ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮູ​ບ​ເງົາ​ 'The Interview' ສ້າງ​ຄວາມ​ເຄັ່ງຕຶງ​ເພີ້​ມຂຶ້ນ ລະຫວ່າງ​ສະຫະລັດ ກັບ​ເກົາຫລີ​ເໜືອ


James Franco ນັກສະແດງນຳຄົນໜຶ່ງ ໃນຮູບເງົາເລື່ອງ "The Interview."
James Franco ນັກສະແດງນຳຄົນໜຶ່ງ ໃນຮູບເງົາເລື່ອງ "The Interview."

ຮູ​ບ​ເງົາ​ເລື່ອງ 'The Interview' ​ທີ່​ລໍ້​ລຽນ​ເຍາະ​ເຍີ້​ຍທ່ານ ຄິມ
ຈົງ ອຸນ ​ແລະ​ຈົບ​ລົງ​ດ້ວຍ​ການ​ສັງ​ຫານຜູ້ນຳ​ເກົາຫລີ​ເໜືອ ຕາມ​
ຄຳ​ສັ່ງ​ຂອງ​ອົງການ​ສື​ບລັບ CIA ຂອງ​ສະຫະລັດ​ນັ້ນ ໄດ້ສ້າງ
​ຄວາມ​ເຄັ່ງຕຶງເພີ້​ມຂຶ້ນ ລະຫວ່າງ​ວໍ​ຊິງ​ຕັນກັບ​ພຽງ​ຢາງ ຊຶ່ງ​ປະທາ
ນາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ໄດ້​ນຳ​ໃຊ້​ມາດຕາ​ການ​ລົງ​ໂທດ​ເພີ້​ມ
ຕື່ມ ຕໍ່​ເກົາຫລີ​ເໜືອ ຫລັງ​ຈາກ​ທີ່​ມີ​ການ​ລັກ​ເຈາະ​ເອົາ​ຂໍ້​ມູນ​ທາງ​
ຄອມ​ພິວ​ເຕີຂອງ​ບໍລິສັດ Sony Pictures ຜູ້​ສ້າງ​ຮູບ​ເງົາ​ເລື້ອງ
​ດັ່ງກ່າວ ​ທີ່​ສ້າງຄວາມ​ເສຍ​ຫາຍ​ຢ່າງ​.spjຫລວງໃຫ້​ໂຊ​ນີ. ດາຣາ
ມີ​ລາຍ​ງານ​ກ່ຽວ​ກັບບັນຫາ​ທີ່​ຮູບ​ເງົາເລື່ອງ​ນີ້​ກໍ່​ຂຶ້ນ ມາສະເໜີ​ທ່ານ
ຈາກ​ລາຍ​ງານຂອງ​ພະ​ແນ​ກຮຽນ​ພາສາ​ອັງ​ກິດ​ຂອງ​ວີ​ໂອ​ເອ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

ຜູ້​ຊົມ​ໃຊ້​ອິນ​ເຕີ​ແນັດ ຫລາຍ​ລ້ານ​ຄົນ ໄດ້​ຈ່າຍ​ເງິນ​ໄປ ຄົນ​ລະ​ເກືອ​ບ 6 ດອລລ່າ ​ເພື່ອ​ເບິ່ງ
ຮູບເງົາ​ເລື່ອງ ທີ່​ຊື່ວ່າ ​The Interview” ຫລື “ການ​ສຳພາດ” ທາງອອນ​ລາຍ. ຮູບ​ເງົາ
ເລື່ອງ​ນີ້ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ຢ່າງ​ໃຫຍ່ຫລວງ​ ໃຫ້​ແກ່​ເກົາຫລີ​ເໜືອ ​ແລະ​ໄດ້​ພາ​ໃຫ້ມີ​ການ​ອະພິປາຍ ​ໃນ​ລະຫວ່າງ​ຊາວ​ອາ​ເມຣິກັນ​ຫລາຍ​ຄົນ ກ່ຽວ​ກັບ​ວ່າ ຄວນ​ຈະ​ເຮັດ​ແນວ​ໃດ
ເວລາ​ປະ​ເຊີນ​ໜ້າ​ກັບ ການ​ຂົ່ມຂູ່​ຕໍ່​ການສະ​ແດງ​ຄວາມ​ຄິດ​ເຫັນຢ່າງເສລີ.

ຮູບ​ເງົາ​ທີ່​ເປັນ ຂໍ້​ຂັດ​ແຍ້​ງກັນ ນີ້​ເປັນ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ຮູບ​ເງົາ​ໂຊ​ນີ ຫລື Sony Pictures ​ແຫ່ງ​ເມືອງ​ເບີ​ແບ໊ກຄ໌ ລັດ​ແຄ​ລິ​ຟໍ​ເນ​ຍ. ​ໃນ​ຮູບ​ເງົາ​ເລື່ອງ​ນີ້ ນັກ​ໜັງສືພິມ​ອາ​ເມ
ຣິກັນ​ສອງ​ຄົນ ​ໄດ້​ມີ​ໂອກາດ​ພົບ​ປະ ກັບ​ປະທານ​ປະ​ເທດ​ເກົາຫລີ​ເໜືອ ທ່ານ ຄິມ ຈົງ ອຸນ. ອົງການ ສື​ບລັບ​ກາງ CIA ຫລື Central Intelligence Agency ຂອງ​ສະຫະລັດ ຂໍ​ໃຫ້​
ທັງ​ສອງ​ຄົນ ສັງຫານ​ທ່ານ​ຄິມ ​ແລະ​ເຂົາ​ເຈົ້າ​ກໍ​ຕົກລົງ.

ນັກ​ຂ່າວອາ​ເມຣິກັນ​ທັງ​ສອງ ສົມທົບ​ກຳລັງ ​ກັບນາຍ​ທະຫານ​ແມ່ຍິງ​ຄົນ​ໜຶ່ງ ຢູ່​ໃນ​ກອງທັບ​ປະຊາຊົນ​ເກົາຫລີ ​ແລະ​ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ້​ຂອງ​ປະທານຄິມ. ການ​ກະທຳ​ດັ່ງກ່າວ
​ເກີດ​ຂຶ້ນ ພໍດີກັບ​ໃນ​ຂະນະ​ທີ່​ທ່ານ​ຄິມກຳລັງ​ກຽມ ຈະ​ຍິງ​ລູກ​ສອນ​ໄຟນິວ​ເຄລຍ.

ຜູ້​ຄົນ​ຈຳນວນ​ໜຶ່ງ​ ພາກັນ​ຕຳ​ໜິຮູບ​ເງົາ​ເລື່ອງ​ນີ້ ສຳ​ຫລັບການວາງ​ແຜນສັງຫານ​ຜູ້ນຳ​ຂອງ
ລັດຖະບານ​ປະ​ເທດ​ໜຶ່ງ​ຢ່າງ​ຮຸນ​ແຮງ. ຄົນ​ອື່ນ​ໆ​ອີກໄດ້​ເວົ້າ​ວ່າ ​ເນື້ອ​ເລື່ອງ​ແລະ​ສະຖານະ​ການຂອງຮູບ​ເງົາ ບໍ່ແມ່​ນ ເລື່ອງ​ຈິງຈັງ​ຫຍັງ​ເລີ​ຍ. ມັນ​ເປັນ​ພຽງ​ເລື່ອງ​ຕະລົກ​ເທົ່າ​ນັ້ນ. ​ເຖິງ
ຢ່າງ​ໃດກໍ​ດີ ກໍ​ມີ​ຄົນ​ອື່ນໆ​ທີ່​ຊົມ​ເຊີຍຮູບ​ເງົາ​ເລື້ອງ The Interview” ​ເພາະວ່າ ມັນສະ​ແດງໃຫ້​ເຫັນ​ເຖິງ​ເສລີພາບ​ໃນ​ການ​ສະ​ແດງ​ອອກ ທີ່​ພວກສ້າງ​ຮູບ​ເງົາ​ຊາວ​ອາ​ເມ​ຣິກັນ
ຊົມ​ໃຊ້ກັນ.

ລັດຖະບານ​ເກົາ​ຫລື​ເໜືອບໍ່ພໍ​ໃຈ​ ​ເມື່ອໄດ້​ຍິນ​ຂ່າວກ່ຽວ​ກັບ​ຮູບ​ເງົາ​ເລື່ອງ​ນັ້ນ ​ແລະ​ໄດ້​ເລີ້ມ​
ສະ​ແດງ​ການ​ຄັດຄ້ານ​ອອກ​ມາຢ່າງ​ເປີດ​ເຜີ​ຍ​ໃນ​ເດືອນມີ​ຖຸນາຜ່ານມາ ຊຶ່ງ​ເປັນ​ເວລາ​ຫລາຍ
ເດືອນ ກ່ອນ​ກຳນົດ​ການນຳ​ເອົາ ຮູບ​ເງົາ​ເລື່ອງ The Interview” ອອກ​ສາຍ​ໃນ​ໂຮງ.
ເກົາຫລີ​ເໜືອ​ເອີ້ນ​ຮູບ​ເງົານັ້ນ​ວ່າເປັນ “ພຶດຕິ​ກຳ​ຂອງສົງຄາມ” ​ແລະ​ຂົ່ມຂູ່ທີ່​ຈະກະທຳອັນ​ທີ່
ເກົາ​ຫລື​ເໜືອ​ເອີ້ນ​ວ່າ ການ​ຕອບ​ໂຕ້​ຢ່າງ​ບໍ່​ເມດ​ຕາປາ​ນີ.

​ໃນ​ເດືອນ​ພະຈິກ ບໍລິສັດ Sony Pictures ​ໄດ້​ຖືກ​ໂຈມ​ຕີ​ທາງ​ໄຊ​ເບີ​ຢ່າງ​ໜັກ ກໍຄືຖືກລັກ
​ເຈາະ​ເອົາຂໍ້​ມູນ​ທາງ​ຄອມ​ພິວ​ເຕີ. ກຸ່ມໜຶ່ງ​ທີ່​ເອີ້ນ​ຕົນ​ເອງວ່າ “Guardians of Peace”
ຫລື “ຜູ້​ພິທັກ​ສັນຕິພາບ” ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ລັກເຈາະເອົາ​ຂໍ້​ມູນ​ທຸກໆ
ຊະນິດ ຈາກ​ຄອມ​ພິວ​ເຕີ​ຂອງ​ບໍລິສັດ​ໂຊ​ນີ. ຮູບ​ເງົາ​ເລື້ອງ​ນັ້ນ​ໄດ້​ຖືກ​ນຳ​ອອກ​ສາຍ​ທາງ​ອອນ
ລາຍ ກ່ອນ​ກຳນົດ​ນຳ​ອອກ​ສາຍ​ໃນ​ໂຮງ ​ເຮັດ​ໃຫ້ໂຊ​ນີ​ເສຍ​ເງິນໄປຫລາຍລ້ານດອລລ່າ.

ພວກ​ໂຈມ​ຕີ​ຍັງ​ໄດ້​ນຳ​ເອົາ​ປະຫວັດ​ການ​ແພດ​ ຂອງບັນດາ​ພະນັກງານ​ບໍລິສັດ​ໂຊ​ນີ ພ້ອມ​
ທັງ​ອີ​ເມລທີ່​ມີ​ເນື້ອ​ໃນ​ດູຖູ​ກດູ​ໜິ່ນພວກ​ດາລາ​ນັກ​ສະ​ແດງ ອອກມາ​ເປີດ​ເຜີຍ​ອີກ. ຮວມທັງ
ໝົດ​ແລ້ວ ການ​ໂຈມ​ຕີ​ທາງ​ໄຊ​ເບີ​ໄດ້ ເປັນ​ຄວາມ​ຫາຍະນະ ທາງ​ການ​ເງິນແລະ​ປະຊາສຳ​
ພັນ​ ສໍາຫລັບ​ບໍລິສັດ​ຜະ​ລິດ​ຮູບ​ເງົາ​ບໍລິສັດ​ນີ້.

ຫ້ອງການ​ສືບສວນກາງ​ສະຫະລັດ ຫລື FBI ​ໄດ້​ປະຕິບັດ​ງານ ​ເພື່ອຫາ​ທາງ​ແກ້ຄວາມ​ລຶກ
ລັບ​ຂອງ​ການ​ໂຈມ​ຕີ ​ແລະ​ໄດ້​ຖິ້ມ​ໂທດ​ໃສ່ ພວກລັກ​ເຈາະ​ຂໍ້​ມູນ ຫລື hackers ເກົາຫລີ
ເໜືອ. ​ແຕ່​ວ່າ​ເກົາຫລີ​ເໜືອ​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນ​ພົວພັນ​ໃດໆ.

ກຸ່ມ​ສືບ​ລັບ​ກຸ່ມ​ໜຶ່ງທີ່ເອີ້ນວ່າ Norse ກໍ​ໄດ້​ທຳ​ການ​ສືບສວນ​ເຊັ່ນ​ກັນ. ກຸ່ມ​ນີ້​ເວົ້າ​ວ່າ ມີພະ
ນັກງານ​ເກົ່າ​ຂອງ​ບໍລິສັດ Sony Pictures ຢ່າງ​ນ້ອຍກໍຄົນ​ໜຶ່ງ ທີ່​ມີ​ສ່ວນ​ຮັບຜິດຊອບ.
ຕາມ​ລາຍ​ງານ​ນັ້ນ ພະນັກງານ​ຄົນທີ່​ວ່າ​ນີ້ ມີ​ຄວາມ​ໂກດ​ແຄ້ນ​ທີ່​ຖືກ​ບໍລິສັດ​ໂຊ​ນີ​ໄລ່​ອອກ.
ທັງ​ທາງບໍ​ລິສັດ ​ແລະ​ອົງການ FBI ຕ່າງ​ກໍ​ສືບ​ຕໍ່ ກ່າວ​ວ່າ ພວກ​ຕົນ​ໄດ້​ພົບ​ຄົນ​ໂຈມ​ຕີ​ທີ່​ແທ້
​ຈິງ​ແລ້ວ.

​ເຖິງ​ແມ່ນ​ໃຜ​ຈະ​ເປັນ​ຜູ້​ຮັບຜິດຊອບ​ກໍ​ຕາມ ​ແຕ່​ໃນ​ວັນ​ທີ 16 ​ເດືອນ​ທັນວາ ​ໂຊ​ນີກໍ​ໄດ້​ຍົກ
​ເລີກ​ແຜນການ​ທີ່​ຈະ​ນຳ​ເອົາ​ຮູບ​ເງົາ​ເລື່ອງ The Interview” ອອກ​ສາຍ. ​ໂຊ​ນີ​ເວົ້າ​ວ່າ ໂຮງສາຍຮູບ​ເງົາ​ໃຫຍ່ໆ​ສ່ວນ​ຫລາຍ ບໍ່​ຍອມ​ເອົາ​ຮູບ​ເງົາ​ເລື່ອງ​ນັ້ນ​ອອກ​ສາຍ ​ໃນ​ຊ່ວງເທດ
ສະການບຸນລະດູ​ໜາວ. ພວກ​ໂຮງສາຍ​ຮູບ​ເງົາ​ເຫລົ່າ​ນັ້ນ​ໃຫ້​ຂໍ້​ສັງ​ເກດ​ເຖິງ ຄຳ​ຂູ່​ຕ່າງໆຕໍ່
ບັນດາລູກ​ຄ້າ​ຂອງ​ຕົນຈາກ​ພວກແຮັກ​ເກີ້. ບາງ​ໂຮງ​ເວົ້າວ່າ ​ເຂົາ​ເຈົ້າ​ຈະບໍ່​ສາຍຮູບ​ເງົາ​
ເລື່ອງນັ້ນ ໃນ​ຊ່ວງ​ເວລາດັ່ງກ່າ​ວ.

ຫາກ​ແຕ່​ວ່າ ຜູ້​ສ້າງ​ຮູບ​ເງົາ ນັກສະ​ແດງ ​ແລະ​ນັກ​ການ​ເມືອງ ຈຳນວນ​ໜຶ່ງ ​ໄດ້​ຄັດຄ້ານ​ຕໍ່​
ການ​ຍົກ​ເລີກ ການ​ສາຍຮູບ​ເງົາ​ເລື່ອງ​ນັ້ນ. ຄວາມ​ກົດ​ດັນ​ໄດ້​ກໍ່​ໂຕ​ຂຶ້ນ ​ເພື່ອ​ບີບ​ບັງຄັບ​ໃຫ້​
ໂຊ​ນີນຳ​ເອົາ​ຮູບ​ເງົາ​ນັ້ນອອກ​ສາ​ຍ. ຫລາຍໆ​ຄົນ​ຢາກ​ໃຫ້​ບໍລິສັດ​ສະ​ແດງ​ໃຫ້​ເຫັນ​ວ່າ ຄຳ​ຂູ່
ຕ່າງໆ​ນັ້ນ ບໍ່​ສາມາດ​ທີ່​ຈະ​ປາບ​ປາມການສະ​ແດງ​ອອກ ຢ່າງ​ເສລີ​ໄດ້.

ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ກໍ​ໄດ້​ສະ​ເໜີໃຫ້ຄວາມ​ເຫັນຂອງ​ທ່ານ ກ່ຽວ​ກັບ​ບັນຫາ​ນີ້​ເຊັ່ນ​ກັນ. ທ່ານ​ກ່າວ​ວ່າ ທ່ານ​ເຫັນ​ໃຈ​ນຳ​ສະຖານະ​ພາບ​ທີ່​ໂຊ​ນີຕົກ​ຢູ່ ​ແຕ່​ທ່ານ​ກໍ​ເວົ້າ​ວ່າ ການ​ຍົກ​ເລີກການ​ສາຍ​ຮູບ​ເງົາ ອາດ​ສາມາດ​ມີຜົນ​ສະທ້ອນ​ ທີ່​ເປັນ​ການ​ແຊກ​ແຊງ​ກັບ​ເສລີພາບ​ໃນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ນຶກ​ຄິດ.

​ໃນ​ວັນ​ທີ 23 ທັນວາ ບັນດາ​ເຈົ້າ​ໜ້າ​ທີ່​ໂຊ​ນີປະກາດ​ວ່າ ຈະ​ນຳ​ເອົາ​ຮູບ​ເງົາ​ເລື່ອງ ​The Interview” ​ອອກ​ສາຍແບບ​ຈຳກັດ. ​ເຂົາ​ເຈົ້າ​ກ່າວ​ວ່າ ພວກໂຮງ​ສາຍຮູບ​ເງົາ​ທີ່ຖືກ​ເລືອກ ຈະ​ເອົາ​ສາຍຮູບ​ເງົາ​ເລື່ອງ​ນີ້ ອອກ​ສາຍ​ໃນ​ວັນຄຣິສມັສ ກໍ​ຄື​ວັນ​ທີ 25 ທັນວາ.

ທ່ານ​ໂອ​ບາ​ມາ​ບໍ່​ໄດ້​ເວົ້າ​ວ່າ ທ່ານ​ໄດ້​ເບິ່ງ​ຮູບ​ເງົາ​ເລື່ອງ​ນັ້ນ​ຫລື​ບໍ່ ​ແຕ່​ທ່ານ​ກ່າວ​ຊົມ​ເຊີຍ​ການ​ນຳ​ເອົາ​ມັນ ອອກ​ສາຍ.

ຢູ່​ເກົາຫລີ​ເໜືອ ​ເປັນ​ການ​ຍາກ​ສຳຫລັບຫລາຍໆ​ຄົນ ທີ່ຈະ​ໄດ້​ເບິ່ງ​ຮູບ​ເງົາ​ເລື່ອງ ​The Interview” ​ເຖິງ​ແມ່ນ​ເຂົາ​ເຈົ້າ​ຈະຢາກ​ເບິ່ງ​ກໍ​ຕາມ. ອິນ​ເຕີ​ແນັດ​ແມ່ນ​ຖືກຈຳກັດຢ່າງ​ສູງ​ຢູ່​ໃນ​ປະ​ເທດ​ນັ້ນ. ຫລາຍໆ​ຄົນ​ບໍ່​ສາມາດ​ຊື້​ເບິ່ງ​ທາງ​ອິນ​ເຕີ​ແນັດ​ໄດ້. ​ແລະ​ບັນດາ​ນັກ​ສັງ​ເກດ​ການ​ທີ່​ຊ່ຽວ ຊານ​ເວົ້າ​ວ່າ ພວກ​ຊາວ​ເກົາຫລີ​ເໜືອ ທີ່​ໄດ້​ເບິ່ງ​ ກໍ​ຄົງ​ຈະ​ຮູ້ສຶກ​ຖືກ​ໝິ່ນປະ​ໝາດ​ຢ່າງ​ແຮງ ​ແລະ​ຮູ້​ສຶກ ສັບສົນ.

​ ໃນ​ລະຫວ່າງ​ການ​ຢ້ຽມຢາມ​ພຽງ​ຢາງ ​ໃນ​ປີ 2013 Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບ​ຊາວ​ເກົາຫລີ​ເໜືອ​ຫລາຍ​ຄົນ. ລາວ​ເວົ້າ​ວ່າ ປາກົດ​ວ່າ​ເຂົາ​ເຈົ້າ​ເຊື່ອ​ພວກສື່ທີ່​ບໍລິ
ຫານ​ໂດຍ​ລັດ​ ​ແລະ​ລະບົບ​ການ​ສຶກສາ​ຂອງ​ປະ​ເທດ. ​ແລະ​ເບິ່ງ​ຄື​ວ່າ ພວກ​ເຂົາ​ເຈົ້າ​ພາກັນ​ຄິດ​ວ່າສະຫະ ລັດ​ແລະພວກ​ພັນທະ​ມິດມີ​ຄວາມ​ຕ້ອງການ​ທີ່​ຈະ​ສ້າງ​ຄວາມ​ເສຍຫາຍ ​ໃຫ້
​ແກ່​ລະບອບ​ສັງຄົມ​ນິຍົມ​ແລະ​ການ​ພັດທະນາ​ຂອງ​ເກົາຫລີເໜືອ.

ນັກ​ສັງ​ເກດ​ການ​ຄົນ​ອື່ນໆ​ກ່າວ​ວ່າ ຈະ​ເປັນ​ການ​ຍາກ​ທີ່​ຈະ​ໃຫ້​ຊາວ​ເກົາຫລີ​ເໜືອ ຍອມຮັບ​ເອົາ​ຮູບ​ເງົາ ​ເລື່ອງThe Interview” ຕາມ​ທີ່​ຜູ້​ສ້າງ​ຕັ້ງ​ໃຈ​ຈະ​ໃຫ້​ມັນ​ເປັນ ຊຶ່ງ​ກໍຄືຮູບ​ເງົາ​ຕະລົກ​ເລື່ອງ​ໜຶ່ງ​ເທົ່າ​ນັ້ນ​ເອງ.

​ແຕ່​ວ່າ​ ຮູບ​ເງົາ​ເລື່ອງ​ນີ້ຈະ​ສາມາດ​ກໍ່​ໃຫ້​ເກີດ​ຄວາມ​ສົງ​ໄສ​ ກ່ຽວ​ກັບ​ລັດຖະບານ​ເກົາຫລີເໜືອ ​ໃນ​ໝູ່ພົນລະ​ເມືອງເກົາຫລີ​ເໜືອ ​ໄດ້ຫລື​ບໍ່? ບັນດາ​ນັກ​ສັງ​ເກ​ດການ​ມີ​ຄວາມ​ສົງ​ໄສ​ວ່າ ​ເສລີ
ພາບ​ທີ່​ສະ​ແດງ​ໃຫ້​ເຫັນ ຢູ່​ໃນຮູບ​ເງົາ​ນັ້ນ ຈະ​ສາມາດ​ເຮັດ​ໃຫ້​ຊາວ​ເກົາຫລີ​ເໜືອ​ບາ​ງຄົນຕັ້ງ​ຂໍ້​
ສົງ​ໄສ​ກ່ຽວ​ກັບ​ອຳນາດ​ຄວບ​ຄຸມ​ອັນ​ຮັດ​ແໜ້ນ ຕໍ່​ຊີວິດ​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ນັ້ນ ​ຫລື​ບໍ່?

Mocking Kim Jong Un, a Serious Matter
please wait

No media source currently available

0:00 0:02:38 0:00

_____________________________________________________________

Words in This Story

controversial – adj. relating to or causing much discussion, disagreement or argument; likely to produce controversy

impact – n. the act or force of one thing hitting another

hacker – n. a person who secretly gets access to a computer in order to get information, cause damage, etc. ; a person who hacks into a computer system

confused – adj. unable to understand or think clearly

Now it’s your turn to use these Words in this Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.

XS
SM
MD
LG