ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສົງຄາມ ທີ່ຍາວນານ ໃນອາເມຣິກາ ສິ້ນສຸດລົງ ໂດຍການເຊັນ ຂໍ້ຕົກລົງ ສັນຕິພາບ ທີ່ເມືອງ Cartagena


ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ແຖວໜ້າຊ້າຍ ແລະຜູ້ບັນຊາການ ກຸ່ມກຳລັງ FARC ​ທ່ານ Rodrigo Londono ກຳລັງສຳພັດມືກັນ.
ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ແຖວໜ້າຊ້າຍ ແລະຜູ້ບັນຊາການ ກຸ່ມກຳລັງ FARC ​ທ່ານ Rodrigo Londono ກຳລັງສຳພັດມືກັນ.

ຂໍ້​ຕົກລົງສັນຕິພາບຂັ້ນສຸດ​ທ້າຍ ລະຫວ່າງລັດຖະບານ​ໂຄມ​ລອມ​ເບຍ ​ແລະກຸ່ມກຳລັງ​ປະກອບ​ອາວຸດປະຕິວັດ​ໂຄ​ລອມ​ເບຍຫຼື FARC ​ໄດ້​ລົງ​ນາມ​ກັນ​ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້ການ​ກໍ່​ກະບົດ​ທີ່ຍາວ​ນານທີ່​ສຸດ ໃນຊີກ​ໂລກ​ຕາ​ເວັນ​ຕົກ ສິ້ນສຸດ​ລົງ.

“ບໍ່ມີໃຜ​ໄດ້​ປະລະ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ” ນັ້ນຄື​ຄຳ​ເວົ້າ ຂອງທ່ານ Rodrigo Londono ຊຶ່ງ​ເປັນທີ່​ຮູ້​ກັນ​ດີ ໃນ​ຊື້​ນ້ອຍວ່າ Timochenko ຜູ້ນຳ​ສູງ​ສຸດ​ຂອງກຸ່ມ​ກະບົດ FARC ຢູ່​ໃນ​ຄຳ​ປາ​ໄສ ຫລັງ​ຈາກໄດ້ລົງ​ນາມ ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ກັບ ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ Juan Manuel Santos.

ຜູ້ນຳ​ກະບົດ​ໄດ້​ຂໍ​ຮ້ອງໃຫ້​ຍົກໂທດທັງ​ໝົດ​ໃຫ້ ​ໃນ​ການ​ທີ່​ຂະ​ບວນການ​ຂອງ​ທ່າ​ນ​ໄດ້​ກະທຳ​ໃນໄລຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

​ເງິນ​ທຶຶນໃນ​ຕໍ່ສູ້​ຂອງ​ກຸ່ມ​ກະບົດ FARC ແມ່ນໄດ້​ມາ​ຈາກ​ ອຸດສາຫະກຳການ​ຄ້າຂາຍ​ຢາໂຄ​ເຄນທີ່​ຜິດ​ກົດໝາຍຂອງ​ປະ​ເທດ​ແລະ​ກຳລັງ​ປະກອບອາວຸດໄດ້​ເປັນ​ທີ່​ງອກ​ງາມ ​ນຶ່ງ​ໃນ​ນັ້ນ​ແມ່ນ​ແຮງ​ກະ​ຕຸ້ນມາ​ຈາກ​ແນວ​ຄິດຂອງ​ຄິວ​ບາ​ແລະ​ໂຊ​ຫວຽດ ທີ່​ຕໍ່ຕ້ານ​ສະ​ຖາ​ບັນ​ປະຊາທິ ປະໄຕ​ຢູ່​ໃນ​ບັນດາ​ປະ​ເທດ​ໃນ​ທະວີບ​ອາ​ເມຣິກາ.

ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ Juan Manuel Santos ກ່າວ​ຢູ່​ໃນ​ຄຳ​ປາ​ໄສຫລັງ​ຈາກ​ທ່ານ Timochenko ວ່າ “ບໍ່​ມີ​ສົງຄາມ​ອີກ​ແລ້ວ ຂ້າພະ​ເຈົ້າ​ຂໍ​ຕ້ອນຮັບ​ທ່ານ ມາສູ່ ປະຊາທິປະໄຕ ໂດຍ​ປ່ຽນຈາກ​ການ​ໃຊ້​ອາວຸດ​ ມາສູ່​ການ​ປ່ອນ​ບັດ ​ແລະ​ໃຊ້​ອາ​ວຸດ​ທາງ​ດ້ານ​ແນ​ວຄິດ.”

ການ​ຂັດ​ແຍ້​ງທີ່​ເລີ້ມມາ​ແຕ່​ຊຸມ​ປີ 1960 ​ໄດ້​ເຮັດ​ໃຫ້​ຫລາຍ​ລ້ານ​ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສ ​ແລະຫລາຍ​ກວ່າ 250,000 ຄົນ​ໄດ້​ເສຍ​ຊີວິດ.

ລັດຖະມົນຕີຕ່າງປະເທດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວທີ່ເມືອງ Cartagena ປະເທດ Colombia.
ລັດຖະມົນຕີຕ່າງປະເທດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວທີ່ເມືອງ Cartagena ປະເທດ Colombia.

ໜ້າທຳ​ອິດ​ຂອງ​ໜັງ​ສື​ພິມ El Tiempo ສະບັບທີ່​ອອກ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ກ່າວ​ຢ່າງ​ແມ່ນ​ຍໍາ​ວ່າ “La paz luego de 267,162 muertos ທີ່​ແປ​ວ່າ ສັນ​ຕິ​ພາບ​ຫລັງ​ຈາກ​ໄດ້ເສຍ​ຊີວິດຂອງ​ຈຳນວນ 267,162 ຄົນ.

ພວກປະທ້ວງພາກັນຕໍ່ຕ້ານລັດຖະບານ ທີ່ລົງນາມສັນຕິພາບກັບ ກຸ່ມກຳລັງ​ປະກອບ​ອາວຸດ​ໂຄ​ລອມ​ເບຍ ​ຫຼື FARC.
ພວກປະທ້ວງພາກັນຕໍ່ຕ້ານລັດຖະບານ ທີ່ລົງນາມສັນຕິພາບກັບ ກຸ່ມກຳລັງ​ປະກອບ​ອາວຸດ​ໂຄ​ລອມ​ເບຍ ​ຫຼື FARC.

ໃນ​ການ​ຖະ​ແຫຼງ​ຕໍ່​ສື່​ມວນ​ຊົນ​ຫລັງ​ຈາກ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງສັນຕິພາບ​ແລ້ວ ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ທ່ານ Ban Ki-moon ກ່າວ​ວ່າ ຕາມ​ປົກ ກະຕິ​ແລ້ວ ທ່ານ​ບໍ່​ເດີນທາງ​ລະຫວ່າງ​ການ​ເປີີດກອງ​ປະຊຸມ​ສະ​ມັດ​ຊາໃຫຍ່​ ​ສະຫະ​ປະຊາ​ຊາດ ຊຶ່ງ​ປັດຈຸບັນ​ນີ້ ກຳລັງມີ​ຂຶ້ນ ​ຢູ່ທີ່​ນະຄອນ​ນິວຢອກ ​ແຕ່​ວ່າທ່ານ ຕ້ອງການ​ຊຸກ​ຍູ້​ເພີ້​ມ​ເຕີມໃນ​ຄວາມ​ໝັ້ນ​ໝາຍ​ຂອງ​ທ່ານ​ຕໍ່​ຂັ້ນຕອນສັນຕິພາ​ບ​ຢູ່​ໃນ​ໂຄ​ລອມ​ເບຍ.

ທ່ານ Ban ກ່າວ​ວ່າ ສະຫະ​ປະຊາ​ຊາດ ມີ​ບັນດາ​ຜູ້​ສັງ​ເກດ​ການ​ຢູ່​ແລ້ວ​ທີ່​ບໍ່​ຕິດ​ອາວຸດ 200 ຄົນ ​ຢູ່​ໃນ​ພາກ​ພື້ນ​ດິນ​ໃນ​ໂຄ​ລອມ​ເບຍ ​ເພື່ອປະຕິບັດ​ງານ​ກັບ​ບັນ ດາ​ຜູ້​ເຄາະຮ້າຍ ​ແລະ​ອົງການ “ທີ່​ຈະເປັນ​ຫູ​ເປັນຕາ” ​ໃນການ​ເຄື່ອນ​ໄປ​ໄປ​ໜ້າ​ກັບ​ການ​ຢຸດ​ຍິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Colombia Peace
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG