ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກະເສດຕະກອນ ລາວ ສູນເສຍທີ່ດິນທຳມາ ຫາກິນ ໃຫ້ບັນດານາຍທຶນ ຫຼາຍຂຶ້ນ


ພື້ນທີ່ປູກຢາງພາລາໃນແຂວງບໍ່ແກ້ວ, ລາວ.
ພື້ນທີ່ປູກຢາງພາລາໃນແຂວງບໍ່ແກ້ວ, ລາວ.

ນັກວິຊາການ ໄທ ລະບຸວ່າຄວາມລົ້ມແຫຼວຂອງໂຄງການສົ່ງເສີມກະເສດຕະກອນ ພັນທະ ສັນຍາໃນ ລາວ ໄດ້ເປັນຜົນເຮັດໃຫ້ກະເສດຕະກອນ ລາວ ຕ້ອງສູນເສຍທີ່ດິນທຳກິນໃຫ້ ບັນດານາຍທຶນຫຼາຍຂຶ້ນນັບມື້.

ດຣ. ວາສະໜາ ລະອອງປິວ ນັກວິຊາການ ມະຫາວິທະຍາໄລ ທຳມະສາດຂອງ ໄທ ໄດ້ ໃຫ້ການຢືນຢັນ ກ່ຽວກັບ ຜົນທີ່ໄດ້ຈາກການເກັບຂໍ້ມູນພາກສະໜາມຢູ່ທີ່ແຂວງຫຼວງນ້ຳທາ ເມື່ອບໍ່ນານມານີ້ວ່າ ຄວາມລົ້ມແຫຼວຂອງໂຄງການສົ່ງເສີມການຜະລິດສິນຄ້າແບບກະ ເສດພັນທະສັນຍາ (Contract Farming) ໃນ ລາວ ໄດ້ເປັນຜົນເຮັດໃຫ້ກະເສດຕະກອນ ລາວ ຕ້ອງສູນເສຍທີ່ດິນທຳກິນໃຫ້ນາຍທຶນຫຼາຍຂຶ້ນນັບມື້.

ທັງນີ້ໂດຍຄວາມລົ້ມແຫຼວດັ່ງກ່າວ ເກີດຂຶ້ນຈາກການຕົກຕ່ຳລົງຂອງລາຄາຜົນຜະລິດທີ່ ກະເສດຕະກອນ ລາວ ມີພັນທະສັນຍາກັບບັນດານາຍທຶນ ໂດຍທີ່ລັດຖະບານ ລາວ ກໍບໍ່ ສາມາດທີ່ຈະໃຫ້ການຮັບປະກັນລາຄາຜົນຜະລິດໃຫ້ກັບກະເສດຕະກອນ ລາວ ໄດ້ເລີຍ ທັງກໍຍັງບໍ່ສາມາດບັງຄັບໃຫ້ບັນດານາຍທຶນຮັບຊື້ຜົນຜະລິດໃນລາຄາທີ່ໄດ້ຕົກລົງໄວ້ກັບ ບັນດາກະເສດຕະກອນ ລາວ ໄດ້ອີກດ້ວຍ.

ເພາະສະນັ້ນ ຜົນກະທົບທີ່ຕິດຕາມມາກໍຄືການທີ່ກະເສດຕະກອນ ລາວ ຕ້ອງປະເຊີນກັບ ບັນຫາຂາດທຶນ ແລະ ບໍ່ມີເງິນໄປຊຳລະໜີ້ ພ້ອມດອກເບ້ຍຄືນໃຫ້ບັນດານາຍທຶນຈຶ່ງຕ້ອງ ແກ້ໄຂບັນຫາດ້ວຍການຍິນຍອມໃຫ້ບັນດານາຍທຶນຍຶດເອົາທີ່ດິນໄປຢ່າງຫຼີກ ລ່ຽງບໍ່ໄດ້ ດັ່ງທີ່ ດຣ. ວາສະໜາ ໄດ້ໃຫ້ການອະທິບາຍເຖິງສະພາບບັນຫາທີ່ເກີດຂຶ້ນກັບກະເສດ ຕະກອນ ລາວ ທີ່ປູກຢາງພາລາ ໃນແຂວງຫຼວງນ້ຳທາ ວ່າ.

"ພັນທະສັນຍາ ລະຫວ່າງ ຊາວບ້ານກັບທຶນທີ່ເປັນທຶນທ້ອງຖິ່ນ ຄືການທຳຂໍ້ຕົກລົງກັນ ເພາະ ຊາວບ້ານນີ້ຢາກປູກຢາງພາລາ ແຕ່ວ່າອາດຈະບໍ່ມີທຶນຫຼາຍພໍ ໃນຂະນະທີ່ທຶນ ທ້ອງຖິ່ນ ນີ້ອາດຈະມີທຶນ ແຕ່ວ່າບໍ່ມີທີ່ດິນ ເພາະສະນັ້ນ ກໍອາດຈະຕົກລົງກັນວ່າ ໂອເຄ ໃຫ້ກ້າ ຢາງພາລາໄປປູກ ແລ້ວກໍແບ່ງກັນ ທີ່ດິນສ່ວນໜຶ່ງເປັນຂອງນາຍທຶນ ຮູບແບບໆ ນີ້ມີ ຂ້ອນຂ້າງຫຼາຍໃນພື້ນທີ່ ແລ້ວກໍອາດຈະເປັນທີ່ດິນຜືນນ້ອຍໆ ແຕ່ວ່າລວມໆກັນມັນ ກໍຂ້ອນຂ້າຫຼາຍ ແຕ່ວ່າປະເດັນສຳຄັນຄື ມັນເປັນການສູູນເສຍທີ່ດິນທີ່ມີລັກສະນະຖາ ວອນ."

ຍິ່ງໄປກວ່ານັ້ນ ດຣ. ວາສະນາ ຍັງໄດ້ໃຫ້ການຢືນຢັນວ່າ ປະຊາຊົນ ລາວ ກຳລັງປະເຊີນ ກັບການສູນເສຍທີ່ດິນຂອງພວກເຂົາເຈົ້າໃຫ້ກັບນັກທຸລະກິດ ຈີນ ເພີ່ມຂຶ້ນນັບມື້ດ້ວຍ ໂດຍມີສາເຫດມາຈາກການເຂົ້າຮ່ວມໂຄງການກະເສດພັນທະທີ່ທາງການ ລາວ ສະໜັບ ສະໜູນໃຫ້ບັນດານັກທຸລະກິດ ຈີນ ເຂົ້າມາລົງທຶນໃນເຂດແຂວງຫຼວງນຳ້ທາ ຫຼາຍຂຶ້ນນັບ ມື້ນັ້ນ ເອງ.

ທັງນີ້ສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນ ລາວ ຕ້ອງສູນເສຍທີ່ດິນໃຫ້ກັບນັກທຸລະກິດ ຈີນ ດັ່ງກ່າວ ກໍຍ້ອນວ່າພວກເຂົາເຈົ້າຖືກບີບບັງຄັບໃຫ້ເຂົ້າຮ່ວມໃນໂຄງການກະເສດພັນທະ ເຊັ່ນ ການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດ ຈີນ ແລະ ໄດ້ພາກັນນຳໃຊ້ທີ່ດິນຄ້ຳປະກັນການກູ້ຢືມດັ່ງກ່າວ ຫາກແຕ່ເມື່ອປະກົດວ່າຢາງ ພາລາໃນຕະຫຼາດລາຄາຕົກຕ່ຳລົງຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ປະຊາຊົນ ລາວ ບໍ່ມີເງິນຊຳລະ ໜີ້ ແລະ ຜົນທີ່ຕາມມາກໍຄືການຖືກຍຶດທີ່ດິນໂດຍນາຍທຶນ ຈີນ ນັ້ນເອງ.

ດຣ. ວາສະນາ ຢືນຢັນດ້ວຍວ່າ ສະເພາະປະຊາຊົນ ລາວ ຢູ່ໃນເຂດເມືອງລອງ ຍັງຈະ ຕ້ອງສູນເສຍທີ່ດິນໃຫ້ກັບນາຍທຶນບັນດາ ຈີນ ເພີ່ມຂຶ້ນອີກເລື້ອຍໆ ເພາະວ່າຍັງທີພື້ນທີ່ ອີກຫຼາຍກວ່າ 3 ແສນເຮັກຕາທີ່ໄດ້ເຮັດສັນຍາກະເສດພັນທະກັບນັກທຸກລະກິດ ຈີນ ໄວ້ແລ້ວນັ້ນເອງ.

ທາງດ້ານກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາຍງານວ່າ ໃນແຜນ ການ 5 ປີຄັ້ງທີ 7 ຄືໃນຊ່ວງປີ 2011-2015 ທີ່ຜ່ານມາ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມສາມາດຈັດສັນທີ່ດິນທຳກິນໃຫ້ກັບປະຊາຊົນ ລາວ ໄດ້ສຳເລັດ ໃນ 3,779 ບ້ານ ຊຶ່ງຄິດເປັນ 43.2 ເປີເຊັນຂອງບ້ານທັງໝົດທີ່ມີຢູ່ເຖິງ 8,657 ບ້ານໃນ ທົ່ວປະເທດໝາຍຄວາມວ່າ ຍັງມີປະຊາຊົນ ລາວ ໃນ 4,878 ບ້ານທີ່ຍັງບໍ່ທັນໄດ້ຮັບການ ຈັດສັນທີ່ດິນທຳກິນ ຫຼື ຍັງບໍ່ທັນໄດ້ຮັບໃບຕາດິນຈາກທາງການ ລາວ ນັ້ນເອງ.

XS
SM
MD
LG