງທີ່ມີຄວາມສ່ຽງຢ່າງສູງ ທັງໃນຖານະທີ່ເປັນຜູ້ຮັບ
ເຊື້ອແລະຜູ້ນໍາເອົາເຊື້ອໂຣກ ໄປຕິດຕໍ່ເຖິງຄົນຮັກ.
XS
SM
MD
LG