ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບຸນຍັງ ວໍລະຈິດ ຖືກເລືອກ ເປັນເລຂາທິການໃຫຍ່ ຂອງ ພັກປະຊາຊົນ ປະຕິວັດລາວ


ທ່ານບຸນຍັງ ວໍລະຈິດ
ທ່ານບຸນຍັງ ວໍລະຈິດ

​ພັກ​ປະຊາຊົນປະຕິວັດ​ລາວ ໄດ້​ເລືອກ​ເອົາ​ທ່ານ​ບຸນ​ຍັງ ວໍລະຈິດ​
​ເປັນ​ຜູ້ນຳ​ພາ​ ໃນ​ກອງ​ປ​ະ​ຊຸ​ມໃຫຍ່ຂອງ​ພັກ ​ຄັ້ງທີ 10.

ທ່ານ​ບຸ​ນຍັງ ອາ​ຍຸ​ 78​ ປີ​ ຊຶ່ງ​ເປັນ​ຮອງ ​ປະທານ​ປະ​ເທດ​ ໃນ​ປັດຈຸ
​ບັນໄດ້ຖືກ​ເລືອກໃຫ້​ເຂົ້າ​ກຳຕຳ​ແໜ່​ງ​ເປັນ​ເລຂາ​ທິການ​ໃຫຍ່​ຂອງ
ພັກ ແທນ​ທ່ານ​ຈູມ​ມະລີ​ ​ໄຊ​ຍະ​ສອນ.

ລາຍ​ງານ​ຂອງ​ສື່​ມວນ​ຊົນ​ທາງ​ການ​ລາວ ຍັງ​ແຈ້ງວ່າ​ ກອງ​ປະຊຸມ​ໃຫຍ່​ຄັ້ງທີ​ 10 ຂອງ​ພັກ​
ໂດຍ​ກາ​ນ​ເປັນ​ປະທານ​ຂອງທ່ານ​ບຸນ​ຍັງ ຍັງ​ໄດ້​ເລືອກ​ເອົາ ​ຄະນະ​ບໍລິຫານງານ​ສູນ​ກາງ​
ພັກ 69​ ຄົນ​.

ສ່ວນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຈຳນວນ 11 ຄົນນັ້ນ ໜັງສື​ພິມວຽງຈັນ​ໄທ​ມ໌​
ກ່າວ​ວ່າ ​ແມ່ນປະກອບ​ດ້ວຍ​ທ່ານ​ບຸນ​ຍັງ ວໍລະຈິດ ທ່ານ​ນາງ​ປານີ ຢາ​ທໍ່​ຕູຸ້ ທ່ານ​ທອງ​ລຸນ
ສີສຸ​ລິດ ທ່ານ​ບຸນ​ທອງ ຈິດ​ມະນີ​ ທ່ານ​ຄຳ​ພັນ ວິພາວັນ​ ທ່ານ​ຈັນ​ສີ ​ໂພ​ສີຄຳ​ ທ່ານ​ໄຊ​ສົມ​
ພອນ ພົມວິ ຫານ​ ພົນ​ໂທ​ຈັນ​ສະໝອນ ຈັນຍາ​ລາດ​ ທ່ານ​ສິນ​ລະ​ວົງ ຄຸດ​ໄພທູນ ທ່ານ​ຄຳ​
ພັນ ພົມ​ມະ​ທັດ ​ແລະ​ທ່ານ​ສອນ​ໄຊ ສີ​ພັນ​ດອນ.

ກອງ​ປະຊຸມ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ຄັ້ງທີ 10 ​ຊຶ່ງໄດ້​ເລີ້ມຂຶ້ນແຕ່​ວັນ​ທີ​ 18​ ຫາ
22 ມັງກອນນີ້ ​ຍັງ​ໄດ້​ຮັບຮອງ​ເອົາ​ວິ​ໄສ​ທັດ ​ຂອງ​ການ​ພັດທະນາ​ ມຸ່ງ​ສູ່​ປີ 2030 ແລະ​
ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະ​ກິດ​ແລະ​ສັງ​ຄົມ​ແຫ່ງ​ຊາດ ​ແຕ່​ປີ​
2016​ ຫາ 2025​ ​ແລະ​ແຜນການ​ພັດທະນາ​ເສດຖະກິດ 5 ປີ ​ແຕ່​ປີ​ 2016​ ຫາ 2020.

XS
SM
MD
LG