ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກໍ່ສ້າງເຂື່ອນ 20 ໂຄງການ ໃນລາວ ຈະແລ້ວສຳເລັດ ໃນປີ 2015-2016


ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ 2 ຢູ່ເຂດນະຄອນ ວຽງຈັນ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ 2 ຢູ່ເຂດນະຄອນ ວຽງຈັນ.
ທາງການລາວຄາດວ່າການກໍ່ສ້າງເຂື່ອນ 20 ໂຄງການຈະແລ້ວ
ສຳເລັດໃນປີ 2015-2016 ໂດຍຈະເຮັດໃຫ້ລາວມີພະລັງງານ
ໄຟຟ້າ ເພີ້ມຂຶ້ນ ຈາກ 3,000 ກວ່າ​ເມກາວັດ ເປັນຫລາຍກວ່າ
7,000 ເມກາວັດ.


ກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າບັນດາໂຄງການ
ເຂື່ອນ ແລະໂຮງງານ ຜະລິດກະແສໄຟຟ້າ ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນປັດຈຸບັນນີ້
ມີຢູ່ 20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການກໍ່ສ້າງເຂື່ອນ19 ໂຄງການ ແລະໂຮງ ງານຜະລິດກະແສໄຟຟ້າຈາກຖ່ານລິກໄນຕ໌ 1 ໂຄງການ ຊຶ່ງຄາດວ່າຈະກໍ່ສ້າງແລ້ວສຳ
ເລັດ ໃນສົກປີ 2015-2016 ແລະກໍຈະເຮັດໃຫ້ຄວາມອາດສາມາດ ໃນການຜະລິດກະ ແສໄຟຟ້າຂອງລາວເພີ້ມຂຶ້ນຈາກ 3,000 ກວ່າ ເມ​ກາ​ວັດ ໃນປັດຈຸບັນເປັນຫລາຍກວ່າ
7,000 ​ເມ​ກາ​ວັດ.

ໂດຍໂຄງການທີ່ຄາດໝາຍວ່າຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2014-201 ກໍປະກອບ
ດ້ວຍເຂື່ອນຫ້ວຍລຳພັນ ຂະໜາດ 88 ​ເມ​ກາ​ວັດ ໃນແຂວງຫຼວງນ້ຳທາ ເຂື່ອນນ້ຳຄານ 2 ຂະໜາດ 130 ​ເມ​ກາ​ວັດ ໃນແຂວງຫຼວງພະບາງ ເຂື່ອນເຊນ້ຳນ້ອຍ 1 ຂະໜາດ 15 ​ເມ​ກາ​
ວັດ ເຂື່ອນນ້ຳງ້ຽບ 3A ຂະໜາດ 44 ​ເມ​ກາ​ວັດ ເຂື່ອນນ້ຳກົງ 2 ແລະໂຮງຜະລິດກະແສໄຟ
ຟ້າຫົງສາລິກໄນຕ໌ຂະໜາດ 1,800 ​ເມ​ກາ​ວັດ ໃນແຂວງໄຊຍະບູລີ.

ສ່ວນທີ່ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2016 ນັ້ນ ກໍປະກອບດ້ວຍເຂື່ອນນ້ຳອູ 5 ຂະໜາດ
240 ​ເມ​ກາ​ວັດ ເຂື່ອນນ້ຳອູ 6 ຂະໜາດ 180 ​ເມ​ກາ​ວັດ ໃນແຂວງຫຼວງພະບາງ ແລະເຂື່ອນ ນ້ຳງ້ຽບ 1 ຂະໜາດ 180 ​ເມ​ກາ​ວັດ ໃນແຂວງວຽງຈັນ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊນ້ຳນ້ອຍ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊນ້ຳນ້ອຍ.

ນອກຈາກນັ້ນ ກໍມີເຂື່ອນເຊຂະໝານ 1 ຂະໜາດ 322 ​ເມ​ກາ​ວັດ
ເຂື່ອນນ້ຳອູ 2 ຂະໜາດ 120 ​ເມ​ກາ​ວັດ ເຂື່ອນນ້ຳຄານ 3 ຂະນາດ
60 ເມ​ກາ​ວັດ ຢູ່ໃນແຂວງຫຼວງພະບາງ ກໍຈະກໍ່ສ້າງແລ້ວສຳເລັດ
ໃນປີ 2016-2017 ແລະໂຄງການເຂື່ອນໄຊຍະບູລີເທິງແນວແມ່ ນ້ຳຂອງໃນເຂດແຂວງໄຊຍະບູລີ ຊຶ່ງຈະສາມາດຜະລິດພະລັງງານ
ໄຟຟ້າໄດ້ເຖິງ 1,280 ​ເມ​ກາ​ວັດ ນັ້ນກໍມີກຳນົດການກໍ່ສ້າງໃຫ້ແລ້ວ
ສຳເລັດໃນປີ 2019.

ທາງດ້ານ ທ່ານສຸລິວົງ ດາຣາວົງ ລັດຖະມົນຕີວ່າການກະຊວງ
ພະລັງງານແລະບໍ່ແຮ່ ກໍຖະແຫຼງຢືນຢັນວ່າ ການພັດທະນາດ້ານພະລັງງານໃນລາວທີ່
ສ່ວນໃຫຍ່ເປັນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນັ້ນ ຖືເປັນພະລັງງານທາງເລືອກ ແລະ
ພະລັງງານທົດແທນທີ່ສະອາດແລະເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ ທັງກໍຍັງຈະສົ່ງ
ຜົນກະທົບຕໍ່ສັງຄົມໃນລະດັບທີ່ຕ່ຳຫຼາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ກໍຍັງຈະສົ່ງຜົນດີຕໍ່ການພັດທະນາທາງ
ເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນ
ເທື່ອລະກ້າວ ເນື່ອງຈາກລາວສາມາດທີ່ຈະສ້າງລາຍຮັບ ຈາກການຂາຍກະແສໄຟຟ້າ
ແລະໃນຂະນະດຽວກັນການຕອບສະໜອງກະແສໄຟຟ້າໄປໃຫ້ປະຊາຊົນລາວໄດ້ຊົມໃຊ້
ຢ່າງກວ້າງຂວາງຫຼາຍຂຶ້ນ ນັບມື້ນັ້ນກໍຍັງໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະ
ນາພາກການຜະລິດຕ່າງໆ ໄດ້ເປັນຢ່າງດີ ດັ່ງທີ່ ທ່ານສຸລິວົງໄດ້ໃຫ້ການຢືນຢັນວ່າ:

“ການພັດທະນາໄຟຟ້າຢູ່ ສປປ. ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກຊຶ່ງຈັດເປັນ
ພະລັງງານໃນກຸ່ມແຫຼ່ງພະລັງງານທີ່ສະອາດ ເປັນພະລັງງານທີ່ທົດແທນໄດ້ ແລະ
ມີຜົນກະທົບນ້ອຍຕໍ່ ສິ່ງແວດລ້ອມທຳມະຊາດ ແລະສັງຄົມ ພ້ອມກັນນັ້ນຍັງໄດ້
ປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາຊົນນະບົດເປັນການປະກອບສ່ວນ
ສ້າງລາຍຮັບແຫ່ງຊາດ ຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງ
ການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”


ທັງນີ້ໂດຍກະຊວງພະລັງງານແລະບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ້ມລະດັບຄວາມອາດ
ສາມາດໃນການຜະລິດພະລັງງານໄຟຟ້າຈາກ 3,200 ເມ​ກາ​ວັດ ໃນປັດຈຸບັນເປັນບໍ່ນ້ອຍ
ກວ່າ 12,500 ​ເມ​ກາ​ວັດ ໃນປີ 2020 ຊຶ່ງການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງດຳເນີນການກໍ່ສ້າງເຂື່ອນແລະໂຮງງານໄຟຟ້າໃຫ້ໄດ້ເຖິງ 39 ໂຄງການ.

ໃນປັດຈຸບັນ ເຂື່ອນທີ່ກໍ່ສ້າງແລ້ວສຳເລັດແລະໄດ້ຜະລິດກະແສໄຟຟ້າແລ້ວ ມີຢູ່ 23 ໂຄງການ
ທີ່ຜະລິດພະລັງງານໄຟຟ້າໄດ້ລວມກັນ 3,211 ​ເມ​ກາ​ວັດ ຫຼື 13,668.04ລ້ານກິໂລວັດ/ໂມງ ຕໍ່ປີ ແລະກໍໄດ້ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນປະລິມານ ລວມ 11,053.8 ລ້ານກິໂລວັດຕ໌/ໂມງ ຄິດເປັນມູນຄ່າເກີນກວ່າ 480 ລ້ານໂດລາໃນປີ 2013
ທີ່ຜ່ານມາ ສ່ວນການຊົມໃຊ້ໄຟຟ້າຢູ່ໃນລາວກໍສາມາດຕອບສະໜອງໄດ້ແລ້ວ 87 ເປີເຊັນ
ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດ ແລະຄາດໝາຍວ່າຈະເພີ້ມຂຶ້ນເປັນ 90 ເປີເຊັນ ຂອງຈຳນວນຄົວເຮືອນທັງໝົດໃນປີ 2015.
XS
SM
MD
LG